ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ໄຂສະຖານທູດຄືນ ທີ່ປາກີສຖານ


ນາຍໂອຊາມາ ບິນລາເດັນ ຜູ້ນໍາເຄືອຂ່າຍ al Qaida
ນາຍໂອຊາມາ ບິນລາເດັນ ຜູ້ນໍາເຄືອຂ່າຍ al Qaida

ສະຫະລັດ​ໄດ້​ໄຂ​ສະຖານທູດ​ຂອງ​ຕົນ​ຄືນ​ໃນ​ປາ​ກີ​ສຖານ ​ແຕ່​
ສະຖານກົງ​ສູລ​ໃນ 2 ຫົວ​ເມືອງ​ຍັງ​ປິດ​ໃຫ້ການ​ບໍລິການ​ປະ
ຊາຊົນ​ຢູ່ 1 ມື້​ຫລັງຈາກ​ກໍາລັງ​ຂອງ​ສະຫະລັດ​ສັງຫານ
ນາຍ​ໂອຊາ​ມາ​ບິນ​ລາ​ເດັນ​ໃນ​ເມືອງ Abbottabad ຂອງ
ປາ​ກີ​ສຖານ.

ສະຖານທູດ​ສະຫະລັດ​ໃນ​ກຸງ​ອິດສະ​ລາມາ​ບັດ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ສະຖານທູດ​ແລະ​ສະຖານກົງ​ສູລທີ່​ເມືອງ Karachi ​ໄດ້​ໄຂ​ຄືນ​ແລ້ວ. ​ແຕ່​ພວກ​ສະຖານກົງ​ສູລທີ່ເມືອງ Peshawar ​ແລະ​ເມືອງ Lahore ຍັງ​ປິດ​ການ​ດໍາ​ເນີນ​ກິດຈະການ​ປະ​ຈໍາ​ວັນ​ຂອງ​ຕົນ​ຢູ່​ຈົນ​ກວ່າ​ຈະ​ມີ​ການ​ແຈ້ງ​ການ​ໃຫ້​ຊາບ​ໃໝ່​ໃນ​ຂັ້ນ​ຕໍ່​ໄປ ​ແຕ່​ຈະ​
ໃຫ້ການ​ບໍລິການ​ໃນກໍລະນີສຸກ​ເສີນ​ສໍາລັບ​ພວກ​ພົນລະ​ເມືອງ​ອະ​ເມ​ລິ​ກາ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ເຕືອນ​ປະຊາຊົນ​ອະ​ເມ​ລິ​ກັນ​ທີ່​ອາ​ໄສ​ຢູ່​ໃນ​ຕ່າງປະ​ເທດ​ໃຫ້​ທໍາ​ການ​ລະມັດລະວັງເປັນ​ພິ​ເສດ ທ່າມກາງຄວາມ​ຢ້ານ​ກົວ​ທີ່​ອາດ​ຈະ​ມີ​ການ​ໂຈມ​ຕີ​ແກ້​ແຄ້ນຕໍ່​ການ​ເສຍ​ຊີວິດ​ຂອງຜູ້​ນໍາ​ເຄືອ​ຂ່າຍ al-Qaida ນັ້ນ ​ແລະ​ກ່າວ​ຕໍ່​ໄປ​ວ່າ ສະຖານ​ທີ່​ຂອງລັດຖະບານ​ສະຫະລັດ​ຢູ່​ໃນ​ທົ່ວ​ໂລກ​ ແມ່ນ​ໄດ້ຕຽມພ້ອມຢ່າງ​ສູງ​ແລະ​ອາດ ຈະ​ປິດຫລື​ງົດໃຫ້ການ​ບໍລິການ​ແກ່​ປະຊາຊົນ​ເປັນ​ການ​ຊົ່ວຄາວ​ກໍ​ເປັນ​ໄດ້ ​ເພື່ອ​ຊັ່ງຊາ​ຕີ​ລາຄາ​ເບິ່ງ​ຄວາມ​ຕ້ອງການ​ດ້ານ​ຄວາມ​ປອດ​ໄພ​ຂອງ​ຕົນ.

ໃນ​ຂະນະ​ດຽວ​ກັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນກ່າວ​ວ່າ ການ​ຕໍ່ສູ້​ກັບ​ເຄືອ​ຂ່າ​ຍ al-Qaidaພ້ອມ​ທັງ​ອົງ​ກອນ​ກໍ່​ການ​ຮ້າຍ​ຂອງ​ພວກ​ເຂົາ​ ຈະ​ບໍ່​ຢຸດ​ດ້ວຍ​ການ​ເສຍ​ຊີວິດ​ຂອງນາຍ​ໂອຊາ​ມາ​ບິນ​ລາ​ເດັນ​ນີ້.

ທ່ານ​ນາງຄລິ​ນຕັນ​ກ່າວ​ຕໍ່​ໄປ​ວ່າ ສະຫະລັດ​ຈະ​ບໍ່​ລົດ​ລະ​ໃນ​ການ​ຕິດ ຕາມ​ຫາ​ໂຕ​ພວກ​ທີ່​ທໍາ​ການ​ຄາດ​ຕະກໍາ​ຜູ້​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດຫຍັງ​ນັ້ນ ເພື່ອມາລົງໂທດ.

XS
SM
MD
LG