ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປ. ໂອບາມາ ກ່າວຊົມເຊີຍ ພວກກໍາມະກອນອາເມຣິກາ


Tín đồ Công giáo bên trong nhà thờ Đức Bà Aparecida, Brazil.
Tín đồ Công giáo bên trong nhà thờ Đức Bà Aparecida, Brazil.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ໄດ້​ກ່າວ​ຊົມ​ເຊີຍ​ພວກ​ແຮງ​ງານ​ອາ​ເມຣິກາ
ໃນ​ວັນພັກ ​ວັນ​ແຮງ​ງານ​ແຫ່ງ​ຊາດ​ ຂອງ​ສະຫະລັດ.

ໃນ​ຂະນະ​ດຽວ​ກັນ​ກໍ​ຮຽກຮ້ອງ​ໃຫ້​ພວກ​ຝ່າຍ​ຄ້ານ​ທ່ານ​ ເຂົ້າ​ຮ່ວມ​ກັບທ່ານ ສະໜຸບສະ​ໜຸນໂຄງການ​ໃຊ້​ຈ່າຍ​ເງິນ​ຄັ້ງໃໝ່​ສໍາລັບ​ສ້ອມ​ແຊມ​ຖະໜົນ​ຫົນທາງ​ ແລະ​ຂົວ ​ແລະຕໍ່ການ​ຕັດ​ພາສີ​ລາຍ​ໄດ້​ ສໍາລັບ​ພວກ​ທີ່ໄດ້​ຮັບ​ເງືອນ​ເດືອນ​ໃນ​ປະ​ເທດອອກ​ໄປ​ຕື່ມ​ອີກ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ໃຫ້ທັດສະນະດັ່ງກ່າວ​ໃນ​ວັນ​ຈັນ​ວານ​ນີ້ ໃນ​ລະຫວ່າງ​ການ​ກ່າວຄຳ​ປາ​ໄສ​ຕໍ່​ພວກ​ຜູ້​ຟັງ​ໃນ​ລັດ Michigan ​ໃນ​ພາກ ກາງ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ. ລັດນີ້ ​ເທື່ອ​ນຶ່ງ​ເຄີຍ​ເປັນ​ລັດ​ທີ່ມີ​ໂຮງ ງານ​ຜະລິດ​ລົດ​ໂອ​ໂຕ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ແຕ່​ໄດ້​ເຫັນ​ພວກ​ໂຮງ​ງານອຸດສາຫະກໍາ​ຫລາຍ​ຮ້ອຍ​ແຫ່ງ​ຫົດໂຕລົງຫລື​ບໍ​ກໍ​ຫາຍ​ໂຕໄປ ​ແລະ ເວລາ​ນີ້​ກໍາລັງຮັບ​ມື​ກັບ​ອັດຕາ​ຄົນ​ຫວ່າງ​ງານ​ເກືອບ​ 2 ເປີເຊັນສູງ​ກວ່າ ອັດຕາ​ຄົນ​ຫວ່າງ​ງານສະ​ເລ່ຍ​ໃນ​ປະ​ເທດ 9.1 ​ເປີ​ເຊັນ​ນັ້ນ. ທີ່​ເມືອງ Detroit ບ່ອນ​ທີ່​ປະທານາທິບໍດີ​ກ່າວ​ປາ​ໄສ​ຢູ່​ນັ້ນ ອັດຕາ​ຄົນ​ຫວ່າງ​ງານ​ແມ່ນ​ຢູ່​ໃນ​ລະຫວ່າງ 20 ຫາ 30 ​ເປີ​ເຊັນ​ໃນ​ຫວ່າງ​ບໍ່​ເທົ່າໃດ​ປີຜ່ານມາ​ນີ້.

ປະທານາທິບໍດີທີ່ສັງກັດ​ພັກ​ເດ​ໂມກຣັດ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ທ່ານ​ຈະ​ສະ​ເໜີ​ໃຫ້ການ​ສະໜັບສະໜຸນ​ຄັ້ງໃໝ່​ຕໍ່​ພວກ​ແຮງ​ງານ​ໃນ​ຄໍາ​ປາ​ໄສ​ທີ່​ທ່ານ​ຈະ​ກ່າວ​ຕໍ່​ລັດຖະສະພາ ຄົບຄະນະ​ໃນ​ແລງ​ວັນ​ພະຫັດ ​ມື້ຮື​ນີ້. ພວກ​ສະມາຊິກ​ສັງກັດ​ພັກ Republican ຫລາຍ​ຄົນ​ໄດ້​ຄັດຄ້ານ​ຕໍ່​ຄໍາ​ຮຽກຮ້ອງ​ຂອງທ່ານ​ສໍາລັບ​ການ​ໃຊ້​ຈ່າຍ​ເງິນ​ຕື່ມ​ອີກ​ເພື່ອ​ສະໜັບສະໜຸນ​ໃນ​ການ​ສ້າງ​ໜ້າ​ວຽກ​ຂຶ້ນ​ອີກ​ນັ້ນ ​ແຕ່​ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ທ້າ​ທາຍ​ຕໍ່​ພວກຄັດຄ້ານ​ນັ້ນ ​ໂດຍ​ໃຫ້​ພາກັນ​ຄຶດ​ຫາ​ປະ​ເທດ​ກ່ອນ​ພັກ​ການ​ເມືອງ​ນັ້ນ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ​ໃນ​ເລື້ອງ​ອື່ນໆ​ນັ້ນ ທ່ານ​ຈະ​ສະ​ເໜີ​ໃຊ້​ຈ່າຍ​ເງິນຕື່ມ​ອີກ​ສໍາລັບ​ການ​ສ້ອມ​ແຊມຖະ​ໜົນຫົນທາງ​ແລະ​ຂົວ​ທີ່ເປ່ເພ​ຂອງ​ປະ​ເທດ ຕະຫລອດ​ທັງ​ການ​ຕັດ​ພາສີ​ສໍາລັບ​ພວກ​ມີ​ເງິນ​ເດືອນ​ນັ້ນ​ອອກ​ໄປ​ອີກ​ກາຍ​ກໍານົດ ​ທີ່​ຈະ​ໝົດ​ອາຍຸ​ໃນ​ທ້າຍ​ປີ​ນີ້.

ໃນ​ອີກດ້ານນຶ່ງນັ້ນ ພວກ​ສະມາຊິກ​ພັກ Republican 5 ທ່ານ​ທີ່​ຫວັງ​ວ່າ​ຈະ​ເອົາ​ຊະນະ​ທ່ານ​ໂອ​ບາ​ມາ ​ໃນການ​ເລືອກ​ຕັ້ງປະທານາທິບໍດີ​ໃນ​ປີ 2012 ນັ້ນ ​ໄດ້​ເຂົ້າ​ປະກອບ​ສ່ວນ​ໃນ​ກອງ​
ປະຊຸມ forum ​ໃນ​ວັນຈັນ​ວານ​ນີ້​ທີ່ຣັດ South Carolina ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ເນ້ນ​ເຖິງ​ການລົດຂະໜາດຂອງ​ລັດຖະບານ​ແລະ​ລົດ​ຄ່າ​ພາສີ​ລົງ ​ເພື່ອ​ກະ​ຕຸ້ນ​ເສດຖະກິດ​ນັ້ນ.

XS
SM
MD
LG