ປະເທດ ຈີນ ແມ່ນຢູ່ອັນດັບທີນຶ່ງໃນລາຍຊື່ສັດຕູທີ່ອາດເປັນໄປໄດ້ຂອງທຳນຽບຫ້າແຈ, ອີງຕາມການກ່າວຂອງລັດຖະມົນຕີປ້ອງກັນປະເທດ ທ່ານ ມາກ ເອັສເປີ ໃນລະຫວ່າງການກ່າວຄຳປາໄສທີ່ກອງປະຊຸມໃຫຍ່ ດ້ານຄວາມໝັ້ນຄົງ ມິວນິກ ທີ່ປະເທດ ເຢຍຣະມັນ ໃນວັນເສົາວານນີ້.
ທ່ານ ເອັສເປີ ໄດ້ກ່າວຕໍ່ບັນດາຜູ້ນຳໂລກ ແລະ ຜູ້ບັນຊາການກອງທັບທີ່ນັ່ງຟັງວ່າ ປັກກິ່ງ ໄດ້ເປັນໄພຂົ່ມຂູ່ທີ່ໃຫຍ່ຫຼວງຕໍ່ບັນດາປະເທດຕາເວັນຕົກ, ຕາມດ້ວຍ ຣັດເຊຍ, ດັ່ງກັບສິ່ງທີ່ທ່ານເອີ້ນວ່າ “ປະເທດອັນຕະພານ,” ລວມທັງ ເກົາຫຼີເໜືອ, ອີຣ່ານ ແລະ ພວກກຸ່ມຫົວຮຸນແຮງ.
ທ່ານ ເອັສເປີ ໄດ້ກ່າວໂດຍອ້າງເຖິງປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ວ່າ “ແທ້ຈິງແລ້ວ, ພາຍໃຕ້ການປົກຄອງຂອງປະທານ ສີ ຈິ່ນຜິງ, ພັກຄອມມູນິສ ຈີນ ແມ່ນກຳລັງມຸ່ງໜ້າໄປທິດທາງທີ່ບໍ່ຖືກຕ້ອງຍິ່ງໄວຂຶ້ນກວ່າເກົ່າ. ມັນມີການກົດຂີ່ຂົ່ມເຫັງພາຍໃນປະເທດ, ມີການປະຕິບັດທາງເສດຖະກິດແບບປຸ້ນສະດົມຫຼາຍຂຶ້ນ, ມີຄວາມເຂັ້ມງວດຂຶ້ນກວ່າເກົ່າ, ແລະ ສິ່ງທີ່ຂ້າພະເຈົ້າເປັນຫ່ວງຫຼາຍທີ່ສຸດກໍແມ່ນ, ທ່າທີທາງທະຫານທີ່ຮຸນແຮງຂຶ້ນກວ່າເກົ່າ.”
ຄຳເຕືອນຕ່າງໆຂອງທ່ານ ໄດ້ຖືກກ່າວຢ້ຳໂດຍລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ, ຜູ້ທີ່ໄດ້ແນເປົ້າໃສ່ບໍລິສັດໂຄລະຄົມ ຫົວເຫວີຍ ຂອງຈີນ ໃນຕອນເຊົ້າໃນເສົາວານນີ້.
ທ່ານ ພອມພຽວ ໄດ້ກ່າວໃນນະຄອນ ມິວນິກ ວ່າ “ຫົວເຫວີຍ ແລະ ບໍລິສັດເທັກໂນໂລຈີອື່ນໆທີ່ໄດ້ຮັບການສະໜັບສະໜູນໂດຍ ຈີນ ແມ່ນມ້າໂທຣຈານ “ທີ່ມີຜູ້ດັກຊຸ້ມທຳຮ້າຍລີ້ຢູ່ທາງໃນ” ສຳລັບອົງການສືບລັບ ຈີນ. ພວກເຮົາບໍ່ສາມາດປ່ອຍໃຫ້ຂໍ້ມູນ ຖືກສົ່ງຜ່ານເຄືອຂ່າຍທີ່ພວກເຮົາບໍ່ມີຄວາມໝັ້ນໃຈວ່າພວກເຮົາຈະບໍ່ຖືກລັກຈີ້ເອົາໂດຍພັກຄອມມູນິສ ຈີນ, ມັນຍອມຮັບເອົາບໍ່ໄດ້ແທ້ໆ.”
ອັງກິດ ເຊິ່ງແມ່ນພັນທະມິດທີ່ສຳຄັນໄດ້ປະກາດເມື່ອບໍ່ດົນມານີ້ວ່າ ເຂົາເຈົ້າຈະອະນຸຍາດບໍລິສັດ ຫົວເຫວີຍ ໃຫ້ສ້າງພາກສ່ວນນຶ່ງຂອງເຄືອຂ່າຍໂທລະສັບມືຖື 5G ຂອງເຂົາເຈົ້າ, ເຊິ່ງມັນໄດ້ເຮັດໃຫ້ ວໍຊິງຕັນ ຕົກໃຈ. ບັນດາເຈົ້າໜ້າທີ່ໃນນະຄອນ ມິວນິກ ໄດ້ກ່າວວ່າ ສະຫະລັດ ແມ່ນກຳລັງທຳການຜັກດັນທີ່ຈະພັດທະນາເທັກໂນໂລຈີ 5G ຂອງເຂົາເຈົ້າຂຶ້ນມາເອງ.
ທ່ານ ພອມພຽວ ໄດ້ປະຕິເສດຄວາມເປັນຫ່ວງຂອງ ຢູໂຣບ ກ່ຽວກັບ ສະພາບຂອງພັນທະມິດຕາເວັນຕົກ.
ທ່ານໄດ້ກ່າວ ກ່ຽວກັບ ອົງການ NATO ວ່າ “ຂ້າພະເຈົ້າຍິນດີທີ່ຈະລາຍງານວ່າ ການພັງລົງຂອງພັນທະມິດຂ້າມມະຫາສະໝຸດ ແອັດແລນຕິກ ແມ່ນການເວົ້າເກີນຄວາມຈິງເປັນຢ່າງຍິ່ງ. ປະເທດຕາເວັນຕົກແມ່ນກຳລັງໄດ້ຊະນະເລີດ. ພວກເຮົາແມ່ນກຳລັງເຮັດມັນນຳກັນ.”
ລັດຖະມົນຕີການຕ່າງປະເທດຂອງ ຈີນ ທ່ານ ຫວັງ ຢີ້ ກໍໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ມິວນິກ ເຊັ່ນກັນ, ທ່ານໄດ້ກ່າວວ່າ ການກ່າວຫາຂອງ ສະຫະລັດ ກ່ຽວກັບ ບໍລິສັດ ຫົວເຫວີຍ ແມ່ນຄວາມຂີ້ຕົວະ.
China tops the list of potential adversaries of the Pentagon, U.S. Secretary of Defense Mark Esper said while speaking Saturday at the Munich Security Conference in Germany.
Esper told the audience of world leaders and military chiefs that Beijing posed the greatest threat to the West, followed by Russia, what he called "rogue states," including North Korea and Iran, and extremist groups.
"In fact, under President Xi's rule, the Chinese Communist Party is heading even faster and further in the wrong direction. More internal repression, more predatory economic practices, more heavy-handedness, and most concerning for me, a more aggressive military posture," Esper said, referring to Chinese President Xi Jinping.
His warnings were echoed by Secretary of State Mike Pompeo, who earlier Saturday took aim at Chinese telecom firm Huawei.
"Huawei and other Chinese-backed tech companies are Trojan horses for Chinese intelligence," Pompeo said in Munich. "We can't let information go across networks that we don't have confidence won't be hijacked by the Chinese Communist Party. It's just unacceptable."
Key ally Britain announced recently that it would allow Huawei to build sections of its 5G mobile network, to Washington's dismay. Officials in Munich said the U.S. is pushing to develop its own 5G technology.
Pompeo dismissed European concerns over the health of the Western alliance.
"I am happy to report that the death of the transatlantic alliance is grossly over exaggerated," Pompeo said of NATO. "The West is winning. We are collectively winning. We are doing it together."
Chinese Foreign Minister Wang Yi, also attending the Munich conference, said the U.S. accusations about Huawei were lies.