ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ແລະ ຊາວເຄີດ ທຳຄວາມຄືບໜ້າ ເພື່ອຕ້ານ ກຸ່ມລັດອິສລາມ


ສະມາຊິກ ຂອງກຳລັງຊາວເຄີດຄົນນຶ່ງ ຢືນຢູ່ເຂດ ທີ່ຖືກທຳລາຍ ຈາກລະເບີດ ທີ່ຫ້າງໄວ້ ໂດຍພວກຫົວຮຸນແຮງລັດອິສລາມ.
ສະມາຊິກ ຂອງກຳລັງຊາວເຄີດຄົນນຶ່ງ ຢືນຢູ່ເຂດ ທີ່ຖືກທຳລາຍ ຈາກລະເບີດ ທີ່ຫ້າງໄວ້ ໂດຍພວກຫົວຮຸນແຮງລັດອິສລາມ.

ບັນດາ​ເຈົ້າ​ໜ້າ​ທີ່ ສະຫະລັດ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ
ກາດ​ໃນ ອີຣັກ ​ໄດ້​ສັງຫານ​ຜູ້ນຳ​ຊັ້ນ​ສູງສາມ​ຄົນ​ຂອງກຸ່ມ​ລັດ​
ອິສລາມ ​ໃນຂະນະ​ທີ່​ພວກ​ນັກ​ລົບ​ຊາວເຄີ​ດຍັງ​ໄດ້​ລາຍ​ງານ​
ວ່າທຳ​ຄວາມ​ຄືບ​ໜ້າ​ ໃນການສູ້ລົບກັບພວກຫົວຮຸນແຮງຈັດ
Sunni.

ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງປ້ອງ​ກັນ​ປະ​ເທດສະຫະລັດ ກ່າວ
ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ຄວາມ​ຄືບ​ໜ້າ​ເຫຼົ່ານີ້ ແມ່ນຮວມທັງ
ການຂັດຂວາງຄວາມ​ສາມາດ ຂອງກຸ່ມ​ຫົວ​ຮຸນ​ແຮງໃນການ
ບັງຄັບ​ບັນຊາ​ການ ​ແລະ​ຄວບ​ຄຸມ​ຂົງ​ເຂດ​ຕ່າງໆ​ທີ່​ພວກເຂົາ
ຍຶດຄອງຢູ່​ໃນ​ອີຣັກ ​ແລະຊີ​ເຣຍ.

ຢູ່​ໃນ​ບັນດາ​ຜູ້​ທີ່​ຖືກ​ສັງຫານ ກໍ​ມີ ທ້າວ Haji Mutazz ຮອງຜູ້ນຳ​ລັດ​ອິສລາມ Abu Bakr al-Baghdadi ທ້າວ Abdal-Basit ຜູ້​ບັນຊາ​ການ​ທະຫານ​ລັດ​ອິສລາມ​ໃນອີຣັກ ​ແລະ
​ເຈົ້າ​ໜ້າ​ທີ່​ລະດັບ​ກາງທ້າວ Radwin Talib ທີ່​ຮັບ​ໃຊ້​ເປັນຜູ້​ບັນຊາ​ການ​ຢູ່​ເມືອງ Mosul.

ພວກ​ເຈົ້າ​ໜ້າ​ທີ່​ກ່າວວ່າ ບຸກຄົນທັງ 3 ​ໄດ້​ຖືກ​ສັງຫານ ໃນການ​ໂຈ​ມຕີ​ທາງ​ອາກາດ​ ລະ
ຫວ່າງກາງ​ເດືອນ​ພະຈິກ ​ແລະ​ຕົ້ນ​ເດືອນ​ທັນວາ.

​ນອກນັ້ນແລ້ວ ໃນ​ວັນ​ພະ​ຫັດ​ວານ​ນີ້ ກຳລັງຊາວ​ເຄີ​ດ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍືດ​ຄືນເອົາ
ດິນແດນອັນກວ້າງໃຫຍ່ ​ຈາກພວກນັກ​ລົບ​ລັດ​ອິສລາມ ​ແລະ​ສາມາດຕີ ຜ່າວົງລ້ອມພູ
Sinjar ບ່ອນ​ທີ່​ບັນດາຊະ​ມາ​ຊິກຊົນ​ກຸ່ມນ້ອຍ Yazidi ​ໄດ້​ຕົກ ຄ້າງ ຢູ່​ທີ່​ນັ້ນ.

ຫົວໜ້າ​ສະພາ​ຄວາມ​ໝັ້ນຄົງ​ພູມີພາກຂອງຊາວເຄີ​ດ​ ທ່ານ Masrour Barzani ກ່າວ​ຢູ່​
ໃນ​ຖະ​ແຫລ​ງການ​ວ່າ ພວກ​ນັກ​ລົບ pershmega ຂອງຊາວ​ເຄີ​ດ ​ໄດ້​ເປີດເສັ້ນທາງ​ຜ່ານ
ໄປຍັງ​ພູ Sinjar ​ໃນ​ລະຫວ່າງການປະຕິບັດງານບຸກໂຈມ​ຕີ​ເປັນ​ເວລາ​ສອງ​ວັນ.

ISLAMIC STATE SOTVO
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG