ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ຍົກເລີກການລົງໂທດ ຕໍ່ທ່ານມຸສສາ ກຸສຊາ


ທ່ານ Moussa Koussa ອະດີດລັດຖະມົນຕີຕ່າງປະເທດລີເບຍ
ວັນທີ 1 ເມສາ 2011
ທ່ານ Moussa Koussa ອະດີດລັດຖະມົນຕີຕ່າງປະເທດລີເບຍ ວັນທີ 1 ເມສາ 2011



















ລັດຖະບານ​ສະຫະລັດ​ໄດ້​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ທ່ານ​ມຸສສາ ກຸສຊາ ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ລີ​ເບຍ ​ໂດຍ​ກ່າວ​ວ່າ ການ​ເຄື່ອນໄຫວ​ດັ່ງກ່າວ​ນີ້​ມີ​ວັດຖຸ​ປະສົງ​ເພື່ອ​ຊຸກຍູ້​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ອື່ນ​ໆ​ໃນ​ວົງ​ການ​ລັດຖະບານ​ຂອງ​ທ່ານ​ກາດ​ດາ​ຟີ​ໂຕນ​ໜີ ແລະ​ແຕກອອກ​ຈາກ​ລັດຖະບານ​ລີ​ເບຍ​ນັ້ນ.

ກະຊວງ​ການ​ເງິນ​ສະຫະລັດ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​ໄດ້​ຖອນ​ຊື່​ທ່ານກຸ​ສຊາ​ອອກ​ຈາກ​ບັນ
ຊີ​ດຳຂອງ​ພວກ​ເຈົ້າ​ໜ້າ​ທີ່​ລີ​ເບຍ​ທີ່​ຖືກ​ເກືອດ​ຫ້າມ​ບໍ່​ໃຫ້​ເດີນທາງ​ມາ​ຍັງ​ສະຫະລັດ​ແລະ​ຊັບ
ສິນ​ຂອງ​ເຂົາ​ເຈົ້າ​ທີ່ຢູ່​ໃນອໍານາດການ​ຄວບ​ຄຸມ​ຂອງ​ສະຫະລັດ​ກໍ​ໄດ້​ຖືກ​ຍຶດ​ໄວ້.

ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ທ່ານ​ນຶ່ງ​ໃນ​ກະຊວງ​ການ​ເງິນ​ສະຫະລັດ​ກ່າວ​ວ່າ ການ​ໂຕນ​ໜີ​ຂອງ​ທ່ານ​ກຸສຊາ​ແລະ​ການ​ຍົກ​ເລີກ​ການ​ລົງ​ໂທດ​ຢ່າງ​ກະທັນຫັນ​ຕໍ່​ທ່ານ ຄວນ​ຈະ​ຊຸກຍູ້ໃຫ້​ພວກ​ເຈົ້າ​ໜ້າ​
ທີ່​ຄົນ​ອື່ນໆໃນ​ວົງ​ການ​ລັດຖະບານ​ຂອງລີ​ເບຍ​ຕັດສິນ​ໃຈ​ໃນ​ທໍານອງ​ດຽວ​ກັນ​ກັບ​ທ່ານ​ກຸສຊາ​ນີ້​ຕໍ່​ລັດຖະບານ​ກາດ​ດາ​ຟີ​ນັ້ນ.

ເວລາ​ນີ້​ມີ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສຂອງ​ລີ​ເບຍ 13 ທ່ານຢູ່​ໃນ​ບັນຊີ​ດໍາ​ດັ່ງກ່າວ ຮວມທັງ​ທ່ານ
ກາດ​ດາ​ຟີ ພ້ອມ​ທັງ​ພັນ​ລະ​ຍາ​ແລະ​ພວກ​ລູກຊາຍ​ຂອງ​ທ່ານ. ກະຊວງ​ການ​ເງິນ​ສະຫະລັດ​ເວົ້າ​ຕື່ມ​ວ່າ ຕົນ​ວາງ​ແຜນ​ທີ່​ຈະ​ຕື່ມ​ຊື່​ພວກ​ເຈົ້າ​ໜ້າ​ທີ່​ລີ​ເບຍ​ເຂົ້າໃນບັນຊີ​ດັ່ງກ່າວໃນ​ອີກ​ບໍ່ເທົ່າ​ໃດມື້​ຕໍ່ໜ້າ​ນີ້.

ໃນ​ຂະນະ​ດຽວ​ກັນ ອັງ​ກິດ​ກ່າວ​ວ່າ ຕົນ​ໄດ້​ຊັກ​ຊວນ​ທ່ານ​ກຸສຊາ​ໃຫ້​ຮ່ວມ​ໄມ້​ຮ່ວມ​ມື​ກັບ​ທາງ​ການ Scotland ​ໃນ​ການ​ສືບສວນ​ການວາງ​ລະ​ເບີດໂຈມ​ຕີ​ໃສ່​ເຮືອບິນ​ລໍາ​ນຶ່ງ​ຂອງ​ສາຍ​ການບິນ Pan Am ຂອງ​ສະຫະລັດທີ່​ຕົກລົງ​ໃນ​ເມືອງ Lockerbie ​ໃນ​ປີ 1988 ນັ້ນ.

ທ່ານ William Hague ລັດຖະມຸນຕີ​ການ​ຕ່າງປະ​ເທດ​ອັງກິດ ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ອັງກິດ​ແລະ​ພວກ​ໄອ​ຍະ​ການ Scotland ​ໄດ້ພົບ​ປະກັນ​ໃນ​ວັນ​ຈັນ​ວານ​ນີ້​ເພື່ອ​ຈັດ​ແຈງ​ການສໍາພາດ​ກັບ​ອະດີດ​ລັດຖະມົນ​ ລີ​ເບຍ​ທ່ານ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ອັງກິດ​ໄດ້ປະກາດ​ໃຫ້​ຮູ້​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້​ວ່າ ພວກ​ໄອ​ຍະ​ການ Scotland ຈະສອບ​ຖາມ​ອະດີດ​ນັກ​ການ​ທູດ​ລີ​ເບຍ​ທ່ານ​ນີ້.

XS
SM
MD
LG