ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ພົບປະກັນກັບ ເກົາຫລີໃຕ້ແລະຍີ່ປຸ່ນ ກ່ຽວກັບເກົາຫລີເໜືອ


ທ່ານ Shinsuke Sugiyama, ຫົວໜ້າເຈລະຈາຍີ່ປຸ່ນ ຈັບມືກັບ ທ່ານ Lim Sung-nam ຫົວໜ້າເຈລະຈາ ຝ່າຍເກົາຫລີໃຕ້ທີ່ກຸງໂຊນ.
ວັນທີ 12 ມັງກອນ 2012.
ທ່ານ Shinsuke Sugiyama, ຫົວໜ້າເຈລະຈາຍີ່ປຸ່ນ ຈັບມືກັບ ທ່ານ Lim Sung-nam ຫົວໜ້າເຈລະຈາ ຝ່າຍເກົາຫລີໃຕ້ທີ່ກຸງໂຊນ. ວັນທີ 12 ມັງກອນ 2012.

ສະຫະລັດ​ ກໍານົດ​ຈະ​ທໍາ​ການ​ພົບ​ປະ​ຫາລື​ກັນ​ໃນ​ລະດັບ​ສູງ​ກັບ​ບັນດາ​ເຈົ້າໜ້າ​ທີ່​ເກົາຫລີ​ໃຕ້​ແລະ​ຍີ່ປຸ່ນ​ໃນ​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່ ຄາດ​ວ່າ​ຈະ​ເພ່ງ​ເລັງ​ໃສ່ການ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ລິ​ເລີ້ມ​ການພົບ​ປະ​ເຈລະຈາ 6 ຝ່າຍ​ຄືນໃໝ່ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ເກົາຫລີ ເໜືອ​ນັ້ນ.

ທ່ານ Kurt Campbell ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ວ່າ
ດ້ວຍ​ກິດຈະການ​ເອ​ເຊຍ​ຕາ​ເວັນ​ອອກ​ແລະຍ່ານ ມະຫາ​ສະມຸດ​ປາຊີ​ຟິກ ​ແລະ​ທ່ານ Glyn
Davies ທູດ​ພິ​ເສດ​ກ່ຽວ​ກັບ ເກົາຫລີ​ເໜືອ​ຈະ​ເປັນ​ເຈົ້າພາບ ​ຈັດ​ການ​ພົບ​ປະ​ກັບ​ທ່ານ
Lim Sung Nam ຫົວໜ້າ​ເຈລະຈາ​ຝ່າຍ​ເກົາຫລີ​ໃຕ້​ແລະ​ທ່ານ Shinshuke Su-
Giyama ຄູ່​ຕໍາ​ແໜ່​ງຈາກ​ຍີ່ປຸ່ນ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ນີ້ ​ແມ່ນ​ພາກສ່ວນ​
ນຶ່ງ​ຂອງ​ການ​ພົບ​ປະ​ຫາລື​ກັນ​ລະຫວ່າງ 3 ຝ່າຍ​ທີ່​ຈັດ​ມາ​ເປັນ​ປະ​ຈໍາ​ເພື່ອ​ຮັບ​ມື​ກັບ​ເລື້ອງ
ຕ່າງໆ​ກ່ຽວ​ກັບ​ບັນຫາ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນຮວມທັງເລື່ອງ
ເກົາຫລີ​ເໜືອ​ນໍາ.

ສະຫະລັດ ຈີນ ຣັດ​ເຊຍ ຍີ່ປຸ່ນ​ແລະ​ສອງ​ເກົາຫລີ​ກໍ​ເປັນ​ຄູ່​ພາຄີ​ໃນ​ການ ເຈລະຈາ 6
ຝ່າຍ​ວ່າ​ດ້ວຍ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ ທີ່​ມີ​ວັດຖຸ​ປະສົງເພື່ອ​ເກ້​ຍກ່ອມ​ໃຫ້​ກຸງ​ພຽງ​
ຢ້າງ​ ປະລະ​ຖິ້ມໂຄງການ​ນີວ​ເຄລຍຂອງ​ຕົນ ​ເພື່ອແລກປ່ຽນ​ກັບການ​ຊ່ອຍ​ເຫລືອ​ດ້ານ​
ເສດຖະກິດ. ​ເກົາຫລີເໜືອ​ໄດ້ຢຸດ​ເຂົ້າ​ຮ່ວມ​ການ​ພົບ​ປະ​ເຈລະຈາ​ດັ່ງກ່າວ​ໃນ​ເດືອນ​ເມ
ສາ​ປີ 2009.

XS
SM
MD
LG