ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະເສີມສະມັດຖະພາບ ທາງທະຫານຂອງຕົນ ຢູ່ໃນເກົາຫຼີໃຕ້


ຝູງເຮືອບິນຊ້ອມລົບລະຫວ່າງ ສະຫະລັດກັບ ເກົາຫຼີໃຕ້ ທີ່ຖ່າຍທອດຜ່ານທາງໂທລະພາບ
ຝູງເຮືອບິນຊ້ອມລົບລະຫວ່າງ ສະຫະລັດກັບ ເກົາຫຼີໃຕ້ ທີ່ຖ່າຍທອດຜ່ານທາງໂທລະພາບ

ຜູ້ບັນຊາ​ການ​ສູງ​ສຸດ​ກອງ​ກໍາລັງ​ສະຫະລັດ​ໃນ​ເກົາຫຼີ​ໃຕ້ ​ພວມ​ຮ້ອງຂໍເອົາ​ເຮືອບິນເຮລິ
ຄອບ​ເຕີ​ໂຈມ​ຕີ ແລະເຮືອບິນ​ສືບ​ລັບ​ເພີ່ມຕື່ມ ​ແລະເສີມ​ຂະຫຍາຍ​ລະບົບ​ປ້ອງ​ກັນລູກ​
ສອນ​ໄຟ ຊຶ່ງເປັນ​ພາກ​ສ່ວນ​ນຶ່ງຂອງ​ອັນ​ທີ່​ທ່ານ​ເອີ້ນວ່າ ເປັນຄວາມພະຍາຍາມ​ເພື່ອ​ເສີມ
​ຂະຫຍາຍ​ຄວາມ​ສາມາດ​ໃນ​ການ​ສູ້​ລົບ.

ນາຍ​ພົນ James Thurman ກ່າວ​ຕໍ່​ກອງ​ປະຊຸມ​ທີ່​ກຸງໂຊລ ​ໃນ​ວັນ​ອັງຄານ​ມື້ນີ້ ວ່າ
ທ່ານ​ໝັ້ນ​ໃຈວ່າກະຊວງ​ປ້ອງ​ກັນ​ປະ​ເທດ ຈະ​ສະໜອງຕອບ​ຕໍ່​ຄຳ​ຮ້ອງ​ຂໍ​ຂອງທ່ານທີ່​
ຢາກ​ເພີ່ມສະມັດຖະພາບ​ຂອງ​ກອງທັບໃນເກົາຫລີໃຕ້ ຊຶ່ງ​ຄໍາຮ້ອງຂໍນີ້ໄດ້ມີ​ຂຶ້ນທ່າ​ມ
ກາງ​ທີ່​ມີ​ຄວາມ​ຢ້ານ​ກົວກັນເພີ່ມ​ຂຶ້ນວ່າ ຈະ​ມີ​ການ​ທ້າ​ທາຍ​ເກາະ​ຜິດທາງ​ທະ​ຫານ​ຈາກ​
ເກົາຫຼີ​ເໜືອ​ທີ່​ມີ​ອາ​ວຸດ​ນີວ​ເຄລຍນັ້ນ.

​ໃນ​ຕົ້ນ​ເດືອນນີ້ ກຸງ​ພຽງ​ຢາງ​ໄດ້​ຂົ່ມຂູ່​ທີ່​ຈະໂຈມ​ຕີ​ບ່ອນ​ຂາຍ​ໜັງສືພິມ​ນິຍົມ​ແນວທາງ​ເດີມ
ຫຼາຍໆ​ສະບັບທີ່​ກຸງ​ໂຊ​ລ ຫຼັງ​ຈາກ​ໜັງສືພິມ​ເຫຼົ່ານີ້​ໄດ້​ຕໍາ​ໜິຕິ​ຕຽນ​ຜູ້​ນໍາ​ຂອງເກົາຫຼີ​ເໜືອ
ທ່ານ Kim Jong Un. ຫວ່າງ​ບໍ່​ດົນ​ມານີ້ກຸງ​ໂຊລ ​ກໍໄດ້​ກ່າວ​ຫາກຸງ​ພຽງ​ຢາງ​ວ່າ ໄດ້​ລົບ
​ກວນ​ສັນຍານ​ບອກ​ທິດ​ທາງ​ຈາກ​ດາວ​ທຽມ ທີ່​ສົ່ງຜົນ​ກະທົບ​ຕໍ່ບັນດາ​ເຮືອບິນໂດຍສານ​
ແລະກໍາ​ປັ່ນ​ໃນເກົາຫຼີ​ໃຕ້​ນັ້ນ.

ນອກ​ນັ້ນ ​ຍັງ​ມີ​ຄວາມ​ເປັນ​ຫວ່ງວ່າ ​ເກົາຫຼີ​ເໜືອ​ອາດ​ຈະ​ພະຍາຍາມ​ທົດ​ລອງອາວຸດ​ນິວ
​ເຄລຍ​ຄັ້ງ​ທີ່​ 3 ​ຫຼັງ​ຈາກ​ທີ່​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ​ກ່ຽວ​ກັບ​ການ​ທົດ​ລອງລູກ​ສອນ
​ໄຟໄລຍະ​ຍາວ ​ເມື່ອເດືອນ​ເມສາ​ຜ່ານ​ມານີ້ ເຖິງ​ແມ່ນ​ກຸງ​ພຽງ​ຢາງຢືນ​ຢັດວ່າ ​ຕົນ​ບໍ່ໄດ້
​ກະກຽມ​ເພື່ອການ​ທົດ​ລອງ​ນີ້​ກໍຕາມ.

ໃນ​ຂະນະ​ດຽວ​ກັນ​ນີ້ ກອງ​ກໍ​ລັງ​ຂອງ​ສະຫະລັດ​ແລະເກົາຫຼີໃຕ້ ​ໄດ້​ທຳ​ການ​ຊ້ອມລົບຮ່ວມ
ກັນ ໃນ​ວັນ​ອັງຄານ​ມື້​ນີ້ ​ທີ່​ເມືອງ Pocheon ​ຂອງເກົາຫຼີໃຕ້.

ປະຈຸ​ບັນ​ນີ້​ສະຫະລັດ​ ​ມີ​ທະຫານເກືອບ​ 30,000 ຄົນ ​ປະ​ຈໍາ​ການ​ຢູ່ໃນເກົາຫຼີໃຕ້​ ຊຶ່ງຍັງ​
ສືບ​ຕໍ່​ຢູ່​ໃນ​ສະພາວະ​ສົງຄາມມາ​ດົນ​ກວ່າ 60 ປີ ກັບເກົາຫຼີເໜືອ. ຂໍ້​ຕົກລົງທີ່ຍຸຕິ​ສົງຄາມ​
ກາງ​ເມືອງ​ ແຕ່​ປີ 1950 ຫາ 53 ນັ້ນ ເປັນພຽງ​ການ​ຢຸດ​ຍິງ​ຊົ່ວຄາ​ວເທົ່າ​ນັ້ນ.

XS
SM
MD
LG