ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອ ຂູ່ສະຫະລັດ ແລະເກົາຫຼີໃຕ້


ຄະນະກຳມາທິການ ປ້ອງກັນຊາດ ຂອງເກົາຫຼີເໜືອ ໄດ້ຂູ່ໃນວັນເສົາ ມື້ນີ້ວ່າ ຈະເຮັດສົງຄາມສັກສິດກັບ ສະຫະລັດແລະເກົາຫຼີໃຕ້ ຖ້າປະເທດທັງສອງ ຫາກ ຍັງດຳເນີນການຕໍ່ໄປ ໃນໝາຍກຳນົດການ ຊ້ອມລົບຂອງກອງທັບເຮືອ ຊຶ່ງຈະເລີ້ມຂຶ້ນ ໃນເຂດທະເລຍີ່ປຸ່ນ ໃນວັນອາທິດ ມື້ອື່ນນີ້.

ພຽງຢາງກ່າວວ່າ ຕົນຈະຕອບໂຕ້ ຕໍ່ການຊ້ອມລົບ ທາງທະເລ ທີ່ວ່ານີ້ ອີງຕາມທິດສະດີ ສົງຄາມອາ ວຸດນິວເຄລຍ ຂອງຕົນ.

ເກົາຫຼີເໜືອ ມັກທຳການຂົ່ມຂູ່ ໃນທຳນອງນີ້ເລື້ອຍໆ ເວລາເກົາຫຼີໃຕ້ ແລະສະຫະລັດ ທຳການຊ້ອມລົບຮ່ວມ ທາງທະຫານ. ການໃຫ້ທັດສະນະ ແບບຂົ່ມຂູ່ ເທື່ອລ່າສຸດນີ້ ມີຂຶ້ນທ່າມກາງ ຄວາມເຄັ່ງຕຶງ ທີ່ພວມເພີ້ມທະວີຂຶ້ນ ຢູ່ໃນແຫຼມເກົາຫຼີ ກ່ຽວກັບ ການ ຈົມກຳປັ່ນລົບ ຂອງເກົາຫຼີໃຕ້ ທີ່ມີການຖິ້ມໂທດ ໃສ່ເກົາຫຼີເໜືອນັ້ນ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ HILLARY CLINTON ກ່າວທີ່ປະເທດຫວຽດນາມ ບ່ອນທີ່ທ່ານນາງ ໄປຮ່ວມກອງປະຊຸມ ວ່າດ້ວຍຄວາມໝັ້ນຄົງ ພູມີພາກ ຂອງອາຊ່ຽນວ່າ ເກົາຫຼີເໜືອ ແມ່ນອຳນາດການປົກຄອງ ທີ່ໂດດດ່ຽວ ແລະມັກ ສົງຄາມ ທີ່ໄດ້ພົວພັນນ ຳການປຸກລະດົມ ແບບທ້າທາຍເກາະຜິດ ແລະປະພຶດ ປະຕິບັດ ແບບເປັນອັນຕະລາຍ. ໃນຕົ້ນອາທິດນີ້ ທ່ານນາງໄດ້ປະກາດ ກ່ຽວກັບການລົງໂທດ ທາງດ້ານເສດຖະກິດ ຄັ້ງໃໝ່ ຕໍ່ພຽງຢາງ.

ໂຄສົກ ຂອງເກົາຫຼີເໜືອ ທ່ານ RI TONG IL ກ່າວເຖິງແຜນການ ຊ້ອມລົບຂອງສະຫະ ລັດ ແລະເກົາຫຼີໃຕ້ວ່າ ເປັນໄພຂົ່ມຂູ່ ຕໍ່ອະທິປະໄຕ ຂອງເກົາຫຼີເໜືອ.

XS
SM
MD
LG