ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດເຕືອນ ກ່ຽວກັບ ເກົາຫຼີເໜືອ


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ HILLARY CLINTON ກ່າວ ວ່າ ເກົາຫຼີເໜືອ ແລະມຽນມາ ເປັນໄພຂົ່ມຂູ່ ໄລຍະຍາວ ຕໍ່ ສະເຖຍລະພາບ ໃນເຂດເອ ເຊຍ ປາຊີຟິກ.

ທ່ານນາງ CLINTON ໃຫ້ທັດ ສະນະ ດັ່ງກ່າວ ໃນຕອນເປີດ ກອງປະຊຸມ ວ່າດ້ວຍ ຄວາມໝັ້ນຄົງ ພູມີພາກ ຂອງສະມາຄົມ ອາຊ່ຽນ ທີ່ນະຄອນຫຼວງ ຮ່າໂນ່ຍ. ທ່ານນາງ ກ່າວເຖິງ ເກົາຫຼີເໜືອວ່າ ເປັນອຳນາດ ການປົກຄອງ ທີ່ໂດດດ່ຽວ ແລະມັກສົງຄາມ ທີ່ໄດ້ພົວພັນ ນຳການທ້າທາຍ ເກາະຜິດ ແລະປະພຶດ ປະຕິບັດ ແບບ ເປັນອັນຕະລາຍ.

ໃນລະຫວ່າງ ການຢຸດແວ່ ຢ້ຽມຢາມກຸງໂຊລ ໃນມື້ວັນພຸດແລ້ວນີ້ ທ່ານນາງ CLINTON ໄດ້ປະກາດ ກ່ຽວກັບ ການລົງໂທດຄັ້ງໃໝ່ ຂອງສະຫະລັດ ຕໍ່ພຽງຢາງ ຫຼັງຈາກ ໄດ້ມີການ ຈົມ ກຳປັ່ນລົບ ຂອງເກົາຫຼີໃຕ້ ໃນເດືອນມີນາ ຜ່ານມາ ທີ່ເຮັດໃຫ້ ທະຫານເຮືອ ເກົາຫຼີໃຕ້ 46 ຄົນ ເສຍຊີວິດ. ເກົາຫຼີເໜືອ ໄດ້ປະຕິເສດວ່າ ຕົນບໍ່ມີສ່ວນ ພົວພັນໃດໆ ໃນການຈົມ ກຳປັ່ນລົບ CHEONAN ຂອງເກົາຫຼີໃຕ້.

ທ່ານນາງ CLINTON ກ່າວຕໍ່ ສະມາຊິກ 27 ປະເທດ ຂອງກອງປະຊຸມ ວ່າດ້ວຍ ຄວາມໝັ້ນຄົງ ພູມີພາກ ຂອງສະມາຄົມ ອາຊ່ຽນວ່າ ສັນຕິພາບ ຈະມີຂຶ້ນບໍ່ໄດ້ ໃນແຫຼມ ເກົາຫຼີ ນອກຈາກວ່າ ເກົາຫຼີເໜືອ ປ່ຽນແປງ ການປະພຶດ ປະຕິບັດ ຂັ້ນພື້ນຖານ ຂອງຕົນ.

ສະຫະລັດ ຈະທຳການຊ້ອມລົບ ຄັ້ງສຳຄັນ ຮ່ວມກັບ ເກົາຫຼີໃຕ້ ເລີ້ມໃນມື້ ວັນອາທິດ ຈະມານີ້ ໃນບໍລິເວນ ທະເລຍີ່ປຸ່ນ ຊຶ່ງພວກເຈົ້າໜ້າທີ່ ກ່າວວ່າ ມີຈຸດປະສົງແນໃສ່ ເພື່ອ ເປັນການເຕືອນ ຕໍ່ເກົາຫຼີເໜືອ. ໂຄສົກຄົນນຶ່ງ ຂອງເກົາຫຼີເໜືອ ກ່າວວ່າ ພຽງຢາງ ຈະ ທຳການຕອບໂຕ້ ດ້ວຍກຳລັງ ຖ້າການຊ້ອມລົບຮ່ວມ ຫາກມີຂຶ້ນແທ້.

XS
SM
MD
LG