ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ້ອມລົບຂອງສະຫະລັດ ແລະເກົາຫຼີໃຕ້


ເກົາຫຼີເໜືອກ່າວວ່າ ການຊ້ອມ ລົບຮ່ວມທາງທະຫານລະຫວ່າງ ສະຫະລັດ ກັບເກົາຫຼີໃຕ້ ຊຶ່ງຈະ ມີຂຶ້ນໃນໄວໆນີ້ ເປັນໄພຂົ່ມຂູ່ ຢ່າງຮ້າຍແຮງ ຕໍ່ຄວາມໝັ້ນຄົງ ທັງຢູ່ໃນແຫຼມເກົາຫຼີ ແລະໃນ ໂລກ.

ຄຳຖະແຫຼງດັ່ງກ່າວແມ່ນ​ອອກ​ມາ​ຈາກ ທ່ານ RI TONG IL ໂຄສົກຂອງ ຄະນະຜູ້ແທນ ເກົາຫຼີເໜືອ ທີ່ເດີນທາງໄປ ຮ່ວມ ກອງປະຊຸມ ວ່າດ້ວຍ ຄວາມໝັ້ນຄົງ ພູມີພາກ ຂອງອາ ຊ່ຽນ ທີ່ນະຄອນຫຼວງ ຮາໂນ່ຍ ​ໃນ​ວັນ​ພຸດ​ ວານ​ນີ້.

ສະຫະລັດ ແລະເກົາຫຼີໃຕ້ ໄດ້ປະກາດ ໃນຕົ້ນອາທິດນີ້ວ່າ ພວກຕົນ ຈະທຳການຊ້ອມລົບ ຢູ່ໃນບໍລິເວນ ທະເລຍີ່ປຸ່ນ ເປັນເວລາ 4 ມື້ ເລີ້ມຕົ້ນ ໃນມື້ວັນອາທິດ ຈະມານີ້. ການຊ້ອມ ລົບທີ່ວ່ານີ້ ໄດ້ຈັດ​ໃຫ້ມີຂຶ້ນ ກໍເພື່ອເປັນການຕອບໂຕ້ ຕໍ່ການຈົມ ກຳປັ່ນລົບ CHEONAN ຂອງເກົາຫຼີໃຕ້ ໃນວັນທີ 26 ມີນາຜ່ານມາ ທີ່ເປັນເຫດໃຫ້ ທະຫານເຮືອ ເກົາຫຼີໃຕ້ 46 ຄົນ ເສຍຊີວິດ ໄປນັ້ນ. ຄະນະສືບສວນ ນາໆຊາດ ສະຫຼຸບວ່າ ກຳປັ່ນລົບ ເກົາຫຼີໃຕ້ ຫົ້ມ ຍ້ອນ ຖືກລູກລະເບີດ ຕໍປີໂດ ຂອງເກົາຫຼີເໜືອ ຊຶ່ງເປັນຂໍ້ຫາ ທີ່ພຽງຢາງ ໄດ້ປະຕິເສດ.

ທ່ານ RI TONG IL ໂຄສົກ ຂອງເກົາຫຼີເໜືອ ກ່າວຕໍ່ພວກນັກຂ່າວວ່າ ການຊ້ອມລົບ ທີ່ວ່ານີ້ ຈະເປັນການລະເມີດ ຕໍ່ຖະແຫຼງການ ຂອງສະພາ ຄວາມໝັ້ນຄົງອົງການສະຫະ ປະຊາຊາດ ທີ່ໄດ້ປະນາມ ການໂຈມຕີ ແຕ່ໃນຂະນະດຽວກັນກໍຮຽກຮ້ອງໃຫ້ເອົາມາດຕະ ການ ແບບສັນຕິ ແລະເໝາະສົມ ກ່ຽວ​ກັບ ສະຖານະການນີ້.

XS
SM
MD
LG