ນັກການທູດອະວຸໂສທ່ານນຶ່ງຂອງສະຫະລັດກ່າວວ່າ ໄດ້ມີຄວາມກ້າວໜ້າໃນລະຫວ່າງການ
ສົນທະນາຫາລືກັບເກົາຫຼີເໜືອເມື່ອໄວໆມານີ້ ກ່ຽວກັບການຮື້ຟື້ນ ການເຈລະຈາເພື່ອປົດອາ
ວຸດນິວເຄລຍທີ່ຕົກຢູ່ສະພາບບໍ່ໄປບໍ່ມານັ້ນແຕ່ກໍກ່າວຕື່ມວ່າ ສະພາບການທີ່ວ່ານີ້ຍັງແກ້ໄຂ
ບໍ່ໄດ້.
ລັດຖະມົນຕີຊ່ອຍວ່າການກະຊວງການຕ່ງປະເທດສະຫະລັດທ່ານ Kurt Campbell ໃຫ້
ຄວາມເຫັນດັ່ງກ່າວ ຢູ່ທີ່ກຸງໂຊລໃນວັນພະຫັດມື້ນີ້ ບ່ອນທີ່ທ່ານໄດ້ແຈ້ງໃຫ້ພວກເຈົ້າໜ້າທີ່
ຊາບກ່ຽວກັບການເຈລະຈາໂດຍກົງ ຮອບທີ 2 ລະຫວ່າງເຈົ້າໜ້າທີ່ສະຫະລັດ ແລະເກົາຫຼີ
ເໜືອທີ່ນະຄອນເຈນີວາ. ທ່ານ Campbell ກ່າວຕໍ່ພວກນັກຂ່າວວ່າຍັງບໍ່ສາມາດເຈາະທະ
ລຸສະພາບການບໍ່ໄປບໍ່ມາໄດ້ ແລະກໍຍັງບໍ່ມີການຕັດສິນໃຈໃດໆກ່ຽວກັບການສົນທະນາ
ຫາລືຮອບໃໝ່.
ການເຈລະຈາ 6 ຝ່າຍເພື່ອປົດອາວຸດນິວເຄລຍ ທີ່ພົວພັນກັບ 2 ເກົາຫຼີ ຈີນ ຍີ່ປຸ່ນ ຣັດເຊຍ
ແລະສະຫະລັດ ແມ່ນແນໃສ່ເພື່ອເກ້ຍກ່ອມໃຫ້ເກົາຫຼີເໜືອປະຖິ້ມໂຄງການສ້າງອາວຸດນິວ
ເຄລຍຂອງຕົນ ເພື່ອແລກປ່ຽນກັບການໄດ້ຮັບຄວາມຊ່ອຍເຫຼືອທາງດ້ານເສດຖະກິດຂະ
ໜາດໃຫຍ່.
ພຽງຢາງໄດ້ຍ່າງອອກຈາກການເຈລະຈາດັ່ງກ່າວ ໃນເດືອນເມສາປີ 2009 ແລະຕໍ່ມາໄດ້
ທຳການທົດລອງອາວຸດນິວເຄລຍຄັ້ງທີ 2 ແລະທົດລອງລູກສອນໄຟໄລຍະຍາວອີກຫຼາຍ
ຄັ້ງ.
ເວລານີ້ເກົາຫຼີເໜືອກ່າວວ່າ ຕົນຕ້ອງການຢາກໃຫ້ ມີການຟື້ນຟູການເຈລະຈາດັ່ງກ່າວຄືນ
ໃໝ່ ແຕ່ປາດສະຈາກເງື່ອນໄຂທີ່ສະຫະລັດ ແລະເກົາຫຼີໃຕ້ໄດ້ຕັ້ງໄວ້ຮວມທັງການໂຈະໃນ ການກັ່ນທາດຢູເຣນຽມຂອງຕົນນຳ.