ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີໃຕ້ສະເໜີໃຫ້ການ ຊ່ອຍເຫຼືອສຸກເສີນ ແກ່ເກົາຫຼີເໜືອ


ເກົາຫຼີໃຕ້ສະເໜີໃຫ້ການ ຊ່ອຍເຫຼືອສຸກເສີນ ແກ່ເກົາຫຼີເໜືອ
ເກົາຫຼີໃຕ້ສະເໜີໃຫ້ການ ຊ່ອຍເຫຼືອສຸກເສີນ ແກ່ເກົາຫຼີເໜືອ

ເກົາຫຼີໃຕ້ໄດ້ສະເໜີໃຫ້ການຊ່ອຍເຫຼືອສຸກເສີນໃນມູນຄ່າ
ຫຼາຍໆລ້ານໂດລາ ແກ່ເກົາຫຼີເໜືອເພື່ອຊ່ອຍປະເທດດັ່ງ
ກ່າວໃຫ້ຟື້ນໂຕຄືນ ຈາກໄພນໍ້າຖ້ວມທີ່ໄດ້ສ້າງຄວາມເສຍ
ຫາຍຮ້າຍແຮງນັ້ນ.

ໃນວັນອັງຄານມື້ນີ້ ສະພາກາແດງຂອງເກົາຫຼີໃຕ້ໄດ້ສະເໜີ
ໃຫ້ການຊ່ອຍເຫຼືອ 8 ລ້ານ 4 ແສນໂດລາ ຕໍ່ສະພາກາ
ແດງຂອງເກົາຫຼີເໜືອ ຊຶ່ງຖ້າຫາກມີການຮັບເອົາຂໍ້ສະເໜີ

ດັ່ງກ່າວນີ້ມັນກໍຈະເປັນການຊ່ອຍເຫຼືອທີ່ສຳຄັນເທື່ອທຳອິດ ຈາກເກົາຫຼີໃຕ້ ຫຼັງຈາກກຳປັ່ນລົບຂອງເກົາຫຼີໃຕ້ລຳນຶ່ງໄດ້ ຫຼົ້ມໃນເດືອນມີນາຜ່ານມາ ທີ່ມີການຖິ້ມໂທດໃສ່ເກົາຫຼີເໜືອວ່າ ເຮືອດຳນໍ້າຂອງ​ເກົາຫລີເໜືອ​ໄດ້​ຍິງ​ຕໍ​ປີ​ໂດໂຈມຕີນັ້ນ.

ການສະເໜີໃຫ້ຄວາມຊ່ອຍເຫຼືອທີ່ວ່ານີ້ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກສະຫະລັດໄດ້
ຂະຫຍາຍການລົງໂທດຕໍ່ເກົາຫຼີເໜືອ.

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ​ໄດ້​ອອກດຳລັດໃນມື້ວັນຈັນວານນີ້
ສັ່ງໃຫ້ຢຶດຊັບສິນ​ຂອງຊາວເກົາຫຼີເໜືອ 4 ຄົນ ຮວມທັງເອກອະທິບໍດີ ຂອງສຳນັກງານ
ພະລັງງານປະລະມະນູເກົາຫຼີເໜືອນໍາ ​ແລະຂອງບໍລິສັດເກົາຫຼີ ເໜືອ 3 ບໍລິສັດແລະ
5 ພະແນກການຂອງລັດຖະບານພຽງ​.

ນຶ່ງໃນພະແນກການທີ່ວ່ານີ້ ແມ່ນຫ້ອງການເບີ 39 ຊຶ່ງຝ່າຍສຶກສາຂອງກອງທັບສະຫະ
ລັດເວົ້າວ່າ ເປັນຫ້ອງການທີ່ກຳກັບນຳກິດຈະການຕ່າງໆ ເຊັ່ນການປອມແປງເງິນໂດລາ
ຂອງສະຫະລັດ ແລະການຈຳໜ່າຍຢາເສບຕິດແລະຢາສູບທີ່ຜິດກົດໝາຍ.

XS
SM
MD
LG