ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະມົນຕີ​ ການ​ຕ່າງປະ​ເທດ​ ຈີນຈະ​ໄປ​​ ຢ້ຽມຢາມ ເກົາຫລີ​ເໜືອ ໃນໄວໆນີ້


ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ ຫວາງ​ ຢີ (ຂວາ) ຈັບມືກັບ ທ່ານ Ri Yong Ho ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີເໜືອ ກ່ອນກອງປະຊຸມສອງຝ່າຍ ທີ່ຈັດຂຶ້ນຢູ່ນອກກອງປະຊຸມສົນທະນາໃນລະດັບຂົງເຂດຂອງ
ບັນດາປະເທດໃນ ກຸ່ມອາຊ່ຽນ ຫລື ARF ຄັ້ງທີ 50 ທີ່ນະຄອນມະນີລາ, ຟີລິບປິນ ໃນວັນທີ 6 ສິງຫາ, 2017. (ພາບຖ່າຍໂດຍ REUTERS/Pool)
ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ ຫວາງ​ ຢີ (ຂວາ) ຈັບມືກັບ ທ່ານ Ri Yong Ho ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເກົາຫລີເໜືອ ກ່ອນກອງປະຊຸມສອງຝ່າຍ ທີ່ຈັດຂຶ້ນຢູ່ນອກກອງປະຊຸມສົນທະນາໃນລະດັບຂົງເຂດຂອງ ບັນດາປະເທດໃນ ກຸ່ມອາຊ່ຽນ ຫລື ARF ຄັ້ງທີ 50 ທີ່ນະຄອນມະນີລາ, ຟີລິບປິນ ໃນວັນທີ 6 ສິງຫາ, 2017. (ພາບຖ່າຍໂດຍ REUTERS/Pool)

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ ຫວາງ​ ຢີ (Wang Yi) ຈະ​ເດີນທາງ​
ໄປເກົາຫລີ​ເໜືອ ຊຶ່ງ​ເປັນປະ​ເທດ​ເພື່ອນ​ບ້ານນັ້ນ ພາຍຫລັງທີ່​ມີກອງ​ປະຊຸມ​ສຸດ​ຍອດ​
ລະຫວ່າງທ່ານ​ກິມຈົງ​ອຶນ, ຜູ້​ນໍາ​ເກົາຫລີ​ເໜືອ ກັບປະທານາທິບໍດີມູນ​ແຈ​ອິນ (Moon
Jae-in) ຂອງ​ເກົາຫລີ​ໃຕ້.

ຈີນ​ເວົ້າວ່າ ທ່ານ​ຫວາງ ຈະ​ໄປ​ຢ້ຽມຢາ​ມປະ​ເທດ​ດັ່ງກ່າວ​ ໃນ​ວັນ​ທີ 2 ​ຫາ​ທີ 3 ພຶດສະພາ ທີ່​ຈະ​ມາ​ເຖິງ​ນີ້ ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ຄູ່​ຮ່ວມຕໍາ​ແໜ່ງຂອງ​ເກົາຫລີ​ ເໜືອ. ຖະ​ແຫລ​ງ
ການສັ້ນໆ ທີ່​ນໍາ​ອອກ​ມາ​ເຜີຍ​ແຜ່​ ໃນ​ວັນ​ຈັນ​ມື້ນີ້ ບໍ່​ໄດ້​ບອກ​ໃຫ້​ຮູ້ລະອຽດ​ ກ່ຽວກັບຫົວ​ຂໍ້​
ຂອງ​ກ​ອງປະຊຸມຂອງ​ພວກ​ເພິ່ນແຕ່ຢ່າງໃດເລີຍ.

​ໃນ​ວັນ​ອາທິດ​ວານ​ນີ້ ພວກ​ເຈົ້າໜ້າທີ່​ເກົາຫລີ​ໃຕ້​ເວົ້າວ່າ ທ່ານ​ກິມ ມີ​ແຜນ ​ທີ່ຈະ​ເຊື້ອ​ເຊີນ​
ເອົາ​ພວກ​ນັກ​ຊ່ຽວຊານ ​ແລະ​ນັກ​ຂ່າວ​ ຈາກ​ນະຄອນຫລວງ​ໂຊ​ລ ​ແລະ​ຈາກ​ສະຫະລັດ​ ໄປ​
ເບິ່ງ​ຕອນ​ທີ່​ເກົາຫລີ​ເໜືອປິດ​ສະຖານ​ທີ່​ທົດ​ລອງ​ອາວຸດ​ນີວ​ເຄລຍຂອງ​ຕົນ​ ໃນ​ເດືອນ​
ພຶດສະພາ ທີ່​ຈະ​ມາ​ເຖິງ​ນີ້.

US-Korea
please wait
Embed

No media source currently available

0:00 0:01:18 0:00

ໂຄສົກ​ຂອງ​ປະທານາທິບໍດີເກົາຫລີ​ໃຕ້, ທ່ານ ຢູນ ຢັງ-ຈານ (Yoon Young-chan), ກໍ​
ໄດ້​ອ້າງ​ອີງ​ຄໍ​າ​ເວົ້າ ຂອງ​ທ່ານ​ຄີມ​ເຊັ່ນ​ກັນ ທີ່​ທ່ານ​ເວົ້າວ່າ "ສະຫະລັດ, ​ເຖິງ​ແມ່ນ​ວ່າ​ ຈະ​ມີ​
ຄວາມເປັນ​ປໍ​ລະ​ປັກ​ຕໍ່​ເກົາຫລີ​ເໜືອມາ​ໂດຍ​ຕະຫລອດ​ກໍ​ຕາມ, ​ເມື່ອມີ​ການ​ພົບ​ປະ​ເຈລະ
ຈາ​ກັນ​ເລີ້ມຂຶ້ນ​ແລ້ວກໍຈະ​ໄດ້​ຮູ້ດອກ​ວ່າ ຂ້າພະ​ເຈົ້າບໍ່​ແມ່ນຄົນ ​ປະ​ເພດ​ທີ່​ຈະ​ໃຊ້​ອາວຸດ​ນິວ​
ເຄລຍ​ເພື່ອ​ຕ້ານ​ກັບເກົາຫລີ​ໃຕ້ ​ຫລືສະຫະລັດ ທີ່ຢູ່​ຄົນ​ລະ​ຟາກ​ຂອງ​ມະຫາ​ສະໝຸດປາຊີ​
ຟິກນັ້ນ​ໄດ້."

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ, ທ່ານ​ໄມຄ໌ ພອມ​ພຽວ (Mike
Pompeo) ກ່າວ​ຕໍ່ອົງການ​ຂ່າວ​ເອບີ​ຊີ (ABC) ວ່າ ຜົນທີ່​ດີ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ສຸດ​
ຍອດ ​ທີ່​ປະທານາທິບໍດີ ດໍ​ໂນ​ລທຣໍາ ມີ​ແຜນ​ຈະ​ພົບປະ ​ກັບ​ທ່ານ​ກິມ ​ໃນ 3 ຫລື 4 ອາທິດ​
ຂ້າງໜ້ານີ້ ​ອາດ​ຈະ​ແມ່ນຢາກໃຫ້ ພຽງຢາງ​ປ່ອຍ​ຕົວ​ຊາວ​ອາ​ເມຣິກັນ 3 ຄົນ ທີ່​ປະ​ເທດ​ດັ່ງ
ກ່າວ​ໄດ້​ກັກ​ຂັງ​ໄວ້ ​ແລະ​ຕົກລົງ​ທີ່​ຈະ​ຍຸຕິ​ໂຄງການ ອາວຸດ​ນິວ​ເຄລຍຢ່າງ "ຕ່າວ​ປີ້ນຄືນ​ມາ
ບໍ່​ໄດ້" ​ແລະ "ສາມາດ​ພິສູດ​ໄດ້".

ທ່ານ​ພອມພຽວ​ກ່າວ​ ໃນ​ຂະນະ​ທີ່​ທ່ານ ຢູ່​ໃນ​ເຂດ​ຕາ​ເວັນ​ອອກ​ກາງ ຊຶ່ງ​ເປັນ ການເດີນ
ທາງ​ໄປ​ຕ່າງປະ​ເທດ​ຄັ້ງທໍາ​ອິດ​ຂອງ​ທ່ານ​ ໃນ​ນາມ​ຫົວໜ້ານັກ​ການ​ທູດກ່າ​ວ ວ່າ “​ໃຜ​ຈະ​
ໄປ​ຮູ້​ວ່າການ​ສົນທະນາ​ກັນ​ໃນ​ທີ່​ສຸດຈະ​ເປັນ​ຈັ່ງ​ໃດ​ກັນ​ແທ້? ພວກ​ເຮົາ​ເປີດ​ຕາ​ເບິ່ງ​ແບບ​
ກວ້າງໆ​ໄວ້." "ທ່ານ​ກິມຕ້ອ​ງ​ໄດ້​ທໍາ​ການ​ຕັດສິນ​ໃຈ. ພວກ​ເຮົາ​ໃຊ້​ຄໍາ​ວ່າ ຕ່າວ​ປີ້ນຄືນ​ບໍ່​
ໄດ້. ​ແລ້ວພວກ​ເຮົາ​ຈະ​ຄອຍ​ຖ້າ​ເບິ່ງ​ການ​ກະທໍາ ​ແລະພຶດຕິ​ກໍາ​ຕົວ​ຈິງ."
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG