ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ອາດ​ຈະຢຸດໃຊ້​ລະບົບຕ້ານ ​ລູກ​ສອນ​ໄຟ​ທີ່​ຍິງມາ​ໃນ​ລະດັບ​ສູງ ຢູ່​ໃນ​ເກົາຫລີ​ໃຕ້


ຈະຫລວດຕ້ານ​ລູກ​ສອນ​ໄຟ​ທີ່​ຍິງມາ​ໃນ​ລະດັບ​ສູງຫລື THAAD ຂອງ​ສະຫະລັດ ຍິງຂຶ້ນຢູ່ໃນໄລຍະທີ່ມີການທົດລອງ ລະບົບດັ່ງກ່າວ
ຈະຫລວດຕ້ານ​ລູກ​ສອນ​ໄຟ​ທີ່​ຍິງມາ​ໃນ​ລະດັບ​ສູງຫລື THAAD ຂອງ​ສະຫະລັດ ຍິງຂຶ້ນຢູ່ໃນໄລຍະທີ່ມີການທົດລອງ ລະບົບດັ່ງກ່າວ

ເຈົ້າໜ້າທີ່​ທໍານຽບຂາວ​ທ່ານ​ນຶ່ງ ​ໄດ້​ຢືນຢັນ​ກັບ VOA ວ່າ ປະທານາທິບໍດີ ດໍ​ໂນ​ລ
ທຣໍາ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະລັດຖະມົນຕີ​ກະຊວງ​ປ້ອງ​ກັນ
ປະ​ເທດ ​ໄດ້​ສົນທະ​ນາ​ກັນ ກ່ຽວກັບ​ການ​ຢຸດຕິ​ການ​ນໍາໃຊ້​ລະບົບ​ຕ້ານ​ລູກ​ສອນ​ໄຟ​
ທີ່​ຍິງມາ​ໃນ​ລະດັບ​ສູງຫລື THAAD ຢູ່​ໃນ​ເກົາຫລີ​ໃຕ້.

ເກົາຫລີ​ໃຕ້​ໄດ້​ປະກາດ​ໃນ​ວັນ​ພຸດ​ຜ່ານ​ມາ​ວ່າ ຕົນ​ກໍາລັງ​ຢຸດຕິ​ໂຄງການທີ່​ເອີ້ນກັນ​ວ່າ
ລະບົບ ຕ້ານ​ລູກ​ສອນ​ໄຟ​ທີ່​ຍິງມາ​ໃນ​ລະດັບ​ສູງຫລື THAAD ຂອງ​ສະຫະລັດນັ້ນ​ໄວ້.

​ເຈົ້າໜ້າທີ່​ທ່ານ​ນີ້ກ່າວ​ວ່າ ພວກ​ເຈົ້າໜ້າທີ່​ສະຫະລັດ "​ໄດ້​ພົວພັນ​ກັບ​ເກົາຫລີ​ໃຕ້ຢ່າງ
​ໃກ້​ສິດ” ກ່ຽວກັບ​ບັນຫາ​ດັ່ງກ່າວ. ທ່ານ​ກ່າວ​ເພີ້ມອີກ​ວ່າ ລັດຖະບານ​ເກົາຫລີ​ໃຕ້ ​ໄດ້
​ໃຫ້​ຄໍາ​ຮັບປະກັນຕໍ່ສະຫະລັດ​ວ່າ ຕົນ​ຈະ​ບໍ່ປີ້ນກັບ​ຄໍາໝັ້ນສັນຍາ​ທີ່ໄດ້ເຮັດໃນຜ່ານມາ
ກ່ຽວກັບ​ລະບົບ​ປ້ອງ​ກັນ ປະ​ເທດ ​ແລະ​ເວົ້າວ່າ ສະຫະລັດກໍ​ໄດ້ໃຫ້​ຄໍາ​ຮັບປະກັນຕໍ່​ເກົາ
ຫລີ​ໃຕ້​ແບບ​ນັ້ນ​ເຊັ່ນ​ກັນ.

ອະນາຄົດ​ຂອງ​ໂຄງການ​ດັ່ງກ່າວ​ແມ່ນ​ບໍ່​ແນ່ນອນ​ນັບ​ແຕ່ເກົາຫລີ​ໃຕ້ ​ໄດ້​ປະກາດ​ການ​ຢຸດ
ຕິ ດັ່ງກ່າວ​ໃນ​ວັນ​ພຸດ​ຜ່ານ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG