ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ວ່າ ສັນຍາການຄ້າ ກັບເກົາຫລີໃຕ້ ຈະຊ່ວຍ ເສດຖະກິດຂອງຕົນ


ຜູ້ຕາງໜ້າ ດ້ານການຄ້າຂອງສະຫະລັດ (U.S. Trade Representative) ທ່ານ Ron Kirk (ທາວຊ້າຍ) ກຳລັງຫລຽວເບິ່ງປະທານາທິບໍດີ ສະຫະລັດ ທ່ານບາຣັກໂອບາມາ ທີ່ກຳລັງກ່າວໃນການສົນທະນາກ່ຽວກັບ ຂໍ້ຕົກລົງການຄ້າເສລີ ກັບເກົາຫລີໃຕ້ ໃນວັນເສົາ ທີ 4 ທັນວາ, 2010 ມື້ວານນີ້ ທີ່ນະຄອນຫລວງ ວໍຊິງ
ຜູ້ຕາງໜ້າ ດ້ານການຄ້າຂອງສະຫະລັດ (U.S. Trade Representative) ທ່ານ Ron Kirk (ທາວຊ້າຍ) ກຳລັງຫລຽວເບິ່ງປະທານາທິບໍດີ ສະຫະລັດ ທ່ານບາຣັກໂອບາມາ ທີ່ກຳລັງກ່າວໃນການສົນທະນາກ່ຽວກັບ ຂໍ້ຕົກລົງການຄ້າເສລີ ກັບເກົາຫລີໃຕ້ ໃນວັນເສົາ ທີ 4 ທັນວາ, 2010 ມື້ວານນີ້ ທີ່ນະຄອນຫລວງ ວໍຊິງ

ປະທານາທິບໍດີ​ ສະຫະລັດ ທ່ານບາຣັກ​ໂອ​ບາ​ມາກ່າວວ່າ ຂໍ້ຕົກລົງການຄ້າ​ເສລີ ກັບເກົາຫລີໃຕ້ສະບັບໃໝ່ ຈະ​ມີ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ໃຫ້​ເສດຖະກິດ​ຂອງ ສະຫະລັດ​ ຟື້ນ​ຕົວ​ໄວ​ຂຶ້ນ.

ທ່ານໂອ​ບາ​ມາໄດ້​ສະ​ແດງ​ຄວາມ​ເຫັນ​ດັ່ງກ່າວ ​ຕໍ່ພວກ​ນັກ​ຂ່າວ​ໃນ​ວັນ​ເສົາ​ວານ​ນີ້ ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ.

ທ່ານໃຫ້​ຄຳໝັ້ນສັນຍາ​ວ່າ ຂໍ້ຕົກລົງທາງ​ການ​ຄ້າ​ດັ່ງກ່າວຈະ​ເຮັດ​ໃຫ້​ມູນ​ຄ່າສິນຄ້າ​ສົ່ງ​ອອກຂອງ​ສະຫະລັດ ເພີ້​ມຂຶ້ນໄດ້​ຫລາຍ​ເຖິງ 11 ພັນ​ລ້ານ​ໂດ​ລາຕໍ່ປີ ​ແລະຊ່ວຍ​ໃຫ້​ມີວຽກ​ເຮັດງານ​ທຳພາຍ​ໃນ​ປະ​ເທດ​ໄດ້​ ຢ່າງໜ້ອນ 70 ພັນໜ້າວຽກ ຊຶ່ງ​ມັນ​ຈະເຮັດ​ ໃຫ້​ຜົນ​ຜະລິດທາງ​ເສດຖະກິດ​ຂອງ​ປະ​ເທດ​ ເພີ້ມຂຶ້ນຫລາຍ​ກວ່າ ທີ່​ໄດ້​ມາຈາກຂໍ້​ຕົກລົງການ​ຄ້າ 9 ສະບັບ​ໃນ​ເມື່ອ​ກ່ອນ​ ໂຮມ​ເຂົ້າກັນ​ອີກ.​

ປະທານາທິບໍດີ​ສະຫະລັດ ຍັງ​ກ່າວ​ອີກ​ວ່າ ຂໍ້ຕົກລົງສະບັບ​ນີ້ຈະ​ນຳຜົນ​ປະ​ໂຫຍ​ດ​ມາ​ໃຫ້​ພວກບໍລິສັດ​ຜະລິດລົດຍົນຂອງສະຫະລັດ ​ຫລາຍເປັນພິ​ເສດ ໂດຍ​ອຳນວຍ​ໃຫ້​ພວກ​ເຂົາ​ເຈົ້າ ມີ​ຊ່ອງ​ທາງ​ເຂົ້າ​ເຖິງ​ຜູ້​ຊົມ​ໃຊ້​ໃນ​ເກົາຫລີ​ໃຕ້​ຢ່າງກວ້າງຂວາງ ຂຶ້ນກວ່າ​ເກົ່າ.

ຂໍ້ຕົກລົງສະບັບດັ່ງ​ກ່າວ​ຍັງ​ຈະ​ຕ້ອງ​ໄດ້​ຖືກຮັບຮອງ​ເອົາ​ໂດຍສະພານິຕິບັນຍັດຂອງທັງ​ສອງ​ປະ​ເທດ. ​ແລະ​ໃນ​ເວລາ​ນີ້ ຢ່າງໜ້ອຍກໍມີ​ຜູ້ແທນສຳຄັນ​ຜູ້​ນຶ່ງຂອງ​ສະຫະລັດ ຊຶ່ງ​ກໍ​ຄື ທ່ານ Mitch McConnell ຜູ້​ນຳ​ພັກ​ Republican ໃນ​ສະພາ​ສູງ ໄດ້​ໃຫ້​ການ ສະໜັບສະໜູນ​ແກ່ສັນຍາ​ການ​ຄ້າສະບັບ​ນີ້​ແລ້ວ.

XS
SM
MD
LG