ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄ້າລະຫວ່າງສຫລ ແລະເກົາຫລີໃຕ້


ປະທານາທິບໍດີ ບາຣັກໂອບາມາ ແຫ່ງສະຫະລັດ ແລະ ປະທານາທິບໍດີ Lee Myung -bak ແຫ່ງເກົາຫລີໃຕ້ ຈັບມືກັນ ໃນຂະນະຢູ່ໃນກອງປະຊຸມນັກຂ່າວ ທີ່ທໍານຽບສີຟ້າ (Blue House) ທີ່ກຸງໂຊນ ໃນວັນທີ 11 ພະຈິກ, 2010.
ປະທານາທິບໍດີ ບາຣັກໂອບາມາ ແຫ່ງສະຫະລັດ ແລະ ປະທານາທິບໍດີ Lee Myung -bak ແຫ່ງເກົາຫລີໃຕ້ ຈັບມືກັນ ໃນຂະນະຢູ່ໃນກອງປະຊຸມນັກຂ່າວ ທີ່ທໍານຽບສີຟ້າ (Blue House) ທີ່ກຸງໂຊນ ໃນວັນທີ 11 ພະຈິກ, 2010.

ສະຫະລັດ​ແລະ​ເກົາຫລີ​ໃຕ້​ບໍ່​ສາມາດແກ້ໄຂຂໍ້ຂັດແຍ້ງກັນ​ໄດ້ກ່ຽວກັບຂໍ້​ຕົກລົງ​ການ​ຄ້າ​ເສລີລະຫວ່າງປະເທດທັງສອງ​ ​ແຕ່​ກໍກ່າວ​ວ່າ ເຂົາ​ເຈົ້າ​ຍັງ​ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ ຈະ​ເສັດສິ້ນ
ການແກ້ໄຂຂໍ້ຂັດແຍ້ງເຫລົ່ານີ້ ພາຍໃນບໍ່​ເທົ່າ​ໃດ​ສັບປະດາ​ຂ້າງ​ໜ້າ​.

ໃນ​ຕົ້ນ​ເດືອນ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາ ​ແລະປະທານາທິບໍດີ​ຫລີ​ມິ​ອອງພັກ ​ແຫ່ງ​ເກົາຫລີ​ໃຕ້​ໄດ້​ສັ່ງ​ໃຫ້​ພວກ​ຜູ້​ຊ່ອຍວຽກ​ຂອງ​ພວກ​ທ່ານ​ພະຍາຍາມ​ແກ້​ໄຂ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ກ່ຽວກັບ​ສົນທິສັນຍາ​ການ​ຄ້າ​ເສລີທີ່ໄດ້ບັນລຸກັນ​ເປັນ​ເວລາ 3 ປີ​ມາແລ້ວນັ້ນ ກ່ອນ​ພວກ​ທ່ານ​ທັງ​ສອງຈະ​ພົບ​ປະກັນ​ໃນ​ສັບປະດາ​ນີ້.

ແຕ່​ໃນ​ກອງ​ປະຊຸມ​ຮ່ວມ​ຕໍ່​ນັກ​ຂ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ທີ່​ກຸງ​ໂຊນ ພວກ​ຜູ້ນໍາ​ທັງ​ສອງ​ກ່າວ​ວ່າ ຍັງ​ຈະ​ຕ້ອງ​ໄດ້​ດໍາ​ເນີນ​ການ​ຫລາຍ​ຕື່ມ​ອີກ​ຢູ່.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ພວກ​ທ່ານ​ທັງສອງ​ໄດ້​ຂໍ​ຮ້ອງໃຫ້​ພວກ​ທີ​ມ​ເຈ​ລະ​ຈາ​ໃຫ້​ພາກັນ​ດໍາ​ເນີນ​ການ​ຢ່າງ​ບໍ່​ລົດ​ລະ​ໃນ​ອີກ​ບໍ່​ເທົາ​ໃດ​ມື້​ຫລື​ສັບປະດາຂ້າງ​ໜ້າ​ນີ້ ​ແລະ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ພວກ​ເຂົາເຈົ້າຈະ​ບັນລຸ​ການຕົກລົງ​ກັນ​ໄດ້.

ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ຖ້າ​ບັນລຸ​ການ​ຕົກລົງ​ກັນ​ໄດ້​ຂໍ້ຕົກລົງນີ້ຈະ​ນໍາ​ຜົນ​ປະໂຫຍ​ດມາ​ໃຫ້​ປະຊາຊົນ​ທັງ​ສອງ​ຊາດ.

XS
SM
MD
LG