ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະເກົາຫຼີເໜືອ ເຈລະຈາກັນ ເປັນມື້ທີ 2


ນັກການທູດເກົາຫຼີເໜືອ ກັບຄືນໄປຍັງສຳນັກງານຜູ້ຕາງໜ້າຂອງສະຫະລັດ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ ຫຼັງຈາກຮັບປະທານອາຫານທ່ຽງ (28 ກໍລະກົດ 2011)
ນັກການທູດເກົາຫຼີເໜືອ ກັບຄືນໄປຍັງສຳນັກງານຜູ້ຕາງໜ້າຂອງສະຫະລັດ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ ຫຼັງຈາກຮັບປະທານອາຫານທ່ຽງ (28 ກໍລະກົດ 2011)

ພວກນັກການທູດສະຫະລັດແລະເກົາຫຼີເໜືອ ມີກຳນົດຈະເຈລະຈາຫາລືກັນອີກເປັນມື້ທີ 2 ທີ່ນະຄອນນິວຢອກໃນວັນສຸກມື້ນີ້.

ຫຼັງຈາກການເຈລະຈາຮອບທຳອິດ ໃນວັນພະຫັດວານນີ້ແລ້ວ ຮອງລັດຖະມົນຕີການຕ່າງ
ປະເທດ Kim Kye Gwan ຊຶ່ງເປັນຫົວໜ້າຄະນະຜູ້ແທນຂອງເກົາຫຼີເໜືອ ກ່າວວ່າ ທັງ
ສອງຝ່າຍໄດ້ແລກປ່ຽນທັດສະນະຄວາມເຫັນ ກ່ຽວກັບບັນຫາຕ່າງໆທົ່ວໄປ ແລະເວົ້າວ່າ
ການເຈລະຈາໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ.

ທູດພິເສດ Stephen Bosworth ເປັນຫົວໜ້ານຳພາ ຄະນະຜູ້ແທນຂອງສະຫະລັດໃນ
ການເຈລະຈາ ຊຶ່ງມີຂຶ້ນທີ່ສຳນັກງານຜູ້ຕາງໜ້າ ຂອງສະຫະລັດປະຈຳອົງການສະຫະປະ
ຊາຊາດ ທີ່ນະຄອນນິວຢອກ. ນີ້ແມ່ນການພົບປະແບບເຊິ່ງໜ້າ ຂອງເຈົ້າໜ້າທີ່ອະວຸໂສ
ເທື່ອທຳອິດ ລະຫວ່າງສະຫະລັດແລະເກົາຫຼີເໜືອໃນຮອບ 1 ປີເຄິ່ງ.

ກະຊວງການຕ່າງປະເທດສະຫະລັດ ເອີ້ນການເຈລະຈາດັ່ງກ່າວວ່າ ເປັນການເຈລະຈາທີ່
ຈິງຈັງແລະແບບທຸລະກິດ. ໂຄສົກເວົ້າວ່າ ການເຈລະຈາທີ່ວ່ານີ້ ເປັນການເຈລະຈາໃນຂັ້ນ
ສຳຫຼວດທີ່ແນໃສ່ເພື່ອທາບທາມເບິ່ງເກົາຫຼີເໜືອວ່າພ້ອມແລ້ວຫຼືບໍ່ທີ່ຈະປະຕິບັດຕາມຄຳ
ໝັ້ນສັນຍາຂອງຕົນທີ່ຈະຢຸດເຊົາໂຄງການນິວເຄລຍນັ້ນ.

ທີ່ກຸງໂຊລຫົວໜ້າທູດພິເສດໃນດ້ານນິວເຄລຍຂອງເກົາຫຼີໃຕ້ທ່ານ Wi Sung Lac ກ່າວ
ວ່າ ທ່ານບໍ່ມີຄວາມຫວັງໄປໃນແງ່ດີປານໃດ ທີ່ວ່າການເຈລະຈາກັບສະຫະລັດແລະເກົາຫຼີ
ເໜືອຈະໃຫ້ຜົນຢ່າງວ່ອງໄວນັ້ນ.

XS
SM
MD
LG