ຄະນະເຈລະຈາຂອງສະຫະລັດແລະເກົາຫຼີເໜືອຈະພົບປະກັນທີ່ນະຄອນນິວຢອກໃນຕອນເຊົ້າ
ຂອງວັນພະຫັດມື້ນີ້ ຊຶ່ງເປັນການເຈລະລາໂດຍກົງເທື່ອທຳອິດໃນຮອບ 18 ເດືອນກວ່າໆ.
ເປັນທີ່ຄາດກັນວ່າ ໜ່ວຍຄວບຄຸມຝູງຊົນຂອງຕຳຫຼວດຈະນຳເອົາເຄື່ອງກີດຂວາງໄປວາງໄວ້ຢູ່
ນອກສຳນັກງານຜູ້ຕາງໜ້າຂອງສະຫະລັດປະຈຳອົງການສະຫະປະຊາຊາດບ່ອນທີ່ການເຈລະ ຈາຄາດວ່າຈະເລີ່ມຂຶ້ນໃນເວລາປະມານ 9 ໂມງເຊົ້າຕາມເວລາທ້ອງຖິ່ນຄືອີກປະມານເຄິ່ງຊົ່ວ
ໂມງຂ້າງໜ້ານີ້ ແລະຝ່າຍສະຫະລັດ ຈະຢູ່ພາຍໃຕ້ການນຳພາ ຂອງທູດພິເສດ Stephen
Bosworth.
ເວລາທ່ານເດີນທາງມາເຖິງນະຄອນນິວຢອກ ໃນວັນອັງຄານຜ່ານມາ ຮອງລັດຖະມົນຕີການ
ຕ່າງປະເທດ Kim Kye Gwan ຊຶ່ງເປັນຫົວໜ້າຄະນະເຈລະຈາຂອງເກົາຫຼີເໜືອໄດ້ສະແດງ
ຄວາມຫວັງໄວ້ສູງຕໍ່ອັນທີ່ຄາດວ່າຈະເປັນການພົບປະກັນເປັນເວລາ 2 ມື້. ທ່ານເວົ້າວ່າບັດນີ້ ມັນເປັນເວລາສຳລັບທຸກໆປະເທດຕ້ອງໄດ້ປອງດອງກັນ.
ແຕ່ພວກເຈົ້າໜ້າທີ່ສະຫະລັດໄດ້ມີຄວາມລະມັດລະວັງຫລາຍກ່ວານັ້ນ ໂດຍເວົ້າວ່າ ຕົນພຽງ
ແຕ່ຢາກຮູ້ຈັກວ່າ ເກົາຫຼີເໜືອມີຄວາມຈິງຈັງ ກ່ຽວກັບການປະຕິບັດຕາມຄວາມໝາຍໝັ້ນຕັ້ງ
ໃຈທີ່ເກົາຫຼີເໜືອໄດ້ໃຫ້ໄວ້ໃນປີ 2005 ນັ້ນຫຼືບໍ່ກ່ຽວກັບການທັບມ້າງໂຄງການນິວເຄລຍຂອງ
ຕົນເພື່ອແລກປ່ຽນກັບການຊ່ອຍເຫຼືອແລະການຮັບຮູ້ທາງດ້ານການທູດນັ້ນ.
ເກົາຫຼີເໜືອໄດ້ຊອກສະແຫວງຫາຊ່ອງທາງເພື່ອຢາກເປີດການເຈລະຈາ 6 ຝ່າຍຄືນໃໝ່ກ່ຽວ
ກັບໂຄງການເຫຼົ່ານີ້ ລຸນຫຼັງທີ່ໄດ້ຖອນໂຕຈາກການເຈລະຈາໃນປີ 2008.