ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ຫະ​ລັດ​ ລະ​ບຸ​ຊາກ​ກະ​ດູກ ທະ​ຫານຫົກ​ຄົນ​ ທີ່​ໄດ້​ຮັບ ຈາກ​ເກົາ​ຫຼີ​ເໜືອ


ທະ​ຫານ​ກອງກຽດ​ຕິ​ຍົດ​ຄົນ​ນຶ່ງ​ ກຳ​ລັງໃຫ້​ກຽດ​ແກ່​ບັນ​ດາ​ຫີບ​ກະ​ດູກ ຂອງ​ທະ​ຫານ​ສະ​ຫະ​ລັດ ຈາກ​ສົງ​ຄາມ​ເກົາ​ຫຼິ ທີ່​ສົ່ງ​ຄືນ​ໃຫ້​ແກ່​ສະ​ຫະ​ລັດ ທີ່​ລັດ​ຮາ​ວາຍ ວັນ​ທີ 1 ສິງ​ຫາ 2018.
, Hawaii, U.S., Aug. 1, 2018.
ທະ​ຫານ​ກອງກຽດ​ຕິ​ຍົດ​ຄົນ​ນຶ່ງ​ ກຳ​ລັງໃຫ້​ກຽດ​ແກ່​ບັນ​ດາ​ຫີບ​ກະ​ດູກ ຂອງ​ທະ​ຫານ​ສະ​ຫະ​ລັດ ຈາກ​ສົງ​ຄາມ​ເກົາ​ຫຼິ ທີ່​ສົ່ງ​ຄືນ​ໃຫ້​ແກ່​ສະ​ຫະ​ລັດ ທີ່​ລັດ​ຮາ​ວາຍ ວັນ​ທີ 1 ສິງ​ຫາ 2018. , Hawaii, U.S., Aug. 1, 2018.

ທະ​ຫານ​ສະ​ຫະ​ລັດ​ຈຳ​ນວນ​ທັງ​ໝົດ​ຫົກ​ຄົນ​ ໄດ້​ຖືກ​ລະ​ບຸ​ໂຕ​ແລ້ວ ເທົ່າ​ທີ່ຜ່ານ​ມາ ຈາກ
ຊາກ​ກະ​ດູກ 55 ​ຫີບ ທີ່​ເກົາ​ຫຼີ​ເໜືອ​ໄດ້​ສົ່ງ​ຄືນ​ໃຫ້​ ໃນ​ປີ​ກາຍ​ນີ້ ອີງ​ຕາມ​ຄຳ ຖະ​ແຫຼງ​ຂອງ
ກອງ​ທັບ​ສະ​ຫະ​ລັດ​ ໃນ​ວັ​ນ​ອັງ​ຄານ​ວານ​ນີ້.

ພັນ​ໂທ​ເຄນ ຮອ​ຟ​ແມນ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດຮັບ​ຜິດ​ຊອບໃນ​ເລື້ອງ
​ຊະ​ເລີຍ ​ແລະ​ຜູ້​ຫາຍ​ສາບ​ສູນ ຫຼື DPAA ກ່າວ​ວ່າ ສີ່​ຄອບ​ຄົວ​ໄດ້​ຖືກ​ແຈ້ງ​ໃຫ້​ຊາບ ກ່ຽວ
ກັບ​ເລື້ອງ​ຊາກ​ກະ​ດູກ ໃນ​ຂະ​ນະ​ທີ່​ອີກ​ສອງ​ຄອບ​ຄົວ​ຍັງ​ລໍ​ຖ້າ​ການ​ແຈ້ງໃຫ້​ຊາບ​ກ່ຽວ​ກັບ
​ເລື້ອງນີ້​ຢູ່.

ຊາກ​ກະ​ດູກ​ເຫຼົ່າ​ນີ້ ​ໄດ້​ມອບໃຫ້​ແກ່​ສະ​ຫະ​ລັດ ໂດຍ​ເກົາ​ຫຼີ​ເໜືອ ຫຼັງ​ຈາກກອງ​ປະ​ຊຸມ​ສຸດ
ຍອດ​ລະ​ຫວ່າງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ
ທ່ານ​ກິມ ຈົງ ອຶນ ຢູ່​ສິງ​ກະ​ໂປ​ໃນ​ເດືອນ​ມິ​ຖຸ​ນາ​ປີ 2018. ຜູ້​ນຳ​ທັງ​ສອງ​ໄດ້​ເຊັນ​ຂໍ້​ຕົກ​ລົງ​
ອະ​ນຸ​ຍາດ​ໃຫ້​ຊອກ​ຫາ​ຊາກ​ກະ​ດູກ​ຂອງ​ພວກ​ທະ​ຫານ​ສະ​ຫະ​ລັດ​ ຢູ່​ໃນສົງ​ຄາມເກົາ​ຫຼີ​
ແຕ່ປີ 1950 ຫາ 1953​.

ເຖິງ​ຢ່າງ​ໃດ​ກໍ​ດີ ຫຼັງ​ຈາກກອ​ງ​ປະ​ຊຸມ​ສຸດຍອດ​ເທື່ອ​ທີ​ສອງ ລະ​ຫວ່າງ​ທ່ານ​ທ​ຣຳ ແລະ
​ທ່ານ​ກິມ ທີ່​ນະ​ຄອນ​ຮາ​ໂນ່ຍໃນ​ເດືອນກຸມ​ພາ ​ໄດ້​ສິ້​ນ​ສຸດ​ລົງ​ໂດຍ​ບໍ່​ມີ​ຂໍ້​ຕົກ​ລົງ​ໃດໆ ​ຊຶ່ງ​
ທາງກອງ​ທັບ​ສະ​ຫະ​ລັດ​ ກ່າວ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ຕົນ​ໄດ້​ໂຈະ​ການ ດຳ​ເນີນຄວາມ​ພະ​
ຍາ​ຍາມຮ່ວມກັບ​ເກົາ​ຫຼີ​ເໜືອ​ໃນ​ການ​ຊອກ​ຄົ້ນ​ຫາຊາກ​ກະ​ດູກຂອງ​ທະ​ຫານ​ສະ​ຫະ​ລັດ.

ຫ້ອງ​ການ DPAA ທີ່​ຕັ້ງ​ຢູ່​ໃນລັດ​ຮາ​ວາຍ ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການຊອກ​ຄົ້ນ​ຫາຊາກ​
ກະ​ດູກ​ທະ​ຫານ​ສະ​ຫະ​ລັດ​ຢູ່​ທົ່ວ​ໂລກ.

ພວກ​ເຈົ້າ​ໜ້າ​ທີ່ກອງ​ທັບສະ​ຫະ​ລັດ​ກ່າວ​ວ່າ ​ທະ​ຫານ​ອາ​ເມ​ຣິ​ກັ​ນປະ​ມານ 5,300 ຄົນ
ແມ່ນເຊື່ອ​ກັນວ່າ​ ໄດ້ຫາຍ​ສາຍ​ສູນ ​ໃນ​ອັນ​ທີ່​ຮູ້​ກັນ​ໃນ​ປັດ​ຈຸ​ບັນ​ນີ້​ວ່າ ເກົາ​ຫຼີ​ເໜືອ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG