ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ເກົາຫຼີໃຕ້ ຢ້ຽມຢາມ ທຳນຽບຂາວ


ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ໃຫ້ການຕ້ອນຮັບປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung- bak ໃນພິທີຕ້ອນຮັບ ເວລາຜູ້ນຳເກົາຫຼີໃຕ້ເດີນທາງມາເຖິງທຳນຽບຂາວ (13 ຕຸລາ 2012)
ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ໃຫ້ການຕ້ອນຮັບປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung- bak ໃນພິທີຕ້ອນຮັບ ເວລາຜູ້ນຳເກົາຫຼີໃຕ້ເດີນທາງມາເຖິງທຳນຽບຂາວ (13 ຕຸລາ 2012)

ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak ເດີນທາງມາຢ້ຽມຢາມທຳນຽບຂາວໃນ
ວັນພະຫັດມື້ນີ້ ໂດຍໄດ້ຮັບກຳລັງໃຈເພີ່ມຕື່ມຈາກການທີ່ສະຫະລັດ ໃຫ້ການອະນຸມັດຕໍ່ຂໍ້ຕົກ
ລົງການຄ້າເສລີ ຊຶ່ງຄາດວ່າ ຈະມີມູນຄ່າຫຼາຍພັນລ້ານໂດລາ ຕໍ່ເສດຖະກິດຂອງປະເທດທັງ
ສອງ.

ຫຼັງຈາກຢ້ຽມຢາມທຳນຽບຂາວ ໃນຕອນ​ບ່າ​ຍວັນພະຫັດມື້ນີ້ ທ່ານ Lee ຍັງຈະໄດ້ຮັບກຽດ ໃຫ້ກ່າວຄຳປາໄສແບບທີ່ບໍ່ຄ່ອຍເຫັນກັນ ຕໍ່ກອງປະຊຸມຄົບຄະນະຂອງລັດຖະສະພາສະຫະ
ລັດ ຊຶ່ງເປັນການສະທ້ອນໃຫ້ເຫັນເຖິງຄວາມສຳຄັນທີ່ມີເພີ່ມຂຶ້ນ ທາງດ້ານເສດຖະກິດແລະ
ຍຸດທະສາດ ໃນຄວາມສຳພັນລະຫວ່າງປະເທດທັງສອງ. ການຢ້ຽມຢາມໃນມື້ນີ້ຈະອັດທ້າຍ
ລົງດ້ວຍງານລ້ຽງອາຫານຄໍ່າ ຢ່າງເປັນທາງການຢູ່ທີ່ທຳນຽບຂາວ.

ສື່ມວນຊົນຂອງເກົາຫຼີໃຕ້ ລາຍງານໃນວັນພະຫັດມື້ນີ້ວ່າ ການພົບປະສຸດຍອດ ທີ່ທຳນຽບ
ຂາວແມ່ນຈະເພັ່ງເລັງໃສ່​ເລື່ອງ​ ກ່ຽວ​ກັບວ່າຈະປ້ອງກັນການຮຸກຮານຂອງເກົາຫຼີເໜືອແບບ
ໃດ ແລະຈະຊ່ອຍລີເບຍໄດ້ແບບໃດ ລຸນຫຼັງການໂຄ່ນລົ້ມອະດີດຈອມຜະເດັດການມວມມາ
ກາດດາຟີ. ລາຍງານຂ່າວຍັງແຈ້ງວ່າຖະແຫຼງການສະບັບນຶ່ງທີ່​ໄດ້​ກຽມ​ໄວ້ເພື່ອຈະນຳອອກ
ເຜີຍແຜ່ລຸນຫຼັງການພົບປະກັນ​ນັ້ນ ຈະປະກາດວ່າຄວາມສຳພັນຂອງປະເທດທັງສອງ​ແມ່ນ
ເປັນຫລັກສຳຄັນຂອງຄວາມໝັ້ນຄົງຢູ່ໃນພາກພື້ນມະຫາສະມຸດປາຊີຟິກ.

XS
SM
MD
LG