ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະເກົາຫລີໃຕ້ ທຳການຊ້ອມລົບຮ່ວມກັນ


ສະຫະລັດແລະເກົາຫລີໃຕ້ ໄດ້ເລີ່ມທຳການຊ້ອມລົບ ຄັ້ງໃຫຍ່ກັນໃນວັນອາທິດມື້ນີ້ ທີ່ເກົາຫລີເໜືອ ໄດ້ຂູ່ວ່າ ອາດສາມາດນຳພາໄປສູ່ “ສົງຄາມສັກສິດ” ທີ່ອິງໃສ່ການ ຍັບຍັ້ງອາວຸດນິວເຄລຍນັ້ນ.
ການຊ້ອມລົບທີ່ເອີ້ນວ່າ “Invincible Spirit” ຫລືຈິດໃຈ ທີ່ບໍ່ມີໃຜເອົາຊະນະໄດ້ນັ້ນ ຈະດຳເນີນໄປຈົນຮອດ ວັນພຸດ ຢູ່ໃນເຂດທະເລ ຍີ່ປຸ່ນ ໂດຍມີທະຫານ ສະຫະລັດແລະ ເກົາຫລີໃຕ້ ປະມານ 8 ພັນຄົນເຂົ້າປະກອບສ່ວນ ພ້ອມທັງກຳປັ່ນລົບ 20 ລຳ ຊຶ່ງໂຮມທັງ ກຳປັ່ນບັນທຸກເຮືອບິນ USS George Washington ຂອງສະຫະລັດ ທີ່ແລ່ນດ້ວຍພະລັງນິວເຄລຍ ແລະລູກເຮືອພ້ອມທັງ ນັກບິນ 5 ພັນຄົນທີ່ປະຈຳການຢູ່ເທິງກຳປັ່ນລຳນັ້ນ. ນອກນີ້ແລ້ວ ກໍມີເຮືອບິນອີກປະມານ 200 ລຳ ໂຮມທັງເຮືອບິນ F-22 Raptors ທີ່ເປັນເຮືອບິນລົບທີ່ຫລີກເຣດາຣ໌ໄດ້ ລຸ່ນທີ່ທັນສະໄໝ ທີ່ສຸດ ຢູ່ໃຊ້ຢູ່ໃນກອງທັບອາກາດຂອງສະຫະລັດ.
ວັນເສົາວານນີ້ ຄະນະກຳມາທິການປ້ອງກັນຊາດຂອງເກົາຫລີເໜືອໄດ້ຂູ່ວ່າ ຈະດຳເນີນ ອັນທີ່ຕົນເອີ້ນວ່າ ສົງຄາມສັກສິດ ຕ້ານສະຫະລັດແລະ ເກົາຫລີໃຕ້ ຖ້າຫາກສອງ ປະເທດນີ້ດຳເນີນໄປຕາມ ແຜນການຈະຊ້ອມລົບນັ້ນ.
ທາງພວກຜູ້ນຳສະຫະລັດແລະເກົາຫລີໃຕ້ກ່າວວ່າ ການຊ້ອນລົບຄັ້ງນີ້ແມ່ນເປັນ ການສະແດງກຳລັງທີ່ສຳຄັນ ແນໃສ່ເພື່ອຍັບຍັ້ງ ຂັດຂວາງບໍ່ໃຫ້ ເກົາຫລີເໜືອ ທຳການຮຸກຮານຕຶ່ມອີກ.

XS
SM
MD
LG