ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ສະຫະລັດ ຂໍໃຫ້ເກົາຫຼີໃຕ້ ເຂົ້າຮ່ວມການລົງໂທດ ຕໍ່ອີຣ່ານ


ທີ່ປຶກສາພິເສດຂອງກະຊວງການຕ່າງປະເທດສະຫະລັດ ທ່ານ Robert Einhorn ກ່າວຖະແຫຼງທີ່ສະຖານ ທູດສະຫະລັດຢູ່ກຸງໂຊລ ເກົາຫຼີໃຕ້ (5 ທັນວາ 2011)

ສະຫະລັດຮ້ອງຂໍໃຫ້ເກົາຫຼີໃຕ້ຊຶ່ງເປັນພັນທະມິດທີ່ສຳຄັນປະເທດນຶ່ງໃນເຂດເອເຊຍຂອງຕົນ ໃຫ້ເຂົ້າຮ່ວມການລົງໂທດທີ່ໜັກຂຶ້ນຕໍ່ອີຣ່ານ. ການເຄື່ອນໄຫວທີ່ວ່ານີ້ ແມ່ນເພື່ອເປັນການ ສະໜອງຕອບ ຕໍ່ຄວາມວິຕົກກັງວົນທີ່ມີເພີ່ມຂຶ້ນ ກ່ຽວກັບໂຄງການນິວເຄລຍ ຂອງອີຣ່ານ. Steve Herman ຜູ້ສື່ຂ່າວຂອງວີໂອເອມີລາຍງານ ກ່ຽວກັບເລື່ອງນີ້ ຈາກກຸງໂຊລ

ໃນ​ຂະນະ​ທີ່​ສະຫະລັດ​ແລະ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ​ຢູ​ໂຣບສົນທະນາ​ຫາລື​
ກັນ​ກ່ຽວ​ກັບ​ການ​ຈຳກັດ​ຮັດ​ແຄບ ​ການສົ່ງ​ອອກ​ນໍ້າມັນ​ທີ່​ມີ​ກຳ​ໄລ​ງາມຂອງ​ອີຣ່ານຢູ່​ນັ້ນບັນດາ​
ປະ​ເທດ​ອື່ນໆ​ກໍ​ໄດ້ຖືກ​ທາ​ບທາມ​ໃຫ້ຫຼຸດຜ່ອນຄວາມ​ສຳພັນ​ທາງດ້ານ​ທຸລະ​ກິດ​ກັບ​ເຕຫະຣ່ານ.

ໃນເດືອນ​ແລ້ວນີ້ອົງການ​ພະລັງ​ງານ​ປະລະມະ​ນູສາກົນ​ຂອງ​ສະຫະ​ປະຊາ​ຊາດ​ໄດ້ອອກ​ລາຍ
ງານ​ສະບັບ​ນຶ່ງ ກ່າວ​ເຖິງ​ການ​ມີຫຼັກຖານ​ເພີ່ມ​ຕື່ມ​ທີ່​ວ່າ​ ອີຣ່ານພວມ​ດຳ​ເນີນ​ເພື່ອ​ສ້າງ​ອາວຸດ​
ນິວ​ເຄລຍ.

ເຕຫະຣ່ານ​ເວົ້າວ່າ ກິດຈະການ​ນິວ​ເຄລຍຂອງ​ຕົນ​ແມ່ນ​ມີ​ຈຸດປະສົງ​ເພື່ອ​ຜະລິດ​ກະ​ແສ​ໄຟຟ້າ​
ທໍ່​ນັ້ນ.

ແຕ່​ລຸນ​ຫຼັງທີ່ໄດ້​ມີ​ການ​ພິມ​ເຜີຍ​ແຜ່​ລາຍ​ງານ​ສະບັບ​ນີ້​ແລ້ວບັນດາ​ປະ​ເທດ​ຕາ​ເວັນຕົກ​ໄດ້​ດຳ​
ເນີນ​ມາ​ຕະການ ​ເປັນ​ລຳດັບ​ມາ​ ທີ່​ແນ​ໃສ່ເພື່ອ​ໂດດດ່ຽວ​ອີຣ່ານ​ເພີ່ມ​ຕື່ມ. ​ໃນ​ຖານະ​ທີ່​ເປັນ
ພາກ​ສ່ວນນຶ່ງ​ ຂອງ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ທູດນັ້ນ ທີ່​ປຶກສາຂອງ​ກະຊວງ​ການ​ຕ່າງ
ປະ​ເທດ​ສະຫະລັດຮັບຜິດຊອບ​ກ່ຽວ​ກັບ​ການ​ຫ້າມ​ແຜ່ຜາຍອາວຸດ​ນິວ​ເຄລຍ​ແລະ​ການ​ຄວບ
ຄຸມ​ອາວຸດ ທ່ານ Robert Einhorn ​ໄດ້​ເດີນທາງໄປ​ສາທາລະນະ​ລັດເກົາຫຼີ​ໃນ​ສັບປະດາ
ແລ້ວນີ້.

ທ່ານ Einhorn ​ເວົ້າວ່າ ທ່ານ​ເຂົ້າ​ໃຈດີ​ວ່າເກົາຫຼີ​ໃຕ້ ຊຶ່ງ​ມີຊັບພະຍາກອນ​ນໍ້າມັນ​ເຊື້ອ​ໄຟ​ບໍ່​
ພຽງພໍ​ຢູ່​ແລ້ວນັ້ນ ອາດ​ຈະ​ມີ​ຄວາມ​ລັງ​ເລ​ໃຈ​ ໃນ​ການ​ທີ່​ຈະ​ຫຼຸດການ​ຊື້ນໍ້າມັນດິບ​ຈາກ​ອີຣ່ານ
ລົງໃນ​ປະລິມານ​ທີ່​ສຳຄັນ. ​ແຕ່​ທ່ານ​ເວົ້າວ່າ ​ເກົາຫຼີ​ໃຕ້​ແລະປະ​ເທດ​ພັນທະ​ມິດ​ອື່ນໆທີ່​ຕົກ​ຢູ່​
ໃນ​ສະຖານະ​ການ​ຄ້າຍຄື​ກັນນີ້ສາມາດ​ປ່ຽນ​ໄປ​ຊື້ສານ ​ເຄມີ​ນໍ້າມັນ​ຈາກ​ບ່ອນ​ອື່ນ​ໄດ້.

ທ່ານ Einhorn ​ເວົ້າວ່າ “ຂ້າພະ​ເຈົ້າຄິດ​ວ່າ ລັດ​ຖະບານສາທາລະນະ​ລັດ​ເກົາຫຼີ
ຮັບ​ຮູ້​ເຖິງ​ຄວາມ​ສຳຄັນໃນ​ການ​ກ້າວ​ມາ​ເຖິງ​ຈຸດໆ​ນີ້ຢ່າງ​ເປັນ​ການສະ​ເພາະເພື່ອ
ສົ່ງ​ຄຳ​ເຕືອນ​ອັນຈະ​ແຈ້ງ ​ເປັນ​ນໍ້າ​ນຶ່ງ​ສຽງ​ດຽວ​ກັນໄປ​ຍັງ​ອີຣ່ານ. ຂ້າພະ​ເຈົ້າຄິດ
ວ່າ ພວກ​ເຮົາ​ໄດ້​ຮັບ​ປະຕິກິລິຍາ​ໃນ​ທາງ​ບວກ ​ທີ່ລັດຖະບານ​ສາທາລະນະ​ລັດ​
ເກົາຫຼີກຳລັງ​ສືບ​ຕໍ່​ທຳ​ການ​ພິຈາລະນາວ່າ ມາ​ຕະການ​ເພີ່ມ​ຕື່ມ ​ອັນ​ໃດ​ທີ່ຕົນ​ປະ
ສົງ​ຈະດຳ​ເນີນ​ການ​ນັ້ນ.”

ປະມານ 10% ຂອງ​ນໍ້າມັນ​ທີ່​ເກົາຫຼີ​ໃຕ້​ນຳ​ເຂົ້າທັງ​ໝົດ​ແມ່ນ​ມາ​ຈາກ​ອີຣ່ານ.

ມູນ​ຄ່າ​ດັ່ງກ່າວ​ນີ້​ແມ່ນ​ປະກອບ​ເປັນ​ເຄິ່ງນຶ່ງ​ຂອງ​ການ​ຄ້າ​ທັງ​ໝົດ​ລະຫວ່າງ​ປະ​ເທດທັງ​ສອງ. ​
ແຕ່​ນອກ​ນັ້ນ​ແລ້ວເກົາຫຼີ​ໃຕ້ຍັງ​ໄດ້​ພິຈາລະນາ​ເຖິງ​ການ​ມີຄວາມ​ສຳພັນ​ອັນ​ໃກ້ຊິດກ່ຽວ​ກັບ
ເທັກ​ໂນ​ໂລ​ຈີ​ໃນ​ການ​ສ້າງ​ອາວຸດ​ ທີ່​ກ້າວໜ້າ​ທັນ​ສະ​ໄໝ ຊຶ່ງບາງ​ທີ​ອາດ​ຮວມທັງ​ອາວຸດ​ນິວ
ເຄລຍນຳ​ດ້ວຍລະຫວ່າງ​ອີຣ່ານ​ແລະ​ເພື່ອ​ນບ້ານ​ທີ່​ເປັນ​ຄູ່​ປໍ​ລະ​ປັກ​ຂອງ​ກຸງ​ໂຊ​ລນັ້ນກໍ​ຄື​ເກົາ
ຫຼີ​ເໜືອ.

ສະຫະລັດ​ມີ​ກຳລັງ​ທະຫານ​ຫຼາຍກວ່າ 28,000 ຄົນ​ໃນ​ເກົາຫຼີ​ໃຕ້. ທະຫານ​ອະ​ເມຣິກັນ​ໄດ້​
ຖືກ​ສົ່ງ​ໄປ​ປະຈຳການ​ຢູ່​ໃນປະ​ເທດ​ດັ່ງກ່າວ​ ນັບ​ແຕ່​ສົງຄາມ​ເກົາຫຼີ​ໃນຕົ້ນ ຊຸມປີ 1950. ​ໃນ​
ດ້ານ​ເທັກ​ນິກ​ແລ້ວ ສອງ​ເກົາຫຼີ​ ແມ່ນ​ຍັງ​ຢູ່​ໃນ​ສະພາບ​ສົງຄາມ ຍ້ອນ​ວ່າບໍ່​ທັນ​ໄດ້​ມີ​ການ​ລົງ
ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບ​ລະຫວ່າງ​ກັນ.

ອີກ​ເລື່ອງ​ນຶ່ງ ​ທີ່​ຢູ່​ໃນ​ແຜນການ​ຂອງ​ທ່ານ Einhorn ກໍ​ແມ່ນ​ ການ​ສົນທະນາ​ກ່ຽວ​ກັບການ
ຮື້ຟື້ນຂໍ້​ຕົກລົງກ່ຽວ​ກັບ​ພະລັງງານ​ນິວ​ເຄລຍສະບັບ​ປີ 1974 ລະຫວ່າງ​ກຸງ​ໂຊ​ລ​ແລະ​ວໍຊິງ​ຕັນ.
ຂໍ້​ຕົກລົງ​ ຊຶ່ງ​ໄດ້​ໝົດ​ອາຍຸ​ເມື່ອ 3 ປີ​ກ່ອນ​ນັ້ນ ປັດຈຸບັນ​ນີ້​ໄດ້ ຫ້າມ​ບໍ່​ໃຫ້​ເກົາຫຼີ​ໃຕ້ນຳ​ເຊື້ອ​ໄຟ​
ນິວ​ເຄລຍທີ່​ໃຊ້​ແລ້ວ​ໄປ​ກັ່ນ​ຄືນ​ໃໝ່ ທີ່​ສາມາດ​ໃຫ້​ທາດປລູ​ໂຕ​ນຽມ​ ເພື່ອ​ສ້າງ​ອາວຸດ​ນິວ​ເຄລຍ​
ໄດ້​ນັ້ນ.

ທ່ານ Einhorn ​ແມ່ນ​ຮວມຢູ່​ໃນ​ບັນດາ​ເຈົ້າໜ້າທີ່​ສະຫະລັດ​ຫຼາຍໆ​ຄົນທີ່​ໄດ້ເດີນທາງ​ໄປ​ຢ້ຽມ
ຢາມ​ເກົາຫຼີ​ໃຕ້​ໃນ​ໄວໆ​ນີ້​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ນະ​ໂຍບາຍການ​ຕ່າ​ງປະ​ເທດ.

ຜູ້ຕາງໜ້າ​ພິ​ເສດ​ຄົນ​ໃໝ່​ຂອງ​ສະຫະລັດ​ຮັບຜິດຊອບ​ກ່ຽວ​ກັບ​ນະ​ໂຍບາຍ​ເກົາຫຼີ​ເໜືອ ທ່ານ
Glyn Davies ກໍ​ໄດ້​ຈະລະ​ຈາ​ຫາລື​ກັບ​ເກົາຫຼີ​ໃຕ້​ເຊ່ນ​ກັນ. ​ຫົວໜ້າ​ເຈລະຈາ​ໃນ​ດ້ານ​ນິວ
ເຄລຍຂອງ​ສະຫະລັດກັບ​ເກົາຫຼີ​ເໜືອ ທ່ານ Clifford Hart ກໍໄດ້ຮ່ວມ​ເດີນທາງໄປເກົາຫຼີ​
ໃຕ້ໃນ​ຄັ້ງນີ້. ຫົວໜ້າເຈລະຈາ​ໃນ​ດ້ານນິວ​ເຄລຍຄົນ​ກ່ອນ ຄື​ທ່ານ Sung Kim ​ເມື່ອ​ໄວໆ​
ມານີ້​ໄດ້​ຖື​ກ​ແຕ່ງຕັ້ງ​ໃຫ້​ເປັນເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ເກົາຫຼີ​ໃຕ້.

ນອກ​ນັ້ນ​ແລ້ວ ມີ​ກຳນົດ​ເດີນທາງ​ໄປ​ເຖິງກຸງ​ໂຊ​ລກໍ​ແມ່ນ ​ຮອງ​ລັດຖະມົນຕີ​ກະຊວງປ້ອງ​ກັນ
ປະ​ເທດສະ​ຫະລັດ ຮັບຜິດຊອບ​ກ່ຽວ​ກັບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ທ່ານ Derek Mitchell ​
ແລະ​ທ່ານ Mitchell ຍັງ​ເປັນ​ທູດ​ພິ​ເສດ​ຂອງ​ສະຫະລັດ​ຮັບຜິດຊອບ​ກ່ຽວ​ກັບ​ເລື່ອງ​ມຽນມາ​
ນຳ​ດ້ວຍ.

ລຸນ​ຫຼັງການ​ເດີນທາງ​ໄປ​ຢ້ຽມຢາມມຽນມາ​ຄັ້ງປະວັດ​ສາດ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​
ສະຫະລັດທ່ານ​ນາງ Hillary Clinton ​ເມື່ອ​ໄວໆ​ມານີ້ ​ເປັນ​ທີ່ຄາດ​ກັນ​ວ່າທ່ານ Mitchell
ຈະ​ຮ້ອງ​ຂໍ​ການ​ຊ່ອຍ​ເຫຼືອຈາກ​ເກົາຫຼີ​ໃຕ້​ເພື່ອ​ກົດດັນ ​ໃຫ້​ເຈົ້າໜ້າ​ທີ່​ມຽນມາ​ຕັດຂາດ​ທຸກຄວາມ​
ສຳພັນທີ່​ເປັນ​ຄຳ​ຖາມທີ່​ຍັງ​ເຫຼືອຢູ່​ກັບ​ເກົາຫຼີ​ເໜືອ.

ເຈົ້າໜ້າ​ທີ່​ສະຫະລັດ​ກ່າ​ວວ່າ​ ໃນ​ບັນດາ​ເງື່ອນ​ໄຂຕ່າງໆ​ທີ່ຄວາມ​ສຳພັນ​ຂອງສະຫະລັດກັບ​
ມຽນມາຈະ​ໄດ້​ຮັບ​ການ​ປັບປຸງໃຫ້​ດີ​ຂຶ້ນ​ນັ້ນ ປະ​ເທດ​ດັ່ງກ່າວ​ຈະ​ຕ້ອງ​ບໍ່​ມີ​ການ ຮ່ວມ​ມື​ໃດໆ
ກ່ຽວ​ກັບ​ເລື່ອງ​ລູກ​ສອນ​ໄຟແລະ​ການ​ສ້າງ​ອາວຸດ​ນິວ​ເຄລຍກັບພຽງ​ຢາງ.

XS
SM
MD
LG