ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ສະຫະລັດ ເກົາຫຼີເໜືອ ກ້າວໜ້າ ແຕ່ຍັງຕົກລົງກັນ ບໍ່ໄດ້


ທ່ານ Robert King (ຊ້າຍມື) ທູດພິເສດສະຫະລັດກ່ຽວກັບບັນຫາສິດທິມະນຸດຂອງເກົາຫຼີເໜືອ ແລະຜູ້ເຈລະ ຈາເລຶ່ອງອາຫານຊ່ວຍເຫລືອເກົາຫຼີເໜືອທີ່ກອງປະຊຸມສອງມື້ທີ່ປັກກິ່ງ.
ທ່ານ Robert King (ຊ້າຍມື) ທູດພິເສດສະຫະລັດກ່ຽວກັບບັນຫາສິດທິມະນຸດຂອງເກົາຫຼີເໜືອ ແລະຜູ້ເຈລະ ຈາເລຶ່ອງອາຫານຊ່ວຍເຫລືອເກົາຫຼີເໜືອທີ່ກອງປະຊຸມສອງມື້ທີ່ປັກກິ່ງ.

ການ​ເຈລະຈາ​ກັນ​ສອງ​ມື້​ທີ່ກຸງ​ປັກ​ກິ່ງ​ໄດ້​ແຕກ​ສະບັ້ນ​ລົງ​ ​ໂດຍ​ປາດ​ສະ​ຈາກ​ຂໍ້​ຕົກລົງ​ໃດໆ
ສໍາລັບ​ສະຫະລັດທີ່​ຈະ​ສົ່ງການ​ຊ່ວຍ​ເຫຼືອທາງ​ດ້ານ​ອາຫານ​ໄປໃຫ້​ເກົາຫລີ​ເໜືອ.

ທ່ານ Robert King ຜູ້​ເຈ​ລະຈາ​ຂອງ​ສະຫະລັດ ກ່າວ​ເມື່ອ​ວັນ​ພະຫັດ​ມື້​ນີ້ວ່າທັງ​ສອງ​ຝ່າຍ​
ໄດ້​ສ້າງ​ຄວາມ​ກ້າວໜ້າ ​ໃນ​ຂໍ້​ຕົກລົງ​ທີ່​ຈະ​ຈັດ​ສົ່ງ​ອາຫານ ສຸກ​ເສີນ​ ໃນປະລິມານ 240,000
ໂຕນໄປ​ໃຫ້​ເກົາຫຼີ​ເໜືອ ​ແລະ​ທ່ານ​ຈະ​ກັບ​ຄື​ນ​ວໍ​ຊິງ​ຕັນ​ເພື່ອລາຍ​ງານ​ຜົນ​ການ​ເຈລະຈາດັ່ງ
ກ່າວ.

ທ່ານ ຄິງກ່າວ​ຕື່ມ​ວ່າ ເຖິງ​ແມ່ນຈະ​ມີ​ຄວາມ​ກ້າວໜ້າ​ກໍ​ຕາມ ແຕ່​ລາຍ​ລະອຽດ​ຂອງ​ການ
ຊ່ວຍເຫລືອ​ບັນ​ເທົາທຸກ​ນີ້​ຍັງ​ບໍ່ຕົກ​ແຕກ​ກັນ​ເທື່ອ.

ພວກ​ເຈົ້າໜ້າ​ທີ່​ສະຫະລັດ​ກ່າວກ່ອນ​ໜ້າການເຈລະຈາ​ກັນວ່າ ພວກ​ເຂົາ​ເຈົ້າຈະ​ຊອກ​ຫາ​
ມາດ​ຕະການ​ຕ່າງໆ​ເພື່ອ​ຮັບປະກັນ​ວ່າ​ອາ​ຫານ​ຊ່ວຍ​ເຫລືອ​ນີ້​ ຈະ​ຕົກ​ໄປ​ຮອດ​ໄປ​ເຖິງ​ພວກ​
ທີ່​ຕ້ອງການ​ແທ້ໆ ບໍ່​ແມ່ນ​ຕົກ​ໄປ​ໃສ່​ກຳມື ຂອງພວກ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຫລື​ພວກ​ທະຫານ.

ທ່ານ​ຄິງ ກ່າວ​ເມື່ອ​ຖືກ​ຊັກ​ຖາມ​ ວ່າທ່ານ​ໝັ້ນ​ໃຈທີ່​ຈະ​ໄດ້​ຮັບ​ການ​ຮັບປະ ກັນ​ເຫລົ່າ​ນັ້ນບໍ?
ທ່ານ​ຄິງຕອບ​ວ່າ ​ແມ່ນ​ແລ້ວ​ທ່ານໝັ້ນ​ໃຈ.

ສະຫະລັດ​ໄດ້​ປະກາດ​ແຜນການ​ຈັດ​ສົ່ງ​ອາຫານ​ຊ່ວຍ​ເຫລືອ​ດັ່ງກ່າວ​ ເມື່ອ ອາທິດ​ຜ່ານ​ມາ
ຊຶ່ງ​ເປັນເວລາ​ດຽວ​ກັນ​ກັບ​ທີ່​ພຽງ​ຢາງ​ຕົກລົງໂຈະ​ໂຄງການ​ເສີມສະມັດຖະພາບ​ຢູ​ເຣນຽມ
ແລະ​ທົດ​ລອງ​ລູກ​ໄຟ​ຂອງ​ຕົນ​ນັ້ນ.

XS
SM
MD
LG