ສະຫະລັດແລະເກົາຫລີໃຕ້ ໄດ້ເຊັນສັນຍາສະບັບນຶ່ງ ທີ່ໝາຍ
ເຖິງການໃຫ້ຄວາມຊ່ວຍເຫຼືອເພີ້ມຂຶ້ນ ໃນການຢັບຢັ້ງອາວຸດ
ນິວເຄລຍເກົາຫລີເໜືອ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagel
ແລະຄູ່ຕໍາແໜ່ງ ຝ່າຍເກົາຫລີໃຕ້ ທ່ານ Kim Kwan-jin ໄດ້ລົງ
ນາມໃນຕົກລົງດັ່ງກ່າວ ໃນວັນພຸດມື້ນີ້ ທີ່ກຸງໂຊລ ໃນລະຫວ່າງ
ການເຈລະຈາເລື່ອງຄວາມປອດໄພປະຈໍາປີ.
ທ່ານ Hagel ກ່າວວ່າ ແຜນການດັ່ງກ່າວນີ້ ແມ່ນເນັ້ນໃຫ້ເຫັນ
ເຖິງຄວາມເປັນຫ່ວງຂອງສະຫະລັດແລະເກົາຫລີໃຕ້ ກ່ຽວກັບ
“ໂຄງການນິວເຄລຍ ແລະລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ພ້ອມທັງການແຜ່ຜາຍຂອງອາວຸດເຫລົ່າ ນີ້ ແລະອາວຸດເຄມີນຳດ້ວຍ.”
ທ່ານ Hagel ກ່າວວ່າ “ກ່ຽວກັບຄວາມເປັນຫ່ວງເຫຼົ່ານີ້ ດັ່ງທີ່ລັດຖະມົນຕີ Kim ໄດ້ເວົ້າເຖິງ ມື້ນີ້ ພວກເຮົາໄດ້ເຊັນສັນຍາຍຸດທະສາດສອງຝ່າຍທີ່ແນໃສ່ເພື່ອຮັບມືກັບການຂົ່ມຂູ່ຈາກອາວຸດນິວເຄລຍແລະອາວຸດທີ່ມີອະນຸພາບຮ້າຍແຮງອື່ນໆຂອງ ເກົາຫລີເໜືອ. ນີ້ຈະເປັນການສ້າງນະໂຍບາຍລະດັບຍຸດທະສາດພາຍໃນພັນທະມິດ ເພື່ອຢັບຢັ້ງໄພຂົ່ມຂູ່ທີ່ສະເພາະເຈາະຈົງທັງຫລາຍ ແລະຊ່ວຍໃຫ້ພວກເຮົາປະຕິບັດງານຮ່ວມກັນຢ່າງລ່ຽນໄຫລຫລາຍຂື້ນ ເພື່ອໃຫ້ການຢັບຢັ້ງຂອງພວກເຮົາມີຜົນຫຼາຍທີ່ສຸດ.”
ບໍ່ມີລາຍລະອຽດຫຍັງຫລາຍກ່ຽວກັບການຂະຫຍາຍຍຸດທະສາດໃນການຢັບຢັ້ງ ຊຶ່ງມີຂື້ນບໍ່ເທົ່າໃດເດືອນຫລັງຈາກໄດ້ເກີດຄວາມເຄັ່ງຕຶງ ລຸນຫລັງທີ່ພຽງຢາງໄດ້ທົດລອງອາວຸດນິວເຄລຍຄັ້ງທີສາມ ໃນເດືອນກຸມພາປີນີ້.
ຄວາມກ້າວໜ້າໃນໂຄງການອາວຸດນິວເຄລຍຂອງເກົາຫລີເໜືອພາໃຫ້ມີການຮຽກຮ້ອງ
ຂອງຜູ້ຄົນຈໍານວນນຶ່ງໃນເກົາຫລີໃຕ້ ເພື່ອໃຫ້ຕໍ່ເວລາໃນການຄວບຄຸມແລະບັງຄັບບັນ
ຊາໃນຍາມສົງຄາມຂອງອາເມຣິກາຕໍ່ກຳລັງຂອງເກົາຫລີໃຕ້. ເກົາຫລີ ມີກໍານົດທີ່ຈະເຂົ້າບັນຊາການທາງທະຫານທັງໝົດ ໃນປີ 2015.
ລັດຖະມົນຕີທັງສອງບໍ່ໄດ້ຕັດສິນໃຈກ່ຽວກັບເລື່ອງນີ້ໃນວັນພຸດມີນຶ້ນ ແຕ່ເຫັນດີທີ່ຈະ
ທົບທວນຄືນກ່ຽວກັບກໍານົດເວລາຂອງການມອບໂອນໃນຂະນະທີ່ຈັບຕາເບິ່ງ ສະຖາ
ນະການດ້ານຄວາມປອດໄພ ຢູ່ໃນແຫລມເກົາຫລີ.