ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ສັງ​ຫານ​ຜູ້​ບັນ​ຊາ​ການ​ ກຸ່ມ​ລັດ​ອິ​ສ​ລາມ ທີ່​ຢູ່​ເບື້ອງ​ຫລັງຂອງ ​ການ​ວາງ​ແຜນ​ລັກ​ພາ​ຕົວ​ ພວກ​ເຈົ້າ​ໜ້າ​ທີ່


ນີ້​ຄື​ພາບ​ແຜນ​ທີ່​ຂອງ​ຊີ​ເຣຍ​ທີ່​ມີ​ນະ​ຄອນ​ຫລວງ Damascus ໝາຍ​ໃສ່​ໃນ​ນັ້ນ
ນີ້​ຄື​ພາບ​ແຜນ​ທີ່​ຂອງ​ຊີ​ເຣຍ​ທີ່​ມີ​ນະ​ຄອນ​ຫລວງ Damascus ໝາຍ​ໃສ່​ໃນ​ນັ້ນ

ແຜນການຂອງກຸ່ມກໍ່ການຮ້າຍລັດອິສລາມທີ່ຈະລັກພາຕົວເຈົ້າໜ້າທີ່ຢູ່ນອກເຂດຕາເວັນອອກກາງ ແລະຈັບຕົວພວກເຂົາເຈົ້າໄວ້ເພື່ອເປັນສິ່ງ​ໄດ້​ປຽບ​ໃນ​ການ​ຕໍ່​ລອງນັ້ນ ໄດ້ກໍ່ໃຫ້ເກີດມີການໂຈມຕີຂອງສະຫະລັດ ໃນຕອນເຊົ້າວານນີ້ ທີ່ພາໃຫ້ຜູ້ນຶ່ງໃນຈຳ​ນວນຜູ້ທີ່​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້ວາງ​ແຜນນັ້ນ​ ຖືກ​ຂ້າ​ຕາຍ.

ສູນກາງກອງບັນຊາການຂອງສະຫະລັດ ຫລື CENTCOM ໃນວັນຈັນວານນີ້ ໄດ້ຢືນຢັນການເສຍຊີວິດຂອງທ້າວ ອັບ-ອາ​ລ-ຮາ​ດີ ມາ​ມູດ ອາ​ລ-ຮາ​ຈີ ອາ​ລີ (Abd-al-Hadi Mahmud al-Haji Ali) ໃນລະຫວ່າງການປະຕິບັດງານຢູ່ ໃນພາກເໜືອຂອງຊີເຣຍ ໂດຍໄດ້ພັນລະນາເຖິງລາວວ່າ ເປັນເຈົ້າໜ້າທີ່ ທີ່ຮັບ ຜິດຊອບໃນການວາງແຜນການໂຈມຕີໃນເຂດຕາເວັນອອກກາງ ແລະໃນຢູ ໂຣບ.

ການຢືນຢັນການເສຍຊີວິດຂອງທ້າວອາ​ລີ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ ເຈົ້າໜ້າທີ່ສະຫະລັດຄົນນຶ່ງ ໂດຍບໍ່​ປະ​ສົງ​ອອກ​ນາມ ທີ່ກ່າວຕໍ່ວີໂອເອ ​ເນື່ອງ ຈາກລັກສະນະທີ່ຫຼໍ່​ແຫລມຂອງການປະຕິບັດງານນັ້ນ ກ່າວວ່າ ຊາກສົບຂອງ ຜູ້ນຳຂັ້ນ​ສູງໄດ້ຖືກນຳອອກ​ມາແລ້ວ ແລະກຳລັງຢູ່ໃນຂັ້ນຕອນການກວດດີ​ແອນ​ເອ (DNA) ເພື່ອລະ​ບຸຕົວຕົນຂອງຜູ້​ກ່ຽວ.

ນັກລົບປະກອບອາວຸດສອງຄົນ ກັບທ້າວ​ອາ​ລີ ຖືກຂ້າຕາຍ ໃນເວລາທີ່ມີການ ໂຈມຕີນັ້ນ​, ອີງຕາມເຈົ້າຫນ້າທີ່ CENTCOM ທີ່ເວົ້າວ່າ ບໍ່ມີພົນລະເຮືອນຄົນ​ໃດ ໄດ້ຮັບບາດເຈັບ ແລະວ່າກໍາລັງທະ​ຫານຂອງສະຫະລັດທີ່ມີສ່ວນພົວ​ພັນໃນ ການປະຕິບັດນັ້ນ ປາ​ກົດ​ຕົວ​ໃຫ້​ເຫັນ​ວ່າ ບໍ່ໄດ້​ຮັບ​ບາດ​ເຈັບແຕ່​ຢ່າງ​ໃດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG