ກອງທັບສະຫະລັດ ກ່າວວ່າ ຕົນໄດ້ສັງຫານພວກຫົວຮຸນແຮງເຈັດຄົນ ທີ່ເປັນເຄືອຂ່າຍ
ຂອງກຸ່ມກໍ່ການຮ້າຍ al-Qaida ໃນເຢເມນ ລະຫວ່າງການປະຕິບັດ ງານບຸກໂຈມຕີ ຕໍ່
ຕ້ານການກໍ່ການຮ້າຍ.
ກອງບັນຊາການທະຫານສະຫະລັດໃນເຂດພາກຕາເວັນອອກ ຫຼື CENTCOM ກ່າວ”
ໃນລະຫວ່າງການບຸກໂຈມຕີ ໃນວັນອັງຄານມື້ນີ້ ຢູ່ທີ່ແຂວງ Marib ສະຫະລັດ ໄດ້ໃຊ້
ການໂຈມຕີທາງອາກາດ ແລະອາວຸດນ້ອຍເພື່ອສັງຫານພວກຫົວຮຸນແຮງທີ່ເປັນເຄືອ
ຂ່າຍຂອງກຸ່ມອາລກາອີດາໃນແຫຼມອາຣາເບຍຫຼື AQAP. ຖະແຫລງການຂອງ
CENTCOM ກ່າວວ່າ “ການບຸກໂຈມຕີໃນທຳນອງນີ້ເຮັດໃຫ້ເຫັນເລິກເຂົ້າໄປເຖິງ
ຄວາມປະສົງ ຄວາມສາມາດແລະຄວາມຕັ້ງໃຈຂອງກຸ່ມAQAP ຊຶ່ງອຳນວຍໃຫ້ພວກ
ເຮົາສືບຕໍ່ດຳເນີນການຊອກຫາ ລົບກວນ ແລະສ້າງຄວາມເສຍຫາຍໃຫ້ແກ່ກຸ່ມ AQAP.”
ສະຫະລັດກ່າວວ່າ ການປະຕິບັດງານນີ້ ໄດ້ມີຂຶ້ນດ້ວຍການສະໜັບສະໜູນຈາກ
ລັດຖະບານເຢເມນ. ພວກເຮືອບິນລົບ ແລະເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໄດ້
ອອກປະຕິບັດ ການໂຈມຕີ ໃນເດືອນມີນາ ໂດຍແນເປົ້າໝາຍໃສ່ກຸ່ມ AQAP ຢູ່ໃນເຂດ
ອື່ນໆຂອງເຢເມນ.
ແລະໃນເດືອນກໍລະກົດ ໜ່ວຍກ້າຕາຍສະຫະລັດໄດ້ບຸກໂຈມຕີຄ້າຍກຸ່ມ AQAP
ອີກຄ້າຍນຶ່ງ ໃນການປະຕິບັດງານທີ່ໄດ້ເຮັດໃຫ້ໜ່ວຍກ້າຕາຍ Navy SEAL
William “Ryan” Owens ເສຍຊີວິດ. ຮວມຢູໃນພວກເສຍທີ່ຊີວິດລະຫວ່າງການ
ບຸກໂຈມຕີນັ້ນ ມີ ທ້າວ Nawar Anwar al-Awlaki ລູກສາວອາຍຸ 8 ປີ ຂອງທ້າວ
Anwar al-Awlaki ນັກສອນສາສະໜາຫົວຮຸນແຮງຄົນອາເມຣິກັນ ຜູ້ທີ່ໂຕລາວເອງ
ກໍໄດ້ເປັນເປົ້າ ໃນການໂຈມຕີ ໂດຍເຮືອບິນທີ່ບໍ່ມີຄົນຂັບໃນປີ 2011.
ກຸ່ມ AQAP ໄດ້ຖືກສະຫະລັດເບິ່ງມາດົນນານແລ້ວວ່ ເປັນອົງການກໍ່ການຮ້າຍທີ່ສຳ
ຄັນ. ໃນປີ 2010 ກຸ່່ມດັ່ງກ່າວໄດ້ພະຍາຍາມທີ່ຈະສົ່ງຫໍ່ລະເບີດເຂົ້າມາໃນສະຫະລັດ.
ນຶ່ງປີກ່ອນໜ້ານັ້ນ ເຂົ້າເຈົ້າໄດ້ສົ່ງທ້າວ Umar Farook Abdulmutallab ເກີດຢູ່ໄນ
ຈີເຣຍ ທີ່ທ້າວ Awlaki ໄດ້ຂົນຂວາຍເອົາມາ ໃຫ້ເປັນຜູ້ບີບຄະນວນລະເບີດ ທີ່ເຊື່ອງ
ໄວ້ ຢູ່ໃນສົ້ງຊ້ອນຂອງລາວ ຢູ່ໃນຖ້ຽວບິນມາສູ່ນະຄອນ Detroit.