ສະຫະລັດ ກ່າວວ່າ ການສັງຫານຜູ້ນຳຕໍ່ຕ້ານລັດຖະບານໃນ
ຊິເຣຍ ໄດ້ເຮັດໃຫ້ຄວາມພະຍາຍາມສະລັບສັບຊ້ອນທີ່ຈະຈັດ
ໃຫ້ມີການຢຸດຍິງ ແລະແກ້ໄຂທາງອອກທາງການ ເມືອງ ຕໍ່ວິກິດ
ການໃນປະເທດດັ່ງກ່າວທີ່ດຳເນີນມາໄດ້ເກືອບ 5 ປີ ແລ້ວນັ້ນ.
ທ່ານ Zahran Alloush ຫົວໜ້າຂອງກຸ່ມ ທີ່ເອີ້ນວ່າ Jaysh
al Islam ເສຍຊີວິດ
ຈາກການໂຈມຕີທາງອາກາດ ໃນວັນສຸກຜ່ານມານີ້ ທີ່ໄດ້ອ້າງ
ເອົາຄວາມຮັບຜິດຊອບໂດຍກຳລັງລັດຖະບານຊິເຣຍ.
ໃນວັນຈັນ ວານນີ້ ໂຄສົກຂອງກະຊວງການຕ່າງປະເທດ ທ່ານ Mark Toner ໄດ້ກ່າວວ່າ
ສະຫະລັດ ໄດ້ມີຄວາມເປັນຫ່ວງ ກ່ຽວກັບການເຄື່ອນໄຫວຂອງກຸ່ມ Jaysh al Islam
ໃນຊິເຣຍ, ແຕ່ກຸ່ມດັ່ງກ່າວ ໄດ້ເຂົ້າປະກອບສ່ວນໃນກອງປະຊຸມຂອງກຸ່ມຕໍ່ຕ້ານລັດຖະບານ ສະໜັບສະໜຸນຂັ້ນຕອນການປະຕິບັດງານທາງການເມືອງ ແລະຕໍ່ສູ້ຕ້ານຕໍ່ກຸ່ມລັດອິສລາມ.
ທ່ານ Toner ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາສາມາດທີ່ຈະຕົກລົງກັນໄດ້ ທີ່ວ່ານີ້ ມັນບໍ່ໄດ້ສົ່ງຂໍ້ຄວາມທີ່ສ້າງສັນ ໃນການໂຈມຕີທາງອາກາດ ເຊັ່ນນັ້ນ. ໃນຂະນະທີ່ຂ້າພະເຈົ້າ
ໄດ້ກ່າວມານີ້ ມັນຍິ່ງເຮັດໃຫ້ສະຖານະການສະລັບສັບຊ້ອນຂອງຄວາມພະຍາຍາມທັງຫຼາຍ
ນີ້. ມັນເປັນຄວາມຫວັງ ທີ່ວ່າການໂຈມຕີທັງຫຼາຍນີ້ ຈະບໍ່ຕ່າວປີ້ນຂັ້ນຕອນການດຳເນີນງານ
ທີ່ພວກເຮົາ ໄດ້ປະຕິບັດມາແລ້ວນັ້ນ.”
ທ່ານຍັງໄດ້ ກ່າວຊ້ຳອີກຕື່ມວ່າ ທູດພິເສດຂອງອົງການສະຫະປະຊາຊາດກ່ຽວກັບຊິເຣຍ ທ່ານ Staffan de Mistura ໄດ້ຊຸກຍູ້ ໃຫ້ມີການເຈລະຈາສັນຕິພາບ ໃນວັນທີ 25 ມັງກອນ ທີ່ຈະມາເຖິງນີ້.
ທ່ານ Toner ໄດ້ກ່າວວ່າ “ພວກເຮົາກໍຫວັງວ່າ ມັນຈະບໍ່ເປັນການ ບໍ່ສົ່ງເສີມຜູ້ຄົນເຫຼົ່ານີ້ ທີ່ຈະປະກອບສ່ວນໃນຂັ້ນຕອນປະຕິດບັດງານ ເພາະວ່າພວກເຮົາຈຳເປັນຈະຕ້ອງເລີ້ມ
ຄວາມພະຍາຍາມ ປະຈຸບັນທັນດ່ວນ ເພື່ອບັນລຸຂໍ້ຕົກລົງ ທີ່ຈະນຳໄປສູ່ການຫັນປ່ຽນທາງ
ການ ເມືອງທີ່ແທ້ຈິງ.” ອົງການສະຫະປະຊາຊາດ ໄດ້ຍົກເລີກກອງປະຊຸມສັນຕິພາບ
ສອງຮອບ ລະຫວ່າງລັດຖະບານຊິເຣຍ ແລະກຸ່ມຝ່າຍຄ້ານລັດຖະບານ ໃນຕົ້ນປີກາຍນີ້ ແຕ່ວ່າ ການເຈລະຈາສັນຕິພາບດັ່ງກ່າວ ໄດ້ລົ້ມເລີກໄປ ດ້ວຍການບັນລຸຄວາມກ້າວໜ້າແຕ່ພຽງເລັກນ້ອຍເທົ່ານັ້ນ.