ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາຍທີ່ຖືກຈໍາຄຸກ ຍ້ອນກັກຂັງ ແມ່ຍິງ 3 ຄົນ ໄວ້ຫລາຍປີ ແຂນຄໍຕາຍ ຢູ່ໃນຫ້ອງຂັງ (ວີດິໂອ)


ທ້າວ Castro ແຂນຄໍຕາຍ ຢູ່ໃນຫ້ອງຂັງ
please wait

No media source currently available

0:00 0:00:49 0:00

ທ້າວ Ariel Castro ອາຍຸ 53 ປີ ຖືກພົບເຫັນວ່າ ແຂນຄໍຕາຍຢູ່ໃນຫ້ອງຂັງຂອງລາວ ໃນຄືນວັນວານນີ້ ແລະຖືກນໍາໄປໂຮງໝໍຢູ່ໃກ້ໆນັ້ນ ​ແລະຖືກປະກາດວ່າ ເສຍຊີວິດໄປແລ້ວ.

ເຈົ້າໜ້າທີ່ຄຸກຢູ່ລັດ Ohio ເວົ້າວ່າ ຊາຍທີ່ໄດ້ຂັງຜູ້ຍິງສາມຄົນ
ໄວ້ເປັນເວລານານກວ່າ ສິບປີນັ້ນ ໄດ້ຖືກພົບເຫັນວ່າເສຍຊີວິດ
ໄປແລ້ວ.

ທ້າວ Ariel Castro ອາຍຸ 53 ປີ ຖືກພົບເຫັນວ່າ ແຂນຄໍຕາຍ
ຢູ່ໃນຫ້ອງຂັງຂອງລາວ ໃນຄືນວັນ ອັງຄານວານນີ້. ພວກເຈົ້າ
ໜ້າທີ່ເວົ້າວ່າ ຜູ້ກ່ຽວໄດ້ຖືກນໍາໄປຍັງໂຮງໝໍຢູ່ໃກ້ໆນັ້ນ ເພື່ອ
ຮັບການປິ່ນ ປົວສຸກເສີນ ​ແລະ​ໄດ້ຖືກປະກາດວ່າ ເສຍຊີວິດໄປແລ້ວ.

ອະດີດຄົນຂັບລົດເມໂຮງຮຽນ ໄດ້ຖືກຈັບກຸມໃນເດືອນພຶດ
ສະພາຜ່ານມາ ລຸນຫລັງທີ່ຜູ້ຍິງຄົນນຶ່ງ ໃນຈໍານວນສາມ​ຄົນທີ່ລາວຈັບໄປກັກຂັງ​ໄວ້ນັ້ນ
ໄດ້ໂຕນໜີອອກຈາກເຮືອນຂອງລາວ ຢູ່ເມືອງ Cleaveland ແລະ ໄດ້ແລ່ນໄປຫາຄົນ
ຂ້າງບ້ານເພື່ອຂໍຄວາມຊ່ວຍເຫລືອ.

ພວກເຈົ້າໜ້າທີ່ເວົ້າວ່າ ລາວໄດ້ລັກພາຕົວ ພວກຜູ້ຍິງດັ່ງກ່າວ ໃນເວລາແຕກຕ່າງກັນ ໃນ
ລະຫວ່າງ ປີ 2002 ແລະ 2004 ແລະໄດ້ຂົ່ມຂືນ ພວກເຂົາເຈົ້າຄັ້ງແລ້ວຄັ້ງເຫລົ່າ ໃນລະ
ຫວ່າງທີ່ຂັງພວກເຂົາເຈົ້າໄວ້ນັ້ນ. ຜູ້ຍິງຄົນ ນຶ່ງໃນນັ້ນ ກໍຄືນາງ Amanda Berry ໄດ້ເກີດ
ລູກສາວ ທີ່ມີກັບທ້າວ Castro.

ທ້າວ Castro ຍອມສາະລະພາບຜິດໃນເດືອນແລ້ວນີ້ ຕໍ່ຂໍ້ຫາຫລາຍກວ່າ 900 ກະທົງ ຊຶ່ງ
ລວມ ທັງການລັກພາຕົວ ແລະການຂົ່ມຂືນ ລວມທັງການຄາດຕະກໍາທາລົກທີ່ຍັງຢູ່ໃນ
ທ້ອງຂອງຜູ້ຍິງ ຄົນນຶ່ງທີ່ຖືພາ ທີ່​ຖືກລາວທຸບຕີ ຢ່າງຮຸນແຮງ ຈົນ​ລຸ​ລູກ.

ທ້າວ Castro ຖືກຕັດສິນໃຫ້ຈໍາຄຸກຕະຫລອດຊີວິດ ໂດຍບໍ່​ມີ​ໂອກາດ​ຜ່ອນ​ໂທດ​ຫລື​ຖືກ​ປ່ອຍ​ອອກ​ກ່ອນ​ແບບ​ທັນ​ບົນ​ໄວ້ ບວກ​ກັບ​ໂທດ​ຂັງ​ຄຸກ​ອີກ 1 ພັນປີ ເພື່ອເປັນການແລກປ່ຽນ
ກັບການບໍ່ຮ້ອງ​ຂໍ ​ເອົາໂທດປະຫານຊີວິດຂອງໄອຍະການ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:
XS
SM
MD
LG