ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບຣາຊິລ ຢາກໃຫ້ ສຫລ ຍຸຕິການ ສອດແນມ ໃນ​ການ​ສື່ສານ (ວີດິໂອ)


 ທ່ານ John Kerry ລັດຖະມົນ​ຕີ​ການຕ່າງປະ​ເທດສະຫະລັດ (ຊ້າຍ) ຟັງທ່ານ Antonio Patriota (ຂວາ) ລັດຖະມົນ​ຕີ​ການຕ່າງປະ​ເທດບຣາຊິລ ກ່າວຄໍາປາໄສ ຢູ່ໃນກອງປະຊຸມ ທີ່ຈັດຂຶ້ນໃນທໍານຽບ Itamaraty ທີ່ນະຄອນຫລວງ Brasilia, ໃນວັນທີ 13 ສິງຫາ 2013.
ທ່ານ John Kerry ລັດຖະມົນ​ຕີ​ການຕ່າງປະ​ເທດສະຫະລັດ (ຊ້າຍ) ຟັງທ່ານ Antonio Patriota (ຂວາ) ລັດຖະມົນ​ຕີ​ການຕ່າງປະ​ເທດບຣາຊິລ ກ່າວຄໍາປາໄສ ຢູ່ໃນກອງປະຊຸມ ທີ່ຈັດຂຶ້ນໃນທໍານຽບ Itamaraty ທີ່ນະຄອນຫລວງ Brasilia, ໃນວັນທີ 13 ສິງຫາ 2013.
ທ່ານ Antonio Patriota ລັດຖະມົນ​ຕີ​ການຕ່າງປະ​ເທດ
ບຣາຊິລເວົ້າວ່າ ສະຫະລັດ ຈະຕ້ອງຍຸຕິການປະຕິບັດທີ່
ທ່ານເວົ້າວ່າເປັນການລະເມີດຕໍ່ອະທິປະໄຕຂອງບຣາຊິລ.

ທ່ານ Patriota ໄດ້ພົບກັບລັດຖະມົນ​ຕີ​ການຕ່າງປະ​ເທດ
ສະຫະລັດ ທ່ານ John Kerry ໃນວັນອັງຄານວານນີ້ ຢູ່ນະ
ຄອນຫຼວງ Brasilia ​ໃນ​ການ​ໂອ້​ລົມ​ກັນກ່ຽວກັບໂຄງການ​
ຕິດຕາມ​ເບິ່ງ​ການ​ສື່ສານ​ທາງ​ໂທລະສັບ ​ແລະອິນ​ເຕີ​ແນັດ
ຂອງອົງການ​ຮັກສາ​ຄວາມ​ປອດ​ໄພແຫ່ງ​ຊາດສະຫະລັດ ຫຼື
NSA. Brazil ແມ່ນນຶ່ງໃນບັນດາຫຼາຍໆປະເທດທີ່ອົງການ
NSA ໄດ້ສອດແນມເບິ່ງການສື່ສານ ຊຶ່ງເປັນສ່ວນນຶ່ງຂອງ
ສົງຄາມຕ້ານພວກກໍ່ການຮ້າຍ.

ທ່ານ Patriota ເວົ້າອີກວ່າ ການສອດແນມດັ່ງກ່າວ ໄດ້ເຮັດໃຫ້ການຮ່ວມມື ແລະຄວາມ ເຊື່ອໃຈກັນລະຫວ່າງສະຫະລັດແລະບຣາຊິລມືດມົນ. ທ່ານໄດ້ໃຫ້ຮ່ອງຮອຍວ່າ ບຣາຊິລບໍ່ ພໍໃຈ ຕໍ່ຄໍາອະທິບາຍຂອງສະຫະລັດ ຊຶ່ງທ່ານໃຫ້ຄໍາເຫັນເພີ້ມເຕີມວ່າ:

“ໃນທຸກມື້ນີ້ ພວກເຮົາປະເຊີນກັບບັນຫາຫຍຸ້ງຍາກປະເພດໃໝ່ ໃນສາຍສໍາ
ພັນຂອງພວກເຮົາ, ຊຶ່ງເປັນບັນຫາທ້າທາຍທີ່ກ່ຽວຂ້ອງກັບຂ່າວ ໃນການດັກ
ຟັງ ແລະອ່ານການສື່ສານ ທາງອີເລັກໂທຣນິກ ແລະທາງໂທລະສັບຂອງ
ຊາວບຣາຊິລ. ຖ້າຫາກບັນຫາທ້າທາຍດັ່ງກ່າວ ບໍ່ໄດ້ຮັບ​ການແກ້ໄຂຢ່າງ
ເປັນທີ່ເພິ່ງພໍໃຈ ພວກເຮົາກໍແມ່ນມີຄວາມສ່ຽງ ຕໍ່ການເຮັດໃຫ້ເກີດມີເງົາມືດ ແຫ່ງຄວາມບໍ່ເຊື່ອໃຈກັນກ່ຽວກັບວຽກງານຂອງພວກເຮົາ. ພວກເຮົາຈະຕ້ອງ
ຍຸຕິການກະທໍາທີ່ເປັນການລະເມີດອະທິປະໄຕ ແລະສາຍສໍາພັນແຫ່ງ
ຄວາມເຊື່ອໃຈກັນ ລະຫວ່າງສອງປະເທດ ແລະຄວາມເປັນອິດສະລະພາບ
ຂອງສ່ວນບຸກຄົນ ທີ່ປະເທດພວກເຮົາຖື​ເປັນຄຸນຄ່າສູງທີ່ສຸດນັ້ນ.”


ເບິ່ງວີດິໂອກ່ຽວກັບຂ່າວນີ້:



ທ່ານ Kerry ເວົ້າວ່າ ບຣາຊິລຍັງຕ້ອງການຄໍາຕອບຢູ່ ແລະກໍຈະໄດ້ຮັບມັນ. ທ່ານເວົ້າວ່າ ໂຄງການຂອງອົງການ NSA ແມ່ນຊ່ວຍປົກປ້ອງຊາວອາເມຣິກັນກໍຄືຊາວເບຣຊິລ. ທ່ານ ໄດ້ກ່າວປ້ອງກັນມັນວ່າ ໂຄງການນີ້ ຖືກຕ້ອງຕາມກົດໝາຍ ແລະກໍຢູ່ໃຕ້ການຊີ້ນໍາຂອງ ລັດຖະບານ.

ທ່ານ Kerry ຍັງໄດ້ກ່າວປ້ອງກັນໂຄງການຂອງອົງການ NSA ໃນຂະນະທີ່ທ່ານໄປຢ້ຽມ ຢາມປະ​ເທດ Columbia ໃນວັນຈັນຜ່ານມາ ຊຶ່ງເປັນອີກປະເທດນຶ່ງທີ່ຢູ່ພາຍໃຕ້​ໂຄງການ ຕິດຕາມສອດແນມຂອງ​ສະຫະລັດ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:

ວີດິໂອ-ການຢ້ຽມຢາມ ບຣາຊິລ ຂອງທ່ານ Kerry
please wait

No media source currently available

0:00 0:01:47 0:00
XS
SM
MD
LG