ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດເຕືອນ ກ່ຽວກັບການໂຈມຕີ ຂອງພວກກໍ່ການຮ້າຍ ໃນເຄັນຢາ


ນາຍ Ali Mohamud Rage ໂຄສົກກຸ່ມ Al-Shabab ໃຫ້ສໍາພາດຂ່າວ ຢູ່ນະຄອນຫລວງ Mogadishu ຂອງ Somalia, ຂົ່ມຂູ່ຈະໂຈມຕີເຄັນຢາ, ວັນທີ 17 ຕຸລາ 2011.
ນາຍ Ali Mohamud Rage ໂຄສົກກຸ່ມ Al-Shabab ໃຫ້ສໍາພາດຂ່າວ ຢູ່ນະຄອນຫລວງ Mogadishu ຂອງ Somalia, ຂົ່ມຂູ່ຈະໂຈມຕີເຄັນຢາ, ວັນທີ 17 ຕຸລາ 2011.

ສະຖານທູດ​ສະຫະລັດ​ທີ່​ນະຄອນຫລວງ Nairobi ​ໄດ້​ອອກ​ຄໍາເຕືອນວ່າ ອາດ​ຈະ​ມີການ​ໂຈມ​ຕີ​ຂອງພວກ​ກໍ່​ການ​ຮ້າຍ​ໃນປະ​ເທດ​ເຄັນ​ຢາໃນ​ໄວໆ​ນີ້.

ຄໍາ​ເຕືອນ​ດັ່ງກ່າວ​ໄດ້​ສົ່ງ​ໄປ​ຍັງ​ພວກ​ພົນລະ​ເມືອງ​ຂອງ​ສະຫະລັດ​ໝົດສູ່ ​ຄົນ​ໃນ​ເຄັນ​ຢາ​ໃນວັນ​ເສົາວານ​ນີ້ ​ໂດຍ​ອ້າງ​ເຖິງ​ຂ່າວ​ຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື​ໄດ້. ຄໍາ​ເຕືອນເວົ້າ​ວ່າ ​ພວກ​ເປົ້າ​ໝາຍ​ຕ່າງໆເບິ່ງ​ຄື​ວ່າ​ຈະ​ຮວມທັງ​ພວກ​ສະຖານ​ທີ່​ຕ່າງໆ​ບ່ອນທີ່ພວກ​ຊາວ​ຕ່າງ​ປະ​ເທດມັກ​ໄປ​ໂຮມ​ຊຸມນຸມກັນ ຮວມທັງ​ພວກ​ສູນ​ການ​ຄ້າແລະ​ສະຖານ​ທີ່​ເລີ້ນ​ເລິງ​ຍາມ​ກາງຄືນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ບໍ່​ໄດ້​ບອກ​ຢ່າງ​ເຈາະ​ຈົງ​ວ່າ ແມ່ນພວກ​ໃດ​ຫລືກຸ່ມ​ໃດ​ອາດ​ຈະ​ທໍາ​
ການ​ໂຈມ​ຕີ​ດັ່ງກ່າວ ​ແຕ່​ຄໍາ​ເຕືອນ​ນີ້​ໄດ້​ມີ​ຂຶ້ນ​ໃນເວລາ​ນຶ່ງ​ສັບປະດາ​ ຫລັງ​ຈາກ​ກອງທະ
ຫານ​ຂອງ​ເຄັນ​ຢາ​ບຸກ​ເຂົ້າ​ໄປ​ໃນ​ໂຊ​ມາ​ເລຍ​ ເພື່ອ​ທໍາ​ການ​ໂຈມ​ຕີ​ພວກ​ຫົວຮຸນ​ແຮງ al-Sha
bab ນັ້ນ.

ພວກ​ທະຫານ​ເຄັນ​ຢາ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ໂຊ​ມາ​ເລຍ​ເພື່ອ​ຂັບ​ໄລ່​ພວກ​ຫົວ​ຮຸນ​ແຮງ ທີ່ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ​ໄດ້​ທໍາ​ການ​ຈັບ​ກຸມ​ຊາວ​ຕ່າງປະ​ເທດ​ຫລາຍ​ຄົນ​ໄວ້​ເປັນ​ໂຕ​ປະກັນ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້.

ກຸ່ມ​ກໍ່​ການ​ຮ້າຍ al-Shabab ​ທີ່​ມີ​ຖານ​ປະຕິບັດ​ງານ​ຢູ​ໃນ​ໂຊ​ມາ​ເລຍ ​ໄດ້​ທໍາ​ການ​ໂຈມ​ຕີ​ຫລາຍ​ຄັ້ງ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ​ໃນ​ປະ​ເທດ Uganda ຊຶ່ງ​ໄດ້​ສັງຫານ​ຜູ້​ຄົນ​ໄປ 76 ຄົນ​ນັ້ນ.

XS
SM
MD
LG