ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ລັດ ຈະ​ຮັກ​ສາ ກຳ​ລັງ​ທະ​ຫານ ຈຳ​ນວນ​ນຶ່ງ​ໄວ້ ໃກ້ໆ​ກັບ ບໍ່​ນ້ຳ​ມັນ ຂອງ​ຊີ​ເຣຍ


ຂະ​ບວ​ນ​ລົດ​ຍົນ​ຂອງ​ສະ​ຫະ​ລັດ ເຫັນ​ໄດ້​ ຫລັງ​ຈາກ​ມີ​ການ​ຖອນ​ກຳ​ລັງ​ອອກ​ຈາກ​ພ​າກ​ເໜືອ​ຂອງ​ຊີ​ເຣຍ ຢູ່​ເຂດ​ຊານ​ເມືອງ ໂດ​ຮຸກ​ຄ໌ ຂອງ​ອີ​ຣັກ, ວັນ​ທີ 21 ຕຸ​ລາ 2019.
ຂະ​ບວ​ນ​ລົດ​ຍົນ​ຂອງ​ສະ​ຫະ​ລັດ ເຫັນ​ໄດ້​ ຫລັງ​ຈາກ​ມີ​ການ​ຖອນ​ກຳ​ລັງ​ອອກ​ຈາກ​ພ​າກ​ເໜືອ​ຂອງ​ຊີ​ເຣຍ ຢູ່​ເຂດ​ຊານ​ເມືອງ ໂດ​ຮຸກ​ຄ໌ ຂອງ​ອີ​ຣັກ, ວັນ​ທີ 21 ຕຸ​ລາ 2019.

ສະ​ຫະ​ລັດ ຈະ​ຮັກ​ສາ​ກຳ​ລັງ​ທະ​ຫານ​ໄວ້​ຈຳ​ນວນ​ນຶ່ງ ຢູ່​ໃກ້​ໆ​ບໍ່ນ້ຳ​ມັນ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ເພື່ອ​ປົກ​ປ້ອງ​ສະ​ຖານ​ທີ່​ດັ່ງ​ກ່າວບໍ່​ໃຫ້​ຖືກ​ຍຶດ​ເອົາ​ໂດຍ​ກຸ່ມ​ລັດ​ອິ​ສ​ລາມ ອີງ​ຕາມການ​ກ່າວ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ມາກ ແອັ​ສ​ເປີ ໃນ​ວັນ​ຈັນ​ວານນີ້.

ຂະ​ບວນ​ລົດຫຼາຍກວ່າ 100 ຄັນ ພ້ອມ​ກັບກຳ​ລັງ​ທະ​ຫານ​ສະ​ຫະ​ລັດ ​ໄດ້​ຂ້າມ​ຊາຍ​ແດນ​ຈາກ​ຊີ​ເຣຍ ເຂົ້າ​ໄປ​ໃນ​ອີ​ຣັກ ໃນ​ວັນ​ຈັນ​ວານນີ້ ອັນ​ເປັນ​ພາກ​ສ່ວນ​ນຶ່ງ ຂອງ​ການ​ຖອນ​ກຳ​ລັງ ອອກ​ຈາກ​ພາກ​ເໜືອ​ ຂອງ​ຊີ​ເຣຍ ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງກວ່າ ໂດຍ​ການ​ອອກ​ຄຳ​ສັ່ງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ. ແຕ່​ທ່ານ​ແອັ​ສ​ເປີ ໄດ້​ກ່າວ​ວ່າ ກຳ​ລັງ​ຂອງ​ອາ​ເມ​ຣິ​ກາ ບາງ​ສ່ວນ ຈະ​ຍັງ​ຄົງ​ລາດ​ຕະ​ເວນ ຢູ່ໃກ້ໆ​ກັບບໍ່​ນ້ຳ​ມັນ ຄຽງ​ບ່າ​ຄຽງ​ໄຫລ່ ກັບ​ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື SDF ທີ່​ນຳ​ພາ​ໂດຍ​ຊາວ​ເຄີດ.

ທ່ານ​ແອັ​ສ​ເປີ ໄດ້​ກ່າວ​ອີກວ່າ ​ຍັງ​ບໍ່​ທັນ​ມີ​ການ​ຕັ​ດ​ສິນ​ໃຈ​ໃນ​ໄລ​ຍະ​ຍາວ​ເທື່ອ “ໂດຍ​ສະ​ເພາ​ະ​ໃນ​ເລື້ອງ​ຂອງ​ຈຳ​ນວນ ຫຼື ສິ່ງ​ໃດໆ​ແບບ​ນັ້ນ.”

ທ່ານ​ແອັ​ສ​ເປີ ເວົ້າ​ວ່າ “​ໃນ​ປັດ​ຈຸ​ບັນ​ນີ້ ພວກ​ເຮົາມີ​ກຳ​ລັງ​ທະ​ຫານຢູ່​ໃນ​ເມືອງທັງ​ສອງ​ ທີ່​ຕັ້ງ​ຢູ່​ໃກ້ໆ ບໍ​ລິ​ເວນນັ້ນ. ຈຸດ​ປະ​ສົງ​ກໍ​ແມ່ນ​ວ່າ ເພື່ອບໍ່​ໃຫ້​ພວກ​ເຂົາ​ເຂົ້າ​ຫາ​ໄດ້ ໂດຍ​ສະ​ເພາະ​ເຈາະ​ຈົງ ເປັນ​ລາຍ​ໄດ້​ແກ່​ກຸ່ມລັດ​ອິ​ສ​ລາມ ຫຼື ISIS ແລະ​ກຸ່ມ​ອື່ນໆ​ໃດ ທີ່​ອາດ​ຈະຕ້ອງ​ການ​ຫາ​ທາງ​ເອົາ​ລາຍ​ໄດ້​ນັ້ນ ເພື່ອນຳ​ໄປ​ໃຊ້​ໃນ​ກິດ​ຈະ​ການຕ່າງໆ​ທີ່​ປອງ​ຮ້າຍ​ຂອງ​ພວກເຂົາ.”

ທ່ານ​ທ​ຣຳ ໄດ້ຂຽນ​ລົງ​ທວີ​ເຕີ້ ໃນ​ວັນ​ອາ​ທິດ​ຜ່ານ​ມາ ວ່າ “ພວກ​ເຮົາຮັກ​ສາ​ຄວາມ​ປອດ​ໄພ​ນ້ຳ​ມັນ.”

ທ່ານ​ແບ​ຣ​ຕ ​ແມັກ​ເກີຣຄ໌ ອະ​ດີດ ທູດ​ພິ​ເສດ​ສະ​ຫະ​ລັດ ໃນ​ການ​ຕໍ່​ສູ້​ຕ້ານກຸ່ມ​ລັດອິ​ສ​ລາມ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ໃນ​ວັນ​ຈັນ​ວານນີ້ ວ່າ ທ່ານ​ເຫັນ​ມັນ ເປັນ​ເລື້ອງ​ທີ່ “ໜ້າ​ເປັນ​ຫ່ວງ” ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຄວນ​ຈະ​ເວົ້າ​ແບບນັ້ນ ໂດຍ​ເອີ້ນ​ການ​ຍຶດ​ເອົາ​ຊັບ​ສິນ​ຂອງ​ປະ​ເທດ​ອື່ນນັ້ນ “ຜິດ​ກົດ​ໝາຍ.”

“ແທ້​ຈິງ​ແລ້ວ ມັນ​ເປັນ​ໄປ​ບໍ່​ໄດ້ ທີ່​ພວກ​ເຮົາ​ຈະເອົາແຫລ່ງ​ຊັບ​ພະ​ຍາ​ກອນ​ນ້ຳ​ມັນ​ເຫຼົ່າ​ນັ້ນ ມາເປັນ​ຂອງ​ພວກ​ເຮົາ ເວັ້ນ​ເສຍ​ແຕ່​ວ່າ ພວກ​ເຮົາ​ຢາກ​ເປັນ​ພວກ​ລັກ​ລອບ​ຄ້າ​ນ້ຳ​ມັນ​” ທ່ານ​ແມັກ​ເກີ​ຣຄ໌ ໄດ້​ກ່າວ​ໄປ ແລະ​ເວົ້າ​ຕໍ່​ໄປ​ວ່າ “ຈະມັກ​ຫຼືບໍ່ ນ້ຳ​ມັນ ​ປະ​ເທດ​ຊີ​ເຣຍ ເປັນ​ເຈົ້າ​ຂອງ.”

ການ​ຖອນ​ກຳ​ລັງ​ທະ​ຫານ​ຂອງ​ທ່ານ​ທ​ຣຳ ໄດ້​ເຮັດ​ໃຫ້​ພວກ​ຊາວ​ເຄີດ ໂກດ​ແຄ້ນ ຢູ່​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ບ່ອນ​ທີ່​ພວກ​ນັກ​ລົບ​ຊາວ​ເຄີດ ໄດ້​ຕໍ່​ສູ້​ຄຽງ​ບ່າ​ຄຽງ​ໄ​ຫຼ່​ກັບ​ກຳ​ລັງ​ສະ​ຫະ​ລັດ ຕໍ່​ຕ້ານ ພວກກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ. ທ່ານ​ທ​ຣຳ ໄດ້​ກ່າ​ວ​ວ່າ ສ​ະ​ຫະ​ລັດ ບໍ່​ມີ​ສ່ວນ​ໄດ້​ສ່ວນ​ເສຍ ໃນ​ການ​ບຸກ​ໂຈມຕີຂອງ​ເທີ​ກີ​ຕໍ່ຕ້ານ​ພວກ​ນັກ​ລົບ​ຊາວ​ເຄີດ​ ຊຶ່ງ​ອັງ​ກາ​ຣາ ຖື​ວ່າ ເປັນ​ພັນ​ທະ​ມິດ​ກັບ​ພວກ​ນັກ​ລົບ​ຊາວ​ເຄີດ​ແບ່ງ​ແຍກ​ດິນ​ແດນ ທີ່​ກຳ​ລັງ​ຕໍ່​ສູ້ເພື່ອການ​ປົກ​ຄອງ​ຕົນ​ເອງ​ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເທີ​ກີ ມາ​ເປັນ​ເວ​ລາ 3 ທົດ​ສະ​ວັດຜ່ານ​ມາ.

ທ່ານ​ທ​ຣຳ ໄດ້​ກ່າວຕໍ່ ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ ໃນ​ວັນ​ຈັນ​ວານນີ້ ວ່າ ສ​ະ​ຫະ​ລັດ “ບໍ່​ເຄີຍ​ໃຫ້​ຄວາມ​ໝັ້ນ​ໝາຍ​ແກ່​ຊາວ​ເຄີດວ່າ ພວກ​ເຮົາ​ຈະ​ຕໍ່​ສູ້​ກັບ​ພວກ​ເຂົາ ເປັນ​ເວ​ລາ 400 ປີ” ເພື່ອ​ປົກ​ປ້ອງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG