ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ກະຊວງຍຸຕິທຳ ສະຫະລັດ ຈະສືບສວນ ຕຳຫລວດ ເມືອງ Baltimore


ຕຳຫລວດພາກັນຢືນລຽນແຖວ ຫລັງຈາກເວລາເສັ້ນຕາຍ ຫ້າມອອກນອກບ້ານນາມກ່ຳຄືນ ໝົດກຳນົດ ທີ່ຖະໜົນ Pennsylvania ເມືອງ Baltimore ເມື່ອວັນທີ 30 ເມສາ 2015..

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ກະຊວງ​ຍຸຕິ​ທຳ​
ສະຫະລັດ ຈະ​ທຳ​ການ​ສືບສວນ​ສອບ​ສວນ​ການລະ​ເມີດ​ສິດທິ​
ພົນລະ​ເມືອງ ທີ່ອາດ​ຈະ​ເປັນ​ໄປ​ໄດ້ ​ໂດຍ​ກົມ​ຕຳຫຼວດ​ນະຄອນ
Baltimore ຫຼັງ​ຈາກການ​ເສຍ​ຊີວິດ​ຂອງ​ຊາຍ​ຜິວ​ດຳ​ຄົນ​ນຶ່ງ
​ພາຍ​ໃຕ້​ການ​ຄວບ​ຄຸມ​ໂຕ​ໂດຍຕຳຫຼວດ.

ບັນດາ​ເຈົ້າ​ໜ້າ​ທີ່​ ຜູ້​ທີ່​ຖະ​ແຫຼ​ງດ້ວຍເງື່ອນ​ໄຂ​ທີ່​ບໍ່​ປະສົງອອກ​ຊື່ ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ ທ່ານ​ນາງ Loretta Lynch ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ອາດ​ຈະປະກາດຂ່າວການ​ສືບສວນ​ສອບ​ສວນ ​ເລື້ອງ​ລະ​ເມີດ​ສິດທິ​ພົນລະ​ເມືອງ​ນີ້​ໃຫ້​ຊາບ​ ໃນ​ວັນ​ສຸກ​ນີ້​ກໍ​ເປັນ​ໄດ້.

ທ່ານ​ນາງ Lynch ທີ່​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໃນ​ສັບປະດາ​ແລ້ວ​
ນີ້ ​ໄດ້​ແຍ້ມ​ອອກ​ມາ​ໃຫ້​ຮູ້​ຢ່າງ​ແຂງ​ແຮງ ໃນ​ລະຫວ່າງ​ການ​ໄປ​ໃຫ້ການ​ຕໍ່​ລັດຖະສະພາ​ສະ
ຫະລັດ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ສືບສວນ​ສອບ​ສວນ​ຂອງ​ກະຊວງ​ຍຸຕິ​ທຳ ​ກຳລັງ​ຈະ​ມີ​ຂຶ້ນ.

ທ່ານ​ນາງ​ກ່າວ​ວ່າ "​ເວລາ​ໃດ​ມີ​ການ​ກ່າວ​ຫາ​ວ່າ​ມີ​ການ​ກະທຳ​ທີ່​ຜິດພາດ ຕໍ່​ເຈົ້າ​ໜ້າ​ທີ່ຕຳຫຼວດ​ແຕ່​ລະຄົນ ​ແລະ​ກົມ​ຕຳຫຼວດ ກະຊວງ​ຍຸຕິ​ທຳ​ສະຫະລັດ ມີ​ຄວາມ​ຮັບຜິດ
ຊອບ​ເພື່ອ​ກວດກາ​ເບິ່ງ​ຫຼັກ​ຖານ ​ແລະ​ຖ້າ​ຈຳ​ເປັນ ກໍຕ້ອງ​ທຳ​ການ​ປ່ຽນ​ແປງ.
"

ທ່ານ​ນາງ Stephanie Rawlings-Blake ​ເຈົ້າ​ຄອງ​ກຳ​ແພງ​ນະຄອນ Baltimore ​ໄດ້​
ຂໍ​ຮ້ອງ​ໃຫ້​ລັດຖະບານ​ກາງ​ ທຳ​ການ​ສືບສວນ​ສອບ​ສວນ​ກົມ​ຕຳຫຼວດ​ ຂອງ​ນະຄອນ Baltimore ຂອງ​ທ່ານ​ນາງ ຫຼັງ​ຈາກ​ການ​ເສຍ​ຊີວິດ​ຂອງ​ທ້າວ Freddie Gray ​ໄວ 25
ປີ ທີ່​ໄດ້​ເສຍ​ຊີວິດ​ຍ້ອນ ​ຄໍຂອງ​ລາວ​ບາດ​ເຈັບ ​ໃນ​ຂະນະ​ທີ່​ຂ່ີ​ລົດ​ຕູ້​ຂອງ​ຕຳຫຼວດ​ໄປ.

Justice Baltimore
please wait
Embed

No media source currently available

0:00 0:01:07 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG