ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ ຟ້ອງ​ຮ້ອງ​ເພື່ອ​ກີດ​ກັ້ນ​ກົດ​ໝາຍ​ຄົນ​ເຂົ້າ​ເມືອງ​ລັດ ໂອ​ກ​ລາ​ໂຮ​ມາ


ຜູ້​ປະ​ທ້ວງ​ຢູ່​ຫໍ​ລັດ​ສະ​ພາ​ລັດ ໂອກ​ລາ​ໂຮ​ມາ, 23 ເມ​ສາ 2024.
ຜູ້​ປະ​ທ້ວງ​ຢູ່​ຫໍ​ລັດ​ສະ​ພາ​ລັດ ໂອກ​ລາ​ໂຮ​ມາ, 23 ເມ​ສາ 2024.

ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ຟ້ອງ​ຮ້ອງ​ລັດ ໂອກ​ລາ​ໂຮ​ມາ ກ່ຽວ​ກັບ ກົດ​ໝາຍ​ໃໝ່​ຂອງ​ລັດ​ທີ່​ພະ​ຍາ​ຍາມ​ຈະ​ກຳ​ນົດ​ໂທດ​ອາ​ຍາ​ຕໍ່​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ລັດ​ດັ່ງ​ກ່າວ​ຢ່າງ​ຜິດ​ກົດ​ໝາຍ. ກາ​ນ​ຟ້ອງ​ຮ້ອງ​ທີ່​ວ່າ​ນັ້ນ​ຖືກ​ຍື່ນ​ຕໍ່​ສານ​ລັດ​ຖະ​ບານ​ກາງ​ໃນ​ນະ​ຄອນ ໂອກ​ລາ​ໂຮ​ມາ ຊີ​ຕີ້ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ. ເຂົາ​ເຈົ້າ​ຂຶ້ນ​ຊື່​ຜູ້​ປົກ​ຄອງ​ລັດ ທ່ານ ເຄວິນ ສ​ຕິດ ແລະ ໄອ​ຍະ​ການ​ໃຫຍ່​ຂອງ​ລັດ ທ່ານ ເກັ້ນ​ເນີ ດ​ຣຳ​ມັອນ ເປັນ​ຈຳ​ເລີຍ. ລັດ​ໂອ​ກ​ລາ​ໂຮ​ມາ ແມ່ນ​ນຶ່ງ​ໃນ​ບັນ​ດາ​ລັດ​ທີ່​ນຳ​ໜ້າ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ພະ​ຍາ​ຍາມ​ທຳ​ການ​ຜັກ​ດັນ​ສຳ​ລັບ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຄົນ​ເຂົ້າ​ເມືອງ​ຢ່າງ​ເລິກ​ເຊິ່ງ.

ກົດ​ໝາຍ​ທີ່​ຄ້າຍ​ຄື​ກັນ​ໃນ​ລັດ ເທັກ​ຊັ​ສ ແລະ ໄອ​ໂອ​ວາ ແມ່ນ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າຍ​ດ້ານ​ກົດ​ໝາຍ​ແລ້ວ, ແລະ ລັດອື່ນໆ​ທີ່​ນຳ​ໜ້າ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ​ ​ແມ່ນ​ໄດ້​ຮັບ​ຜ່ານ​ມາດ​ຕະ​ການ​ດັ່ງ​ກ່າວ​ທີ່​ພະ​ຍາ​ຍາມ​ຈະ​ປາບ​ປາມ​ຄົນ​ເຂົ້າ​ເມືອງ. ກົດ​ໝາຍ​ຂອງ​ລັດ​ໂອ​ກ​ລາ​ໂຮ​ມາ​ຈະ​ກຳ​ນົດ​ໂທດ​ສອງ​ປີ​ໃນ​ຄຸກ​ຂອງ​ລັດ. ມັນ​ມີ​ກຳ​ນົດ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ກໍ​ລະ​ກົດ​ນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

The U.S. Department of Justice is suing Oklahoma over a new state law that seeks to impose criminal penalties on those living in the state illegally. The lawsuit was filed Tuesday in federal court in Oklahoma City. It names Gov. Kevin Stitt and state Attorney General Gentner Drummond as defendants. Oklahoma is among several GOP-led states jockeying to push deeper into immigration enforcement. Similar laws in Texas and Iowa already are facing legal challenges, and other GOP-led states have passed measures seeking to crack down on migrants. Oklahoma's law would impose penalties of up to two years in state prison. It is set to take effect July 1.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG