ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະກອບ​ທີມ​ໄອ​ຍະ​ການ ​ສື​ບສວນການ​ຄ້າ​ຢາ​ເສບ​ຕິດ ​ແລະ​ການ​ຟອກ​ເງິນ ຂອງກຸ່ມເຮສໂບລາ


ລັດຖະມົນຕີກະຊວງຍຸຕິທຳ ທ່ານແຈຟ ແຊສເສີນສ໌ ກ່າວຕໍ່ ກອງປະຊຸມນັກຂ່າວ.
ລັດຖະມົນຕີກະຊວງຍຸຕິທຳ ທ່ານແຈຟ ແຊສເສີນສ໌ ກ່າວຕໍ່ ກອງປະຊຸມນັກຂ່າວ.

ກະຊວງ​ຍຸຕິ​ທຳ​ສະຫະລັດ ​ໄດ້​ປະກອບ​ທີມ​ໄອ​ຍະ​ການ ​ເພື່ອ​ສື​ບສວນການ​ຄ້າ​ຢາ​ເສບ​
ຕິດ ​ແລະ​ການ​ກ່າວ​ຫາຟອກ​ເງິນ ທີ່​ພົວພັນ​ກັບກຸ່ມກໍ່ການຮ້າຍເຮ​ສ​ໂບລາທີ່​ອີຣ່ານ​ໜູ​ນ
ຫລັງ​. ບັນດາ​ຜູ້​ສືບສວນ ​ມີລາ​ຍງານວ່າ​ຈະສຶກສາເບິ່ງ​ການ​ກ່າວອ້າງ ທີ່​ບໍ່​ໄດ້​ຕິດ​ຕາມ
​ໂດຍ​ລັດຖະບານ​ຊຸດ​ກ່ອນ.

ຄະນະໄອຍະການຂອງລັດຖະບານກາງຊຸດໃໝ່ກ່ຽວກັບດ້ານການເງິນແລະການຄ້າ
ຢາເສບຕິດຂອງ​ກຸ່ມເຮ​ສ​ໂບລາ ​ຈະ​ກວດກາ​ເບິ່ງຄະດີຕ່າງໆ ​ຈາກ​ໂຄງການ​ຄາສ​ຊານ
​ດຣາ ຊຶ່ງເປັນຄະນະປາບປາມຢາເສບຕິດໃນ​ສະ​ໄໝລັດຖະບານຂອງອະດີດ​ໂອບາມາ
ທີ່​ໄດ້ແນ​ເປົ້າໝາຍໃສ່ການຟອກ​ເງິນ​ແລະ​ການ​ຄ້າ​ຢາ​ເສບ​ຕິດ​ຂອງ​ກຸ່ມເຮສ​ໂບລາ ​ຢູ່​ໃນ​
ສະຫະລັດ ອີງຕາມການປະກາດຂອງ​ລັດຖະມົນຕີະຊວງ​ຍຸຕິ​ທຳ ທ່ານ​ແຈັຟ ​ແຊັສ​ເສິນ​ສ໌
ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານ​ແຊັສ​ເສິນ​ສ໌ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ກະຊວງ​ຍຸຕິ​ທຳ​ຈະກວດກາເບິ່ງທຸກ​ຢ່າງ
​ເພື່ອ​ກຳຈັດໄພ​ຂົ່ມຂູ່​ຕໍ່ປະຊາຊົນ​ພວກ​ເຮົາ ​ຈາກ​ບັນດາ​ອົງການ​ກໍ່​ການ​ຮ້າຍ ​ແລະທັບ
ມ້າງຄື້ນຟອງ​ທີ່​ພາໃຫ້ເກີດວິ​ກິດ​ການ​ຢາ​ເສບ​ຕິດ.”

ພວກນັກລົບເຮສໂບລາ ກຳລັງຟັງຜູ້ນຳ ເຊກ ຮາຊານ ນາສຣານລາ.
ພວກນັກລົບເຮສໂບລາ ກຳລັງຟັງຜູ້ນຳ ເຊກ ຮາຊານ ນາສຣານລາ.

ເລີ້ມ​ໃນ​ປີ 2008 ​ໂຄງການ​ຄາສ​ຊານ​ດຣາ ​ໄດ້​ເປີ​ດ​ເຜີຍ​ວ່າ ກຸ່ມເຣສ​ໂບລາ​ທີ່ມີຫ້ອງການ
ໃນ​ເລ​ບາ​ນອນ ​ໄດ້​ພົວພັນໃນ​ການ​ຂົນ​ສົ່ງ​ໂຄ​ເຄນມາສະ​ຫະລັດ ​ແລະ​ຟອກ​ເງິນ​ໂດຍການ
​ຊື້​ລົດ​ທີ່​ໃຊ້​ແລ້ວ​ໃນ​ອາ​ເມຣິກາ ​ແລະ​ສົ່ງ​ໄປ​ອາຟຣິກາ. ແຜນການດັ່ງກ່າວແມ່ນພົວພັນກັບ
ຕາໜ່າງອາຊະຍາກຳພັນ​ລ້ານ​ໂດ​ລາທີ່​ນິຕິ​ຍະ​ສານ ໂປ​ລິຕິ​ໂກ ລາຍ​ງານໃນ​ເດືອນ​ແລ້ວ​ນີ້.

​ແຕ່​ອີງ​ຕາມ​ໂປ​ລິ​ຕິ​ໂກແລ້ວ ທຳນຽບຂາວ​ຂອງ​ລັດຖະບານ​ໂອບ​າມາ​ໄດ້​ກີດ​ກັ້ນ ຄຳ​ຮ້ອງ​ຂໍ​ຂອງຫ້ອງການ​ປາບ​ປາມ​ຢາ​ເສດ​ຕິດ ​ໃນ​ການ​ສືບສວນ​ໄປ​ຕໍ່​ໄປ ​ແລະ​ການ​ຈັບ​ກຸມ​ໃນ​ຂະ
ນະ​ທີ່​ມີ​ການ​ຕໍ່​ລອງ​ຂໍ້ຕົກລົງ​ນິວ​ເຄລຍກັບອີຣ່ານ. ລາຍ​ງານ​ ໄດ້​ເຮັດໃຫ້ທ່ານ​ແຊັສ​ເສີນ​ສ໌
ສັ່ງ​ໃຫ້​ທົບ​ທວນ​ການ​ຮັບ​ມື​ຂອງ​ໂຄງການ​ຄາສຊານ​ດຣາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG