ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ​ຜະລິດ​ຢາສູບ ຖືກສັ່ງໃຫ້ ຈ່າຍເງິນ ໃຫ້ແມ່ໝ້າຍຂອງຜູ້ຕາຍ ຍ້ອນສູບຢາ (ວີດີໂອກ່ຽວຂ້ອງ)


ສຳນັກງານໃຫຍ່ຂອງ Reynolds American ຊຶ່ງຕັ້ງຢູ່ຕິດກັບ ໂຮງງານຜະລິດຢາສູບເກົ່າຂອງ R.J. Reynolds Tobacco ຢູ່ໃນນະຄອນ Winston-Salem ລັດ North Carolina.
ສຳນັກງານໃຫຍ່ຂອງ Reynolds American ຊຶ່ງຕັ້ງຢູ່ຕິດກັບ ໂຮງງານຜະລິດຢາສູບເກົ່າຂອງ R.J. Reynolds Tobacco ຢູ່ໃນນະຄອນ Winston-Salem ລັດ North Carolina.

ຄະນະ​ລູກ​ຂຸນສານ​ຢູ່ໃນລັດ Florida ທາງພາກຕາ​ເວັນ​ອອກ
​ສຽງ​ໃຕ້ ຂອງ​ສະຫະລັດ ​ໄດ້ມີ​ຄຳ​ສັ່ງ​ໃຫ້ບໍລິສັດ​ຜະລິດ​ຢາສູບ
​ລາຍ​ໃຫຍ່​ອັນ​ດັບ​ສອງ​ຂອງ​ປະ​ເທດ ຈ່າຍ​ເງິນ​ໃນ​ຈຳນວນ 23
ພັນ 600 ລ້ານດອລລ່າ ​ໃຫ້​ແກ່ແມ່ໝ້າຍ​ຄົນ​ນຶ່ງ ​ທີ່​ສາມີ​ໄດ້ເສຍ
​ຊີວິດ​ໄປຕອນ​ອາ​ຍຸ​ໄດ້ 36 ປີ ​ຍ້ອນ​ເປັນ​ມະ​ເຮັງ​ໃນ​ປອດ ຍ້ອນ
ສູບ​ຢາຕໍ່​ເນື່ອງ​ເປັນ​ເວລາ​ຢາ​ວນານ.

ຄະນະ​ລູກ​ຂຸນສານຍັງໄດ້​ມີ​ຄຳ​ສັ່ງ ​ໃຫ້​ບໍລິສັດຜະລິດ​ຢາ​ສູບ
R.J. Reynolds ​ຈ່າຍ​ເງິນ 16 ລ້ານ 8 ​ແສນ ດອລລ່າ ​ເປັນ
​ການ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍ​ຕື່ມອີກ.

ນາງ Cynthia Robinson ​ໄດ້​ຟ້ອງຮ້ອງ ບໍລິສັດ Reynolds ​ໃນ​ປີ 2008 ​ໃນ​ນາມມື້​ລາງ
ສາມີຂອງ​ນາງ ທ້າວ Michael Johnson. ນາງ​ໄດ້ກ່າວ​ອ້າງ​ວ່າ​ ທາງບໍ​ລິ​ສັດໄດ້​ສົມຮູ້ຮ່ວມ
​ຄິດ​ກັນ ປິດ​ບັງ​ໄພ​ອັນຕະລາຍ​ ຕໍ່​ສຸຂະພາບ ຂອງ​ຢາ​ສູບ ​ແລະອົງ​ປະກອບ​ທີ່​ພາ​ໃຫ້​ຕິດຢາ
ຂອງຜະລິດ​ຕະພັນ​ນັ້ນ. ທ້າວ Johnson ​ສູບ​ຢາ​ມາ​ ​ເປັນ​ເວລາຫຼາຍກວ່າ 20 ປີ ​ໂດຍ​ໄດ້​
ເລີ້ມ​ມາ ຕັ້ງ​ແຕ່​ລາວ​ມີ​ອາຍຸ​ໄດ້ 13 ປີ ​ແລະເມຍ​ຂອງ​ລາວ​ກ່າວ​ວ່າ ລາ​ວ​ໄດ້ພະຍາ​ຍາມທີ່ຈະ
​ເລີກ​ມັນ ຫຼາຍໆ​ເທື່ອ​.

ບໍລິສັດ Reynolds ມີແຜນ​ທີ່​ຈະ​ອຸທອນຄຳ​ຕັດສິນ​ຂອງ​ສານດັ່ງກ່າວ.

ເບິ່ງວີດີໂອພາສາລາວ ກ່ຽວກັບອັນຕະລາຍ ຂອງການສູບຢາ:

XS
SM
MD
LG