ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຕຸລາການ ສະຫະລັດ ພິຈາລະນາ ຄະດີຂອງເຈົ້າໜ້າທີ່ ທີ່ຖືກຂໍ້ຫາ ຄາດຕະກຳ ທ້າວ ຈອຣ໌ຈ ຟລອຍດ໌


ການດຳເນີນຄະດີ ຂອງອະດີດຕຳຫຼວດ ທ້າວ ເດເຣັກ ໂຊວິນ ໃນນະຄອນ ມິນເນອາໂປລິສ.
ການດຳເນີນຄະດີ ຂອງອະດີດຕຳຫຼວດ ທ້າວ ເດເຣັກ ໂຊວິນ ໃນນະຄອນ ມິນເນອາໂປລິສ.

ສະມາຊິກຄະນະຕຸລາການໃນສານລັດ ມິນເນໂຊຕ້າ ໃນວັນຈັນວານນີ້ ໄດ້ຟັງການກ່າວອ້າງທີ່ຕ່າງກັນຢ່າງຫຼວງຫຼາຍ ກ່ຽວກັບ ວິທີທີ່ທ້າວ ຈອຣຈ໌ ຟລອຍດ໌, ຜູ້ຊາຍຜິວດຳ, ໄດ້ເສຍຊີວິດເມື່ອປີກາຍນີ້, ແລ້ວໄດ້ເລີ່ມການພິຈາລະນາໃນການດຳເນີນຄະດີຄາດຕະກຳຂອງອະດີດເຈົ້າໜ້າທີ່ຕຳຫຼວດ ທ້າວ ເດເຣັກ ໂຊວິນ, ຜູ້ທີ່ຖືກກ່າວຫາ ກ່ຽວກັບ ການຂ້າທ້າວ ຟລອຍດ໌ ໃນຄະດີທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດຂອງປະເທດໃນບໍ່ເທົ່າໃດປີທີ່ຜ່ານມາ.

ໄອຍະການຄົນນຶ່ງ ໄດ້ກ່າວຫາທ້າວ ໂຊວິນ ອາຍຸ 45 ປີ, ກ່ຽວກັບ ການຂ້າ ທ້າວ ຟລອຍດ໌ ດ້ວຍການເຕັງຫົວເຂົ່າໃສ່ຄໍຂອງລາວດົນກວ່າ 9 ນາທີ. ທະນາຍຄວາມຈຳເລີຍໄດ້ໂຕ້ແຍ້ງວ່າ ທ້າວ
ຟລອຍດ໌ ໄດ້ເສຍຊີວິດສ່ວນນຶ່ງຍ້ອນການໃຊ້ຢາເສບຕິດ ແລະ ວ່າທ້າວ ໂຊວິນ ໄດ້ປະຕິບັດຕາມການຝຶກຊ້ອມຕຳຫຼວດຂອງລາວ ໃນວິທີທີ່ລາວໄດ້ຈັບກຸມທ້າວ ຟລອຍດ໌ ຢູ່ຖະໜົນຂອງນະຄອນ ມິນເນອາໂປລິສ ເມື່ອປີກາຍນີ້.

ໄອຍະການ ສຕີຟ ສໄລເຊີ ໄດ້ສະຫຼຸບຄະດີຕໍ່ທ້າວ ໂຊວິນ, ເຈົ້າໜ້າທີ່ຕຳຫຼວດຜິວຂາວ ຜູ້ທີ່ໄດ້ຄວບຄຸມຕົວທ້າວ ຟລອຍດ໌ ອາຍຸ 46 ປີທີ່ຖືກໃສ່ກັບມື, ໃນຂະນະທີ່ລາວນອນຢູ່ຖະໜົນຂອງຕົວເມືອງ ແລະ ອ້າປາກຫາຍໃຈ 27 ຄັ້ງ, ອີງຕາມວິດີໂອການຈັບກຸມຂອງລາວທີ່ວ່າ ລາວບໍ່ຫາຍໃຈບໍ່ໄດ້.

ທ່ານ ສໄລເຊີ ໄດ້ກ່າວວ່າ “ທ້າວ ຈອຣ໌ຈ ຟລອຍດ໌ ບໍ່ໄດ້ຂົ່ມຂູ່ໃຜ. ທັງໝົດທີ່ຕ້ອງການແມ່ນຄວາມເຫັນອົກເຫັນໃຈ, ແລະ ລາວກໍບໍ່ມີຈັກໜ້ອຍເລີຍ.”

ແຕ່ທະນາຍຄວາມຂອງຈຳເລີຍ ທ່ານ ເອຣິກ ແນລສັນ, ໃນການໂຕ້ຖຽງດົນກວ່າສອງຊົ່ວໂມງເຄິ່ງຕໍ່ໜ້າຄະນະຕຸລາການ 12 ຄົນທີ່ມີຫຼາກຫຼາຍເຊື້ອຊາດຜິວພັນນັ້ນ, ໄດ້ໂຕ້ແຍ້ງວ່າ ທ້າວ ໂຊວິນ ໄດ້ປະຕິບັດຕາມການຝຶກຊ້ອມຕຳຫຼວດຂອງ ລາວ“ໃນການຄວບຄຸມທ້າວ ຟລອຍດ໌ ຢູ່ທາງຍ່າງຂອງຖະໜົນຕົວເມືອງນະຄອນ ມິນເນອາໂປລິສ ຫຼັງຈາກຜູ້ຕ້ອງສົງໄສໄດ້ຄັດຄ້ານຄວາມພະຍາຍາມຂອງຕຳຫຼວດທີ່ຈະເອົາລາວເຂົ້າໃນລົດຕຳຫຼວດກ່ອນໜ້ານັ້ນ.

ທ່ານ ແນລສັນ ໄດ້ໂຕ້ຖຽງວ່າ “ມັນບໍ່ໄດ້ມີການກໍ່ອາຊະຍະກຳໃດໆ ຖ້າມັນຖືກອະນຸຍາດໃຫ້ໃຊ້ກຳລັງ.”

“ລັດບໍ່ໄດ້ພິສູດຄະດີຂອງເຂົາເຈົ້າຫຼາຍກວ່າຄວາມສົງໄສຢ່າງເໝາະສົມ,” ເຊິ່ງແມ່ນກົດໝາຍມາດ ຕະຖານສຳລັບການຕັດສິນວ່າກະທຳຜິດ, ທະນາຍຄວາມຈຳເລີຍໄດ້ສະຫຼຸບໃນຂະນະທີ່ລາວໄດ້ຂໍໃຫ້ຄະນະຕຸລາການຕັດສິນພົ້ນໂທດໃຫ້ທ້າວ ໂຊວິນ ກ່ຽວກັບ ຂໍ້ກ່າວຫາການຄາດຕະກຳ ແລະ ການຂ້າຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG