ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຕຸ​ລາ​ການ ຕັດສິນລົງໂທດ ຜູ້ຊາຍຜິວຂາວສາມຄົນ​ ໃນ​ຄະ​ດີທ້າວ ອາ​ເບີ​ຣີ, ຊາຍອາເມ​ຣິ​ກັນເຊື້ອ​ສາຍ ອາຟຣິກາ


ແມ່​ຂອງ​ທ້າວ Ahmaud Arbery ຖືກ​ໂອບກອດ​ໂດຍ​ຜູ້​ທີ່​ເຫັນ​ໃຈ​ລາວ​ ຫລັງ​ຈາກ​ມີ​ການ​ຕັດ​ສິນ​ລົງ​ໂທດ ​ຕໍ່​ທ້າວ Travis McMichael ແລະ ພໍ່​ຂອງ​ລາວ, ທ້າວ Greg McMichael ກັບ​ທ້າວ William "Roddie" Bryan ແລ້ວ ໃນ​ວັນ​ທີ 24 ພະ​ຈິກ, 2021 ຢູ່​ສານໃນ​ເມືອງ Brunswick, ລັດ​ຈໍ​ເຈຍ.
ແມ່​ຂອງ​ທ້າວ Ahmaud Arbery ຖືກ​ໂອບກອດ​ໂດຍ​ຜູ້​ທີ່​ເຫັນ​ໃຈ​ລາວ​ ຫລັງ​ຈາກ​ມີ​ການ​ຕັດ​ສິນ​ລົງ​ໂທດ ​ຕໍ່​ທ້າວ Travis McMichael ແລະ ພໍ່​ຂອງ​ລາວ, ທ້າວ Greg McMichael ກັບ​ທ້າວ William "Roddie" Bryan ແລ້ວ ໃນ​ວັນ​ທີ 24 ພະ​ຈິກ, 2021 ຢູ່​ສານໃນ​ເມືອງ Brunswick, ລັດ​ຈໍ​ເຈຍ.

ຄະນະຕຸ​ລາ​ການໃນລັດຈໍເຈຍຂອງສະຫະລັດ ໄດ້ຕັດສິນລົງໂທດຜູ້ຊາຍຜິວຂາວ ສາມຄົນວ່າ​ທຳ​ການ​ຄາດ​ຕະ​ກຳ ໃນການຍິງສັງຫານຊີ​ວິດຂອງທ້າວ ອາ​ມອດ ອາ​ເບີ​ຣີ (Ahmaud Arbery), ຄົນອາເມ​ຣິ​ກັນເຊື້ອ​ສາຍອາຟຣິກາ ຊຶ່ງ​ໄດ້ສະ ຫຼຸບການພິຈາລະນາຄະດີທີ່ມີຊື່ສຽງ ທີ່ກວມເອົາຫົວຂໍ້ທີ່ແຫລມ​ຄົມເຊັ່ນ: ເລື້ອງ ຄິດ​ຢ້ານ​ຄົນ​ໂດຍ​ອີງ​ໃສ່ເຊື້ອຊາດຂອງ​ເຂົາ​ເຈົ້າ ແລະການປ້ອງກັນຕົນເອງ.

ຄະນະ​ຕຸລາການ​ໄດ້​ສິ້ນ​ສຸດ​ການ​ພິຈາລະນາຄະ​ດີທີ່​ດຳ​ເນີນ​ໄປເປັນ​ເວລາ​ເກືອບ 10 ຊົ່ວ​ໂມງ ​ໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ໄດ້​ພົບເຫັນ​ວ່າຈໍາ​ເລີຍ​ທີ່​ສຳຄັນ, ທ້າວເທ​ຣ​ວິ​ສ ແມັກ​ໄມ​ໂຄ (Travis McMichael), 35 ປີ ວ່າ ມີ​ຄວາມ​ຜິດຖານ​ທຳ​ການຄາດ​ຕະກຳ​ ​ແລະ​ອາດຊະຍາ​ກຳ​ຮ້າຍ​ແຮງ​ອື່ນໆ ລວມທັງ​ການ​ໂຈມ​ຕີ​ຢ່າງ​ໜັກ.

ຄະນະຕຸ​ລາ​ການຍັງໄດ້ໃຫ້ຄໍາຕັດສິນໂທດຄາດຕະກໍາຄືນ​ຕໍ່ພໍ່ຂອງລາວ, ທ້າວ ເກ​ຣັກ​ກໍ​ຣີ ແມັກ​ໄມ​ໂຄ (Gregory McMichael) ອາ​ຍຸ 65 ປີ, ແລະເພື່ອນ ຂ້າງບ້ານ, ທ້າວ​ວິ​ລ​ລຽມ “ຣອດ​ດີ” ໄບ​ຣ​ອັນ (William "Roddie" Bryan), ອາ​ຍຸ 52 ປີ. ທັງສາມຄົນຕ້ອງປະເຊີນກັບການ​ຕິດຄຸກຕະຫຼອດຊີວິດ.

ພວກຈໍາເລີຍຖືກກ່າວຫາວ່າແລ່ນໄລ່ນຳແລະຄາດຕະກໍາທ້າວອາ​ເບີ​ຣີ (Arbery) ຢູ່ນອກເມືອງບ​ຣັນ​ສວິກ​ຄ໌, ລັດຈໍ​ເຈຍ, ໃນເດືອນກຸມພາ 2020. ທ້າວແມັກ​ໄມ​ໂຄ (McMichael) ຜູ້​ເປັນ​ລູກ​ແມ່ນຈໍາເລີຍພຽງຜູ້ດຽວທີ່ໄດ້ຢືນຢັນ​ຕາມພະຍານ ທີ່​ເວົ້າວ່າ ລາວໄດ້ຍິງປືນໃສ່ທ້າວອາ​ເບີ​ຣີ (Arbery) ເພື່ອປ້ອງກັນຕົນເອງ.

ຄະນະຕຸ​ລາ​ການ, ປະກອບດ້ວຍຄົນຜິວຂາວ 11 ຄົນ ແລະຄົນຜິວດໍານຶ່ງຄົນ, ປະຕິເສດການກ່າວ​ອ້າງຂອງ​ຈຳ​ເລີຍ ໂດຍ​ໄດ້​ພົບ​ເຫັນວ່າພວກ​ຜູ້​ຊາຍທັງສາມ ຄົນ ແມ່ນຮັບຜິດຊອບຕໍ່ການຕາຍຂອງຄົນອາເມຣິກັນເຊື້ອສາຍອາຟຣິກາ ອາຍຸ 25 ປີຄົນ​ນັ້ນ.

ສຽງ​ຊົມ​ເຊີຍ​ ແລະ​ສຽງ​ຕົບມື​ໄດ້​ດັງ​ຂຶ້ນ​ຢູ່​ນອກ​ສານ​ຂອງ​ເຂດກ​ລີນ (Glynn) ຫຼັງ​ຈາກ​ມີການ​ປະກາດ​ຄຳ​ຕັດສິນ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ຜິດ.

"ມັນໄດ້ເປັນການຕໍ່ສູ້ທີ່ຍາວນານ ແລະການຕໍ່ສູ້ທີ່ຫຍຸ້ງ​ຍາກ, ແຕ່ພຣະເຈົ້າດີ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ນາງວານ​ດາ ຄູບ​ເປີ-ໂຈນ​ສ໌ (Wanda Cooper-Jones), ແມ່ຂອງທ້າວ​ອາ​ມອດ ອາ​ເບີ​ຣີ (Ahmaud Arbery). ລາວ​ເວົ້າ​ອີກວ່າ "ຂ້ອຍຮູ້ວ່າອາ​ມອດ ບັດນີ້ຈະໄດ້ພັກຜ່ອນ ຢູ່ຢ່າງເປັນສຸກແລ້ວ."

ກ່ອນທີ່ຈະກັບຄືນສູ່ຄໍາຕັດສິນຂອງສານ, ຄະນະຕຸ​ລາການໄດ້ເບິ່ງວິດີໂອທີ່ບັນ ທຶກໄວ້ໂດຍທ້າວ​ໄບ​ຣ​ອັນ ໃນໂທລະສັບມືຖືຂອງລາວ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ​ເທ​ຣ​ວິ​ສ ແມັກ​ໄມ​ໂຄ (Travis McMichael) ໄດ້ຍິງປືນສັ້ນທີ່​ຍິງໄລຍະ ໃກ້ຂອງ​ລາວໃສ່​ທ້າວອາ​ເບີ​ຣີ (Arbery) ໃນຂະ​ນະ​ທີ່​ມີການຕໍ່ສູ້ກັນໃນ​ຕອນທີ່ ໄອຍະການໃຫ້​ເຫດ​ຜົນໂຕ້ແຍ້ງວ່າ ຈໍາເລີຍໄດ້ເປັນ​ຜູ້ລິເລີ່ມກ່ອນນັ້ນ. ວິດີໂອ ໄດ້ພິສູດໃຫ້​ເຫັນວ່າເປັນຫຼັກຖານອັນສຳ​ຄັນສໍາລັບການດໍາເນີນຄະດີໃນການໄຕ່​ສວນທີ່​ວ່ານີ້.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG