ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະ ຕຸລາການ ສຫລ ສັ່ງໃຫ້ ມອນແຊນໂຕ ຈ່າຍເງິນ 289 ລ້ານ ໃຫ້ຄົນສວນ ໂຮງຮຽນ


ຢາຂ້າຫຍ້າ ຣາວດັບ (Roundup) ຂອງບໍລິສັດ ມອນແຊນໂຕ ທີ່ວາງຈຳໜ່າຍ ຢູ່ຮ້ານຂາຍເຄື່ອງແຫ່ງນຶ່ງ ໃກ້ໆນະຄອນຫຼວງ ປາຣີ ປະເທດຝຣັ່ງ (ວັນທີ 16 ມິຖຸນາ 2018)
ຢາຂ້າຫຍ້າ ຣາວດັບ (Roundup) ຂອງບໍລິສັດ ມອນແຊນໂຕ ທີ່ວາງຈຳໜ່າຍ ຢູ່ຮ້ານຂາຍເຄື່ອງແຫ່ງນຶ່ງ ໃກ້ໆນະຄອນຫຼວງ ປາຣີ ປະເທດຝຣັ່ງ (ວັນທີ 16 ມິຖຸນາ 2018)

ຄະນະຕຸລາການ ໃນລັດຄາລີຟໍເນຍ ໄດ້ສັ່ງໃຫ້ບໍລິສັດທຸລະກິດກະສິກຳຍັກໃຫຍ່ມອນ
ແຊນໂຕ (Monsanto) ຈ່າຍເງິນ 289 ລ້ານໂດລາ ໃຫ້ແກ່ ຄົນຮັກສາເດີ່ນໂຮງຮຽນຜູ້
ນຶ່ງທີ່ເສຍຊີວິດຍ້ອນໂຣກມະເຮັງ ໂດຍກ່າວວ່າ ບໍລິສັດດັ່ງກ່າວຄວນຂຽນຄຳເຕືອນວ່າ
ຢາຂ້າຫຍ້າສາມາດພາໃຫ້ເປັນໂຣກມະເຮັງໄດ້.

ຄະດີທີ່ເປັນຂີດໝາຍດັ່ງກ່າວ ແມ່ນການຟ້ອງຮ້ອງ ເທື່ອທຳອິດ ທີ່ໄດ້ຖືກນຳຂຶ້ນສານ
ໃນການຟ້ອງຮ້ອງທີ່ຄ້າຍຄືກັນນີ້ ຫຼາຍຮ້ອຍຄະດີໃນທົ່ວປະເທດ ທີ່ໄດ້ກ່າວຫາຢາຂ້າ
ຫຍ້າ Roundup ຂອງບໍລິສັດມອນແຊນໂຕວ່າ ເປັນສາເຫດທີ່ພາໃຫ້ເປັນມະເຮັງໃນ
ເມັດເລືອດຂາວ. ບໍລິສັດມອນແຊນໂຕໄດ້ປະຕິເສດກ່ຽວກັບການກ່າວຫາດັ່ງກ່າວ.

ຄະນະຕຸລາການ ຢູ່ທີ່ນະຄອນແຊນແຟຣນຊິສໂກ ໃນວັນສຸກວານນີ້ ໄດ້ມີຄວາມເຫັນ
ຢ່າງເປັນເອກກະສັນກັນວ່າ ຢາ Roundup ແລະຢາ Ranger Pro ສຳລັບພວກມືອາ
ຊີບໃຊ້ນັ້ນ ແມ່ນມີສ່ວນອັນສຳຄັນ ພາໃຫ້ທ້າວ ດະເວນ ຈອນສັນ (Dewayne John-
son) ຜູ້ຮັກສາເດີ່ນຂອງໂຮງຮຽນ ບໍ່ສະບາຍ. ນອກນັ້ນ ຄະນະຕຸລາການ ຍັງພົບເຫັນ
ວ່າ ໄດ້ກະທຳການ ແບບມີ “ເຈດຕະນາຮ້າຍ” ໂດຍບໍ່ໄດ້ເຕືອນທ້າວຈອນສັນ ແລະຜູ້
ໃຊ້ຄົນອື່ນໆ ກ່ຽວກັບຄວາມສ່ຽງທີ່ຈະເປັນໂຮກມະເຮັງໂດຍຢາຂ້າຫຍ້າດັ່ງກ່າວ.

ໜ່ວຍງານ ຕໍ່ຕ້ານໂຣກມະເຮັງ ຂອງອົງການອະນາໄມໂລກ ໃນປີ 2015 ໄດ້ລະບຸວ່າ
ອົງປະກອບທີ່ສຳຄັນຂອງຢາ Roundup ຄືສານສັງເຄາະ glyphosate ນັ້ນວ່າ “ບາງ
ທີ ອາດເປັນສານທີ່ພາໃຫ້ເກີດມະເຮັງ ສຳລັບມະນຸດ.”

ແຕ່ແນວໃດກໍຕາມ ອົງການຄຸ້ມຄອງສິ່ງແວດລ້ອມຂອງສະຫະລັດ ສະຫລຸບໃນເດືອນ
ກັນຍາປີ 2017 ວ່າ ສານເຄມີນີ້ບໍ່ມີທ່າທາງວ່າຈະພາໃຫ້ເປັນມະເຮັງ.

ຄະນະຕຸລາການທີ່ນະຄອນແຊນແຟຣນຊິສໂກ ໄດ້ຟັງຄຳໃຫ້ການຂອງພວກທ່ານໝໍ
ພວກນັກຄົ້ນຄວ້າດ້ານສາທາລະນະສຸກ ແລະພວກນັກລະບາດວິທະຍາ ໄດ້ມີຄວາມ
ເຫັນ ບໍ່ລົງລອຍກັນ ກ່ຽວກັບວ່າ ສານ glyphosate ນີ້ ປອດໄພຫຼືບໍ່?

ບໍລິສັດມອນແຊນໂຕ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ຕົນຈະຂໍອຸທອນຕໍ່ຄຳຕັດ
ສິນດັ່ງກ່າວນີ້.

ບໍລິສັດມອນແຊນໂຕກ່າວວ່າ “ການຕັດສິນໃຈມື້ນີ້ ບໍ່ໄດ້ປ່ຽນຄວາມຈິງທີ່ວ່າການສຶກ
ສາທາງດ້ານວິທະຍາສາດ ແລະການທົບທວນຕ່າງໆຫຼາຍກວ່າ 800 ຄັ້ງໃຫ້ການສະ
ໜັບສະໜຸນຕໍ່ຄວາມຈິງທີ່ວ່າ ສານ glyphosate ບໍ່ໄດ້ພາໃຫ້ເປັນໂຣກມະເຮັງ ແລະ
ບໍ່ແມ່ນສາເຫດທີ່ພາໃຫ້ທ້າວຈອນສັນເປັນໂຣກມະເຮັງ.”

ທ້າວຈອນສັນໄດ້ຖືກກວດພົບວ່າ ເປັນມະເຮັງໃນເມັດເລືອດຂາວ ໃນປີ 2014.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG