ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາສະຫະລັດ ອອກຄຳສັ່ງຫ້າມບໍໃຫ້ມີຄຳເຫັນ ບາງສ່ວນໃນຄະດີ ຕໍ່ທ່ານທຣໍາ


ແຟ້ມພາບ - ອະດີດປະທານາທິບໍດີ ດໍໂນລ ທຣຳ ປະກົດຕົວໃນສານ ໃນຄະດີທາງແພ່ງ ກ່ຽວກັບການສໍ້ໂກງ ຢູ່ທີ່ສານເຂດ ແມ່ນແຮັດທັນ, ໃນລັດນິວຢອກ, ວັນທີ 3 ຕຸລາ 2023.
ແຟ້ມພາບ - ອະດີດປະທານາທິບໍດີ ດໍໂນລ ທຣຳ ປະກົດຕົວໃນສານ ໃນຄະດີທາງແພ່ງ ກ່ຽວກັບການສໍ້ໂກງ ຢູ່ທີ່ສານເຂດ ແມ່ນແຮັດທັນ, ໃນລັດນິວຢອກ, ວັນທີ 3 ຕຸລາ 2023.

ຜູ້ພິພາກສາຂອງລັດຖະບານກາງສະຫະລັດຄົນນຶ່ງໃນວໍຊິງຕັນ ໄດ້ອອກຄຳສັ່ງຫ້າມບໍ່ໃຫ້ມີການອອກຄຳເຫັນບາງສ່ວນ ໃນວັນຈັນວານນີ້ ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ, ໂດຍຈຳກັດສິ່ງທີ່ທ່ານສາມາດເວົ້າໄດ້ ກ່ຽວກັບການພິຈາລະນາຄະດີ ທີ່ໃກ້ເຂົ້າມາຂອງທ່ານ ໃນຂໍ້ກ່າວຫາທີ່ວ່າທ່ານພະຍາຍາມຢ່າງຜິດກົດໝາຍ ເພື່ອຕ່າວປີ້ນຄວາມພ່າຍແພ້ ໃນການເລືອກຕັ້ງຄືນໃໝ່ໃນປີ 2020 ຂອງທ່ານນັ້ນ.

ຜູ້ພິພາກສາ ທັນຍາ ຈຸຕຄານ (Tanya Chutkan) ຫ້າມບໍ່ໃຫ້ ທ່ານທຣໍາ, ເຊິ່ງເປັນຜູ້ແຂ່ງຂັນຊິງຕໍາແໜ່ງປະທານາທິບໍດີຂອງພັກຣີພັບບລີກັນ ຂັ້ນນໍາ ໃນປີ 2024, ໂຈມຕີໄອຍະການ, ພະຍານທີ່ເປັນໄປໄດ້, ແລະພະນັກງານຂອງຜູ້ພິພາກສາ.

ທີ່ປຶກສາພິເສດຂອງກະຊວງຍຸຕິທໍາ ທ່ານແຈັກ ສມິທ (Jack Smith) ໄດ້ຮຽກຮ້ອງໃຫ້ອອກຄໍາສັ່ງຫ້າມບໍ່ໃຫ້ອອກຄວາມເຫັນ, ໂດຍໂຕ້ແຍ້ງວ່າການກ່າວໂຈມຕີຂອງ ທ່ານທຣໍາ ຕໍ່ທ່ານ, ຜູ້ພິພາກສາ ແລະພະຍານທີ່ເປັນໄປໄດ້ ມີຄວາມສ່ຽງທີ່ຈະທໍາລາຍຄວາມເຊື່ອຫມັ້ນຂອງສາທາລະນະ ໃນລະບົບສານ ແລະສາມາດຂົ່ມຂູ່ຄະນະລູກຂຸນ ໃນຄະດີທີ່ມີກໍານົດຈະເລີ່ມຂຶ້ນໃນເດືອນມີນາ.

ທະນາຍຄວາມຂອງທ່ານທຣໍາ ໄດ້ຄັດຄ້ານຕໍ່ທຸກໆຂໍ້ຫ້າມແລະຂໍ້ຈຳກັດ ແລະສາມາດອຸທອນຄຳຕັດສິນໄດ້. ທ່ານ ນາງຈຸຕຄານ (Chutkan) ບໍ່​ໄດ້​ວາງ​ຂໍ້​ຈຳກັດ​ໃດໆ ​ຕໍ່ກັບທ່ານທຣໍາ ໃນການ​ຕິຕຽນ​ກະຊວງ​ຍຸຕິ​ທຳ ແບບ​ທົ່ວ​ໄປ ຫຼືການມີຄຳເຫັນວ່າ ​ທ່ານ​ເຊື່ອ​ວ່າ​ ຄະດີ​ນີ້​ມີແຮງ​ຈູງ​ໃຈ​ທາງ​ດ້ານ​ການ​ເມືອງ​ ເພື່ອ​ກີດກັ້ນ​ທ່ານຈາກການໄດ້ຮັບ​ຕຳ​ແໜ່​ງປະທານາທິບໍດີ ອີກຄັ້ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG