ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາສະຫະລັດ ພວມພິຈາລະນາ ແຕ່ງຕັ້ງຫົວໜ້າພິເສດ ໃນຄະດີ ເອກະສານຂອງທ່ານທຣຳ

ແຟ້ມພາບ - ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ຢູ່ທີ່ກອງປະຊຸມກ່ຽວກັບວາລະສຸດຍອດ ຂອງສະຖາບັນດ້ານນະໂຍບາຍ ຂອງອາເມຣິກາມາກ່ອນ ຢູ່ທີ່ໂຮງແຮມ Marquis ຂອງບໍລິສັດ Marriott ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ກໍລະກົດ 2022.

ບັນດາທະນາຍຄວາມຂອງກະຊວງຍຸຕິທຳສະຫະລັດແລະອະດີດປະທານາທິບໍດີ ດໍໂນລ ທຣຳ ແມ່ນມີກຳນົດທີ່ຈະໄປປາກົດໂຕຢູ່ສານເພື່ອຮັ​ບ​ຟັງ​ຄຳ​ໃຫ້​ການ ໃນວັນພະຫັດມື້ນີ້ ຂະນະທີ່ຜູ້ພິພາກສາສານລັດຖະບານກາງ ພວມພິຈາລະນາເບິ່ງວ່າ ຈະແຕ່ງຕັ້ງຫົວໜ້າພິເສດ ເພື່ອກວດເບິ່ງຄືນເອກະສານທັງຫຼາຍທີ່ອົງການສັນຕິບານກາງ FBI ໄດ້ຢຶດມາ ຈາກບ້ານພັກຂອງທ່ານທຣຳ ຫຼືບໍ່.

ຜູ້ພິພາກສາປະ​ຈຳ​ເຂດຂອງສະຫະລັດ ທ່ານນາງ ອາຍລີນ ແຄນໜັນ ໄດ້ກ່າວເມື່ອທ້າຍອາທິດແລ້ວນີ້ ວ່າ ເພິ່ນມີຄວາມເອນອຽງ ທີ່ຈະແຕ່ງຕັ້ງຫົວໜ້າພິເສດ ແຕ່ກ່ອນອື່ນໝົດ ຕ້ອງການທີ່ຈະຮັບຟັງສິ່ງທີ່ລັດຖະບານ ຢາກຈະເວົ້າ. ໃນຂະ ນະດຽວກັນມີການຄັດຄ້ານຕໍ່ການແຕ່ງຕັ້ງຂອງຫົວໜ້າພິເສດ ເຊິ່ງລັດຖະບານໄດ້ກ່າວວ່າ ຖ້າທ່ານນາງແຄນໜັນ ແຕ່ງຕັ້ງບຸກຄົນດັ່ງກ່າວ ການກວດເບິ່ງຄືນ ໃໝ່ນັ້ນ ຄວນໃຫ້ສຳເລັດພາຍໃນວັນທີ 30 ກັນຍາ.

ບັນດາທະນາຍຄວາມຂອງທ່ານທຣຳ ໄດ້ຂໍຮ້ອງວ່າ ເອກະສານໃດໆທີ່ທ່ານມີສິດທີ່ຈະເກັບຮັກສາໄວ້ ກໍຄວນສົ່ງຄືນມາໃຫ້ທ່ານ ເຊັ່ນວ່າ ເອກະສານທີ່ກ່ຽວ ຂ້ອງກັບການສົນທະນາ ທີ່ທ່ານໄດ້ໂອ້ລົມກັບບັນດາທະນາຍຄວາມຂອງທ່ານ ກ່ຽວກັບເລື້ອງການສືບສວນສອບສວນໃນລະຫວ່າງການດຳລົງຕຳແໜ່ງປະທາ ນາທິບໍດີຂອງທ່ານ, ການເລືອກຕັ້ງ ປີ 2020 ແລະກິດຈະການດ້ານທຸລະກິດ ທີ່ກະຊວງຍຸຕິທຳໄດ້ດຳເນີນການສືບສວນ, ຮວມທັງ ບັນດາເຈົ້າໜ້າທີ່ໃນລັດນິວຢອກ ແລະໃນລັດຈໍເຈຍ ຢູ່ທາງພາກໃຕ້ຂອງປະເທດ.

ພາບມຸມມອງທາງອາກາດນີ້ ແມ່ນບ້ານພັກຄະລືຫາດ Mar-a-Lago ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໃນເມືອງພາລບີຈ ລັດຟລໍຣິດາ, ວັນທີ 31 ສິງຫາ 2022.
ພາບມຸມມອງທາງອາກາດນີ້ ແມ່ນບ້ານພັກຄະລືຫາດ Mar-a-Lago ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໃນເມືອງພາລບີຈ ລັດຟລໍຣິດາ, ວັນທີ 31 ສິງຫາ 2022.

ລັດຖະບານໄດ້ກ່າວວ່າ ເມື່ອຕົ້ນອາທິດນີ້ ທີ່ວ່າ ການກວດເບິ່ງຄືນເອກະສານທີ່ຢຶດຄືນມາທັງຫຼາຍ ໄດ້ພົບເຫັນ “ເອກະສານຊຸດນຶ່ງທີ່ຈຳກັດ” ອັນທີ່ີຄວນສົ່ງກັບຄືນໄປໃຫ້ທ່ານທຣຳ.

ບັນດາທະນາຍຄວາມຂອງກະຊວງຍຸຕິທຳ ໄດ້ກ່າວໃນຕອນແລງວັນອັງຄານນີ້ ໃນການຢື່ນຄຳຮ້ອງໃຫ້ສານ ວ່າ “ການແຕ່ງຕັ້ງຫົວໜ້າພິເສດ ຈະກີດກັນການສືບສວນສອບສວນຄະດີອາຍາຂອງລັດຖະບານທີ່ກຳລັງດຳເນີນການຢູ່” ໃນເລື້ອງທີ່ວ່າ ທ່ານທຣຳ ໄດ້ທຳການຂັດຂວາງດ້ານຍຸຕິທຳ ຫຼື ໄດ້ລະເມີດກົດໝາຍອື່ນໆຂອງສະຫະລັດ ໃນການເກັບເອົາເອກະສານທັງຫຼາຍໄປມ້ຽນໄວ້ຢູ່ທີ່ບ້ານພັກຄະລືຫາດ Mar-a-Lago ຂອງທ່ານ ຫຼືບໍ່.

ໃນຮູບພາບນີ້ ປະກອບດ້ວຍໝາຍຄົ້ນຈາກສານ ໂດຍກະຊວງຍຸຕິທໍາ ເມື່ອວັນທີ 30 ສິງຫາ 2022, ແລະໄດ້ຮັບການກວດແກ້ຄືນໂດຍອົງການ FBI, ເປີດເຜີຍໃຫ້ເຫັນເອກະສານຕ່າງໆທີ່ຢຶດມາໄດ້ ຈາກການກວດຄົ້ນໃນວັນທີ 8 ສິງ​ຫາ ໂດຍອົງການ FBI ຢູ່ທີ່ບ້ານພັກຕາກອາກາດ ມາ-ອາ-ລາໂກ ຂອງທ່ານທຣໍາ ໃນລັດຟລໍຣິດາ.

ກະຊວງນີ້ ຍັງໄດ້ກ່າວອີກວ່າ ຖ້າຫົວໜ້າພິເສດ ໄດ້ກວດເບິ່ງຄືນເອກະສານລັບທັງຫຼາຍນັ້ນ ມັນ “ກໍຈະກີດກັນປະຊາຄົມສືບລັບສະຫະລັດ ບໍ່ໃຫ້ດຳເນີນການທົບທວນຄືນຄວາມສ່ຽງດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ວ່າ ການເກັບຮັກສາທີ່ບໍ່ຖືກຕ້ອງຂອງເອກະສານຄວາມລັບສູງສຸດທີ່ລະອຽດອ່ອນທັງຫຼາຍນັ້ນ ອາດເຮັດໃຫ້ມີຜົນເສຍຫຍັງແດ່ ແລະບໍ່ໃຫ້ລະບຸມາດຕະການຕ່າງໆເພື່ອແກ້ໄຂ ຫຼືສະກັດ ກັ້ນຄວາມເສຍຫາຍໃດໆ ຈາກການເກັບຮັກສາໂດຍບໍ່ຖືກຕ້ອງ ທີ່ໄດ້ກໍ່ໃຫ້ເກີດຂຶ້ນນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG