ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ຂອງທ່ານໄບເດັນ ຈະ​ຂໍ​ອຸ​ທອນ ຕໍ່​ຄຳ​ຕັດ​ສິນ ໃນການໃສ່ໜ້າກາກຢູ່ເທິງເຮືອບິນ


ແຟ້ມຮູບ-ປ້າຍກ່ຽວກັບກົດລະບຽບໃນການໃສ່ໜ້າກາກ ຕັ້ງຢູ່ທີ່ເດີ່ນບິນນານາຊາດ O’Hare ໃນນະຄອນ ຊິຄາໂກ, ວັນທີ 2 ກໍລະກົດ 2021.
ແຟ້ມຮູບ-ປ້າຍກ່ຽວກັບກົດລະບຽບໃນການໃສ່ໜ້າກາກ ຕັ້ງຢູ່ທີ່ເດີ່ນບິນນານາຊາດ O’Hare ໃນນະຄອນ ຊິຄາໂກ, ວັນທີ 2 ກໍລະກົດ 2021.

ຜູ້ພິພາກສາລັດຖະບານກາງຂອງສະຫະລັດ ໄດ້ຕັດ​ສິນ​ວ່າ ຂໍ້ບັງຄັບລະດັບຊາດໃນການໃຫ້ໃສ່ໜ້າກາກຢູ່ເທິງເຮືອບິນ ແລະລະ​ບົບຂົນສົ່ງໂດຍສານສາທາລະ ນະອື່ນໆ ແມ່ນບໍ່ຖືກຕ້ອງຕາມກົດໝາຍ, ໂດຍ​ໄດ້​ຕ່າວ​ປີ້ນນະໂຍບາຍຂອງລັດຖະບານທ່ານໄບເດັນ.

ການຕັດ​ສິນດັ່ງກ່າວນັ້ນ ມີຂຶ້ນໃນມື້ວັນຈັນແລ້ວນີ້ ໂດຍຜູ້ພິພາກສາປະ​ຈຳ​ເຂດ ທ່ານນາງແຄັທຣິນ ຄິມບອລ ມິ​ແຊລ (Kathryn Kimball Mizelle), ທີ່ເມືອງ ແທມປາ ໃນລັດຟລໍຣິດາ ກ່າວວ່າ ເຈົ້າໜ້າທີ່ທາງດ້ານສາທາລະນະສຸກ ໄດ້ໃຊ້ ອໍານາດເກີນຂອບເຂດ ໃນການອອກກົດຂໍ້ບັງຄັບດັ່ງກ່າວ.

ທ່ານຜູ້ພິພາກສາກ່າວວ່າ ສູນກາງຄວບຄຸມ ແລະປ້ອງກັນພະ​ຍາດ ຫຼື CDC ຂອງ​ສະ​ຫະ​ລັດ ບໍ່​ໄດ້​ໃຫ້​ເຫດ​ຜົນ​ພຽງ​ພໍກ່ຽວ​ກັບການຕັດສິນໃຈ​ຂອງ​ຕົນ ແລະ ບໍ່ປະຕິບັດຕາມຂັ້ນຕອນ ໃນການອອກກົດຂໍ້ບັງຄັບນັ້ນ.

ໃນຕົ້ນເດືອນນີ້, ທາງອົງ​ການ CDC ໄດ້ຂະຫຍາຍໄລຍະເວລາ ຂອງກົດຂໍ້ບັງ ຄັບໃຫ້ໃສ່ໜ້າກາກໃນສະຖານີຂົນສົ່ງໂດຍສານຕ່າງໆເປັນເວລາ 15 ມື້ ຈົນເຖິງວັນທີ 3 ພຶດສະພາ. ເຈົ້າໜ້າທີ່ທາງດ້ານສາທາລະນະສຸກ ກ່າວວ່າ ພວກເຂົາ ເຈົ້າຈໍາເປັນຕ້ອງໃຊ້ເວລາໃນການປະເມີນເບິ່ງ ຜົນກະທົບຂອງສາຍ​ພັນໂອໄມ ຄຣອນ BA.2 ເຊິ່ງເປັນສາຍພັນຍ່ອຍຂອງໄວຣັສໂຄໂຣນາ ອັນໄດ້ເຮັດໃຫ້ມີກໍລະນີຜູ້ປ່ວຍເພີ້ມຂຶ້ນຢູ່ບາງເຂດຂອງປະເທດ.

ກົດບັງຄັບໃນການໃສ່ໜ້າກາກ, ເຊິ່ງໄດ້ມີອອກມາຄັ້ງທໍາອິດໃນເດືອນກຸມພາ ປີ 2021, ໂດຍກວມເອົາການຂົນສົ່ງໂດຍສານທາງເຮືອບິນ, ລົດໄຟ, ສະຖານີຂົນສົ່ງອື່ນໆ, ລົດແທັກຊີ ແລະພາຫະນະຂົນສົ່ງ ທີ່ນັ່ງຮ່ວມກັນຕ່າງໆເຫຼົ່ານັ້ນ.

ທ່ານນາງມິເຊລ ໄດ້ຮັບການແຕ່ງຕັ້ງໂດຍອະດີດປະທານາທິບໍດີດໍໂນລ ທຣໍາ. ການຟ້ອງຮ້ອງກ່ຽວກັບກົດຂໍ້ບັງຄັບໃນການໃສ່ໜ້າກາກມີຂຶ້ນຢູ່ລັດຟລໍຣິດາເມື່ອ ປີແລ້ວນີ້ ໂດຍກຸ່ມທີ່ຮ້ອງວ່າ ກອງທຶນການປົກປ້ອງທາງດ້ານສຸຂະພາບທີ່ເປັນອິດສະຫຼະ ຫຼື Health Freedom Defense Fund.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG