ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ ສະຫະລັດ ຂັດຂວາງ ການຕັດສິນໃຈ ຢຸດໂຄງການ ປົກປ້ອງ ຜູ້ຍົກຍ້າຍຖິ່ນຖານ ໄວໜຸ່ມ


ຕົວແທນພັກເດໂມແຄຣັດ ຈາກລັດ ອີລີນອຍ ທ່ານ ຫຼຸຍ ກູເຕຍເຣສ໌, ທີສາມຈາກຂວາ, ພ້ອມກັບ ຜູ້ປະທ້ວງຄົນ
ອື່ນໆຢູ່ນອກ ຫໍລັດຖະສະພາ ສະຫະລັດ ສະແດງການ
ສະໜັບສະໜູນໂຄງການອະນຸຍາດໃຫ້ເດັກນ້ອຍ ທີ່ເຂົ້າມາ
ປະເທດ ແບບຜິດກົດໝາຍ ຫຼື ດາກາ (DACA) ໃນລະຫວ່າງ
ການຊຸມນຸມຢູ່ລັດຖະສະພາ ແຄັບປີຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 6 ມັງກອນ, 2017.
ຕົວແທນພັກເດໂມແຄຣັດ ຈາກລັດ ອີລີນອຍ ທ່ານ ຫຼຸຍ ກູເຕຍເຣສ໌, ທີສາມຈາກຂວາ, ພ້ອມກັບ ຜູ້ປະທ້ວງຄົນ ອື່ນໆຢູ່ນອກ ຫໍລັດຖະສະພາ ສະຫະລັດ ສະແດງການ ສະໜັບສະໜູນໂຄງການອະນຸຍາດໃຫ້ເດັກນ້ອຍ ທີ່ເຂົ້າມາ ປະເທດ ແບບຜິດກົດໝາຍ ຫຼື ດາກາ (DACA) ໃນລະຫວ່າງ ການຊຸມນຸມຢູ່ລັດຖະສະພາ ແຄັບປີຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 6 ມັງກອນ, 2017.

ຜູ້ພິພາກສາລັດຖະບານກາງ ສະຫະລັດ ໃນວັນອັງຄານວານນີ້ ໄດ້ສັ່ງ ໃຫ້ລັດຖະບານ
ທ່ານ ທຣຳ ຮັກສາໂຄງການ ທີ່ປົກປ້ອງບໍ່ໃຫ້ພວກຄົນເຂົ້າເມືອງຫຼາຍຮ້ອຍພັນຄົນ ຜູ້ທີ່
ໄດ້ເດີນທາງເຂົ້າມາ ສະຫະລັດ ຢ່າງຜິດກົດໝາຍໃນເວລາທີ່ເຂົາເຈົ້າຍັງເປັນເດັກນ້ອຍ
ຢູ່ນັ້ນ ຖືກເນລະເທດໄວ້ຊົ່ວໄລຍະນຶ່ງ.

ໃນເດືອນກັນຍາທີ່ຜ່ານມາ, ປະທານາທິບໍດີ ດໍໂນລ ທຣຳ ໄດ້ຢຸດໂຄງ ການທີ່ຮູ້ຈັກກັນ
ໃນຊື່ ໂຄງການອະນຸຍາດໃຫ້ເດັກນ້ອຍ ທີ່ເຂົ້າປະເທດ ແບບຜິດກົດໝາຍ ຫຼື DACA
ແລະ ໃຫ້ເວລາ ແກ່ລັດຖະສະພາ 6 ເດືອນ ເພື່ອຫາທາງແກ້ໄຂກົດໝາຍສຳລັບພວກ
ຄົນເຂົ້າເມືອງປະມານ 800,000 ຄົນ.

ຜູ້ພິພາກສາສານປະຈຳເຂດ ສະຫະລັດ ແຫ່ງນຶ່ງໃນລັດຄາລິຟໍເນຍ ທີ່ຕັ້ງຢູ່ພາກຕາເວັນ
ຕົກຂອງປະເທດ ໄດ້ຕັດສິນສະໜັບສະໜູນຕໍ່ບຸກຄົນ ແລະ ສະຖາບັນຕ່າງໆ, ລວມມີ
ມະຫະວິທະຍາໄລລັດຄາລິຟໍເນຍ, ຜູ້ ທີ່ໄດ້ຟ້ອງຮ້ອງລັດຖະບານ ເພື່ອພະຍາຍາມກີດ
ກັ້ນບໍ່ຢາກໃຫ້ໂຄງການ DACA ສິ້ນສຸດລົງ. ຜູ້ພິພາກສາໄດ້ກ່າວວ່າ ໂຄງການດັ່ງກ່າວ
ນີ້ຄວນດຳ ເນີນຕໍ່ໄປຄືເກົ່າຈົນກວ່າການທ້າທາຍທາງກົດໝາຍຈະໄດ້ຮັບການ ແກ້ໄຂ.

ສານໄດ້ກ່າວວ່າ ຜູ້ຮ້ອງທຸກໄດ້ສະແດງໃຫ້ເຫັນວ່າ “ເຂົາເຈົ້າເບິ່ງຄືຈະໄດ້ຮັບຄວາມ
ເສຍຫາຍຮ້າຍແຮງທີ່ບໍ່ສາມາດແກ້ໄຂໄດ້” ແລະວ່າ ຜົນປະໂຫຍດສ່ວນລວມ ຈະມີ
ການຮັກສາໄວ້ ຖ້າໂຄງການດັ່ງກ່າວຫາກຍັງດຳເນີນຕໍ່ໄປ.

ຄຳສັ່ງສານເພື່ອໃຫ້ຮັກສາໂຄງການ DACA ໄວ້ຄືເກົ່ານັ້ນ ແມ່ນມີຜົນ ໃນທົ່ວປະເທດ,
ໂດຍທີ່ສານກ່າວວ່າ ບັນຫາດັ່ງກ່າວມີຢູ່ທຸກໆລັດແລະ ດິນແດນຂອງ ສະຫະລັດ.

ຄຳສັ່ງຂອງສານ ໃນວັນອັງຄານວານນີ້ ໄດ້ລະບຸໃຫ້ເຫັນວ່າ ເງື່ອນໄຂຕ່າງໆຂອງໂຄງ
ການ DACA ຈະຖືກຮັກສາໄວ້ ເພື່ອໝົດທຸກຄົນ ຜູ້ທີ່ຖືກປົກປ້ອງໂດຍໂຄງການນັ້ນ
ກ່ອນການດຳເນີນການຂອງທ່ານ ທຣຳ ໃນເດືອນກັນຍາ, ແລະ ຄົນພວກນັ້ນ ຜູ້ທີ່ໄດ້
ຮັບອະນຸຍາດໃນການລົງ ທະບຽນ ຂອງເຂົາເຈົ້າ.

ແຕ່ລັດຖະບານບໍ່ຈຳເປັນຕ້ອງຮັບໃບສະໝັກໃໝ່ໃດໆສຳລັບຄົນຜູ້ທີ່ພະຍາຍາມຈະ
ລົງທະບຽນ ພາຍໃຕ້ໂຄງການ DACA ເປັນຄັ້ງທຳອິດ, ແລະ ຍັງຄົງມີສິດ ໃນການເນ
ລະເທດບຸກຄົນໃດກໍຕາມທີ່ເຂົາເຈົ້າພິຈາ ລະນາວ່າ ມີຄວາມສ່ຽງຕໍ່ຄວາມປອດໄພແຫ່ງ
ຊາດ ຫຼື ຄວາມປອດໄພຂອງສາທາລະນະ.

ຄຳສັ່ງຂອງສານໄດ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກທ່ານ ທຣຳ ໄດ້ບອກ ບັນດາສະມາ
ຊິກສະພາຄົນສຳຄັນວ່າ ທ່ານຈະເຊັນແມ່ນຫຍັງກໍຕາມທີ່ເຂົາເຈົ້າຕົກລົງກັນ ໃນກົດ
ໝາຍ ກ່ຽວກັບ ພວກ DACA.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Signals Willingness to Compromise on Immigration Reform
please wait

No media source currently available

0:00 0:02:17 0:00

XS
SM
MD
LG