ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ພິ​ພາກ​ສາ ສະ​ຫະ​ລັດ ຕັດ​ສິນ​ລົງ​ໂທດ ຜູ້ບໍ​ລິ​ຫານ​ ​ເວັບ​ມືດ ໃຫ້​ຕິດ​ຄຸກ 20 ປີ


ຮູບ​ພາບ​ກະ​ຊວງ​ຍຸ​ຕິ​ທຳ ສະ​ແດງ​ໃຫ້ເຫັນ​ໜ໊າຕະ​ຫຼາດເວັບ​ມືດ ​ທີ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ຊື້​ຂາຍ​ຢາ​ເສບ​ຕິດ​ຜິ​ດ​ກົດ​ໝາຍ ວັນ​ທີ 20 ກໍ​ລະ​ກົດ 2017.
ຮູບ​ພາບ​ກະ​ຊວງ​ຍຸ​ຕິ​ທຳ ສະ​ແດງ​ໃຫ້ເຫັນ​ໜ໊າຕະ​ຫຼາດເວັບ​ມືດ ​ທີ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ຊື້​ຂາຍ​ຢາ​ເສບ​ຕິດ​ຜິ​ດ​ກົດ​ໝາຍ ວັນ​ທີ 20 ກໍ​ລະ​ກົດ 2017.

ຜູ້​ພິ​ພ​າກ​ສາ​ ລັດ​ຖະ​ບານ​ກາງ​ຄົນ​ນຶ່ງ ໃນ​ວັນ​ອັງ​ຄານ​ວານ​ນີ້ ​ໄດ້​ຕັດ​ສິນ​ລົງ​ໂທດ ຜູ້​ບໍ​ລິ
​ຫານ​ງານ ໃນ​ອັນ​ທີ່​ຮ້ອງວ່າ “ຕາ​ໜ່າງກະ​ທຳຄວາມ​ຜິດ​ໃນເວັບມືດທີ່ໃຫຍ່​ສຸດ” ໃຫ້​ຕິດ​
ຄຸກ 20 ປີ ຕໍ່​ການ​ຄ້າ​ຢາ​ເສບ​ຕິດ ແລະ​ຟອກ​ເງິນ.

ທ້າວ​ກາ​ລ ວາ​ລ​ເລີ​ຣິ​ອັ​ສ ຮ້ອງ​ຕົນ​ເອງວ່າ “ຜີ​ຍັກ​ໃຫຍ່” ຫຼັງ​ຈາກ​ລາວ​ໄດ້​ຂາຍ​ຢາ​ແກ້​
ປວດ ອັອກຊີ​ໂກ​ດອນ ແລະ​ຢາ​ແກ້​ຄວາມ​ກັງ​ວົນ ຣີ​ຕາ​ລຽນ ທີ່​ລາວ​ໄດ້​ຂາຍ​ຢ່າງ​ຜິດ​
ກົດ​ໝາຍ​ ໃນອັນ​ທີ​ຮ້ອ​ງວ່າ “ຕາ​ໜ່າງ​ເວັບ​ມືດ.”

ຕາໜ່າ​ງ​ເວັບມືດແມ່ນ​ໝາຍເຖິງ​ເວັບ​ໄຊ​ຕ່າງໆ​ໃນອິນ​ເຕີ​ແນັດ ທີ່​ເຂົ້າ​ຫາ​ໄດ້ໂດຍຜ່ານ
​ຊອບ​ແວ​ພິ​ເສດ ທີ່​ເຮັດ​ໃຫ້ຜູ້​ນຳ​ຫາ ​ຊອກ​ບໍ່​ໄດ້.

ທ້າວ​ວາ​ລ​ເລີ​ຣິ​ອັ​ສ ໄດ້​ຮັບ​ສາ​ລະ​ພາບ​ຜິດ​ໃນ​ເດືອນ​ສິງ​ຫາ ໃນ​ການ​ກ່າວ​ຫາວ່າ​ຄ້າ​ຢາ
​ເສບ​ຕິດ ແລະ​ຟອກ​ເງິນ​ ຢູ່່​ເວັບ​ໄຊ ຕະ​ຫຼາດຄວາມ​ຝັນ.

ສ່ວນ​ໃຫຍ່ຂອງ​ລູກ​ຄ້າ ຕະ​ຫຼາດ​ຄວາມ​ຝັນ ໄດ້​ເຮັດ​ທຸ​ລະ​ກິດ​ກັບເງິນ​ດີ​ຈີ​ຕອລ ເຊັ່ນ​ວ່າ
ເງິນ​ອັດ​ບິດ​ຄອຍ.

ທ້າວ​ວາ​ລ​ເລີ​ຣິ​ອັ​ສ ໄດ​ຖືກ​ສັ່ງ​ໃຫ້​ຢຶດ​ເງິນປອມຈຳ​ນວນ​ຫຼວງ​ຫຼາຍ​ຂອງ​ເງິນດີ​ຈີ​
ຕອ​ລ.​

ອ່ານ​ຂ່າວ​ນີ້​ເພິ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG