ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ​ຕັດ​ສິນວ່າ ທ່ານ ຄູ​ຈີ​ແນ​ລ​ລີ ຖືກ​ເລືອກ​ເປັນ ຜູ້​ອຳ​ນວຍ​ການວ່າ​ການ ອົງ​ການ USCIS ຢ່າງບໍ່​ຖືກ​ຕ້ອງ​ ຕາມ​ກົດ​ໝາຍ


ອະ​ດີດ​ໄອ​ຍະ​ການ​ທົ່ວ​ໄປ​ຂອງ​ລັດ ເວີ​ຈິ​ເນຍ ທ່ານ ເຄັນ ຄູ​ຈິ​ແນລ​ລີ ກ່າວ​ຄຳ​ໃຫ້​ການ​ຢູ່​ຫໍ​ລັດ​ຖະ​ສະ​ພາ​ແຄັບ​ປິ​ຕອ​ລ ຮິ​ລ. 20 ມັງ​ກອນ, 2016.
ອະ​ດີດ​ໄອ​ຍະ​ການ​ທົ່ວ​ໄປ​ຂອງ​ລັດ ເວີ​ຈິ​ເນຍ ທ່ານ ເຄັນ ຄູ​ຈິ​ແນລ​ລີ ກ່າວ​ຄຳ​ໃຫ້​ການ​ຢູ່​ຫໍ​ລັດ​ຖະ​ສະ​ພາ​ແຄັບ​ປິ​ຕອ​ລ ຮິ​ລ. 20 ມັງ​ກອນ, 2016.

ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ ສະ​ຫະ​ລັດ ທ່ານ​ນຶ່ງໄດ້​ຕັດ​ສິນ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ທ່ານ ເຄັ​ນ ຄູ​ຈີ​ແນ​ລ​ລີ ໄດ້​ຖືກ​ເລືອກ​ຢ່າງບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ເພື່ອ​ເປັນ​ຜູ້​ອຳ​ນວຍ​ການ​ວ່າ​ການ​ຂອງ​ອົງ​ການ ບໍ​ລິ​ການ​ສັນ​ຊາດ ແລະ ຄົນ​ເຂົ້າ​ເມືອງ ສະ​ຫະ​ລັດ, ແລະ ຍ້ອນ​ແນວ​ນັ້ນ​ທ່ານ​ຈະ​ບໍ່​ມີ​ອຳ​ນາດ ​ເພື່ອອ​ອກ​ຄຳ​ສັ່ງ​ຈຳ​ກັດ​ຈຳ​ນວນ​ເວ​ລາ​ທີ່​ຜູ້​ຂໍ​ລີ​ໄພ​ສາ​ມາດ​ໄດ້​ຮັບ ​ເພື່ອ​ກະ​ກຽມສຳ​ລັບ​ການ​ສຳ​ພາດກວດ​ສອບ​ເບື້ອງ​ຕົ້ນ​ຂອງ​ເຂົາ​ເຈົ້າ.

ການ​ຄັດ​ຄ້ານ​ທາງ​ກົດ​ໝາຍ​ໄດ້​ຖືກ​ນຳ​ຂຶ້ນ​ມາ ເພື່ອ​ຕາງ​ໜ້າ​ໃຫ້​ຊາວ ຮອນ​ດູ​ຣັ​ສ ຫ້າ​ຄົນ ຫຼັງ​ຈາກ​ທ່ານ ຄູ​ຈີ​ແນ​ລ​ລີ ໄດ້ຫຼຸດ​ເວ​ລາ​ການ​ໃຫ້​ຄຳ​ປຶກ​ສາ ກ່ອນ​ການ​ສຳ​ພາດ ກ່ຽວ​ກັບ ຄວາມ​ຢ້ານ​ກົວ​ທີ່​ເຊື່ອ​ຖື​ໄດ້​ຈາກ 48 ຫຼື 72 ຊົ່ວ​ໂມງ ເປັນ “ມື້​ນຶ່ງຫຼື 24 ຊົ່ວ​ໂມງ ຈາກວັນ​ທີ່​ເດີນ​ທາງ​ຮອດ​ສະ​ຖານ​ທີ່​ກັກ​ຂັງ.”

ຜູ້​ພິ​ພາກ​ສາ​ປະ​ຈຳ​ເຂດ ສະ​ຫະ​ລັດ ທ່ານ ແຣນດອ​ຟ ມອ​ສ ໄດ້​ຕັດ​ສິນ​ວ່າ ຄະ​ດີ​ຕ່າງໆ​ຂອງ​ອົງ​ການ USCIS ສຳ​ລັບ​ຊາວ ຮອນ​ດູ​ຣັ​ສ ຫ້າ​ຄົນ​ຄວນ​ຖືກ​ສົ່ງ​ໄປ​ໃຫ້​ອົງ​ການ​ສຳ​ລັບ​ການ​ດຳ​ເນີນ​ການ​ຕໍ່​ໄປ, ແຕ່​ທ່ານ ມອ​ສ ບໍ່​ໄດ້​ສະ​ເໜີ​ການ​ຊ່ວຍ​ເຫຼືອ​ໃດໆ​ໃຫ້​ຄົນ​ອື່ນ ຜູ້​ທີ່​ກໍ​ລະ​ນີ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ປະ​ຕິ​ເສດ.

ກຸ່ມ​ຕ່າງໆ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ດຳ​ເນີນ​ຄະ​ດີ ​ໄດ້ພາ​ກັນ​ສະ​ເຫຼີມ​ສະຫຼອງ​ການ​ຕັດ​ສິນ​ຂອງວັນ​ອາ​ທິດ​ວານນີ້.

ຜູ້​ອຳ​ນວຍ​ການຄະ​ດີ​ຄວາມ​ຂອງ​ອົງ​ການ RAICES ທ່ານ ມາ​ນອ​ຈ໌ ໂກວິນ​ດາ​ຢາ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຮູ້​ສຶກ​ປິ​ຕິ​ຍິນ​ດີ ​ທີ່​ຜູ້​ຮ້ອງ​ທຸກ​ທີ່​ກ້າ​ຫານ​ຂອງ​ພວກ​ເຮົາ​ຈະ​ມີ​ໂອ​ກາ​ດ​ເພື່ອ​ຈັດ​ຕັ້ງ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ​ ສຳ​ລັບ​ການ​ຂໍ​ລີ້​ໄພ ດ້ວຍ​ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ແລະ ສານ​ໄດ້​ສະ​ໜັບ​ສະ​ໜູນ​ປະ​ເພ​ນີ​ຂອງ​ປະ​ເທດ​ເຮົາ ດັ່ງ​ກັບ​ປະ​ເທດ​ທີ່​ຕ້ອນ​ຮັບ​ຄົນ​ເຂົ້າ​ເມືອງ.”

ໂຄ​ສົກ​ຍິງ​ຄົນ​ນຶ່ງ​ຈາກ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ, ທ່າ​ນ​ນາງ ເຮ​ເຕີ ສວິ​ຟ ໄດ້​ກ່າວ​ວ່າ “ເຫັ​ນ​ໄດ້​ຊັດ​ວ່າ​ພວກ​ເຮົາ​ບໍ່​ເຫັນ​ພ້ອມ​ກັບ​ຄວາມ​ຄິດ​ຂອງ​ສານ ແລະ ພວກ​ເຮົາ​ກຳ​ລັງ​ເບິ່ງ​ມັນ​ຢ່າງ​ໃກ້​ຊິດຕື່ມ​ອີກ.”

ທ່ານ ມອ​ສ ໄດ້​ກ່າວ​ວ່າ ທ່ານ ຄູ​ຈີ​ແນ​ລ​ລີ ບໍ່​ໄດ້​ແມ່ນ​ຜູ້​ຊ່ວຍ​ຄົນ​ທຳ​ອິດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຕໍ່​ຜູ້​ອຳ​ນວຍ​ການ​ອົງ​ການ USCIS ພາຍ​ໃຕ້​ກົດ​ໝາຍ​ປະ​ຕິ​ຮູບ​ຕຳ​ແໜ່ງ​ຫວ່າງ​ຂອງ​ລັດ​ຖະ​ບານ​ກາງ ແລະ ຈະ​ບໍ່​ສາ​ມາດ​ຖືກ​ແຕ່ງ​ຕັ້ງ​ເປັນ​ຜູ້​ອຳ​ນວຍ​ການ.

ອີງ​ຕາມ​ສຳ​ເນົາ​ສານ​ນັ້ນ, ໃນ​ວັນ​ທີ 1 ມິ​ຖຸ​ນາ 2019, ທ່ານ ລີ ແຟ​ຣນ​ຊິ​ສ ຊິ​ສ​ນາ, ອະ​ດີດຜູ້​ອຳ​ນວຍ​ການ​ຂອງ​ອົງ​ການ USCIS ທີ່​ຖືກ​ຮັບ​ຮອງ​ຕຳ​ແໜ່ງ​ໂດຍ​ສະ​ພາ​ສູງ, ໄດ້​ລາ​ອອກ ແລະ ອີງ​ຕາມກົດ​ໝາຍກ​ານ​ປະ​ຕິ​ຮູບ​ຕຳ​ແໜ່ງ​ຫວ່າງ​ຂອງ​ລັດ​ຖະ​ບານ​ກາງ​ນັ້ນ ຜູ້​ຊ່ວຍ “ຄົນ​ທຳ​ອິດ​” ຂອງ​ທ່ານ, ຄື​ອະ​ດີດ​ຮອງ​ອຳ​ນວຍ​ການ ທ່ານ ມາກ ຄູ​ແມນ​ສ໌, ແມ່ນ​ຄາດ​ວ່າ​ຈະ​ສືບ​ທອດ​ຕຳ​ແໜ່ງ​ຜູ້​ອຳ​ນວຍ​ການ​ຢ່າງ​ອັດ​ຕະ​ໂນ​ມັດ.

ເກົ້າ​ວັນຫຼັງ​ຈາກ​ທ່ານ ຊິ​ສ​ນາ ລາ​ອອກ​ນັ້ນ, ອະ​ດີດ​ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ທ່ານ ເຄວິນ ແມັກ​ອາ​ລີ​ນັນ, ໄດ້​ແຕ່​ຕັ້ງ​ທ່ານ ຄູ​ຈີ​ແນ​ລ​ລີ, ໃຫ້​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຮອງ​ອຳ​ນວຍ​ການ​ຄົນ​ສຳ​ຄັນ​ຂອງ​ອົງ​ການ USCIS, ເຊິ່ງ​ແມ່ນ​ຕຳ​ແໜ່ງ​ທີ່​ສຳ​ເນົາ​ສານ​ເວົ້າ​ວ່າ ບໍ່​ໄດ້​ມີ​ກ່ອນ​ການ​ແຕ່ງ​ຕັ້ງ​ທ່ານ ຄູ​ຈີ​ແນ​ລ​ລີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG