ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ພິ​ພາກ​ສາ ສັ່ງ​ໃຫ້​ທະ​ນາຍ​ຄວາມ​ຂອງ​ທ່ານ​ທ​ຣຳ ຢ່າ​ໄດ້​ເປີດ​ເຜີຍ​ຫຼັກ​ຖານ ​ໃນ​ເອກ​ກະ​ສານ​ການ​ສືບ​ສວນ


ຮູບນີ້​ບໍ່​ໄດ້​ລະ​ບຸ​ວັນ​ເວ​ລາ ທີ່​ນຳ​ອອກ​ເປີດ​ເຜີຍ​ໂດຍ​ສານ​ເຂດ ໃນ​ລັດ​ຟ​ລໍ​ຣິ​ດາ ທາງ​ພາກ​ໃຕ້​ຂອງ​ປະ​ເທດ ທີ່​ສະ​ແດງ​ໃຫ້​ເຫັນ​ຫີບ​ເອກ​ກະ​ສານ ຕາມ​ທີ່​ມີ​ການ​ກ່າວ​ຫາ ຢູ່​ທີ່​ບ້ານ​ພັກ​ມາ​ອາ​ລາ​ໂກ ຂ​ອອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ.
ຮູບນີ້​ບໍ່​ໄດ້​ລະ​ບຸ​ວັນ​ເວ​ລາ ທີ່​ນຳ​ອອກ​ເປີດ​ເຜີຍ​ໂດຍ​ສານ​ເຂດ ໃນ​ລັດ​ຟ​ລໍ​ຣິ​ດາ ທາງ​ພາກ​ໃຕ້​ຂອງ​ປະ​ເທດ ທີ່​ສະ​ແດງ​ໃຫ້​ເຫັນ​ຫີບ​ເອກ​ກະ​ສານ ຕາມ​ທີ່​ມີ​ການ​ກ່າວ​ຫາ ຢູ່​ທີ່​ບ້ານ​ພັກ​ມາ​ອາ​ລາ​ໂກ ຂ​ອອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ.

ຜູ້​ພິ​ພາກ​ສາ​ສະ​ຫະ​ລັດ​ທ່ານ​ນຶ່ງ ​ຢູ່​ລັດ​ຟ​ລໍ​ຣິ​ດາ ໃນ​ວັນ​ຈັນ​ວານນີ້​ ​ໄດ້​ສັ່ງ​ໃຫ້​ພວກ​ທະ​ນາຍ​ຄວາມ​ຂອງ​ຈຳ​ເລີຍ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ບໍ່​ໃຫ້​ເປີດ​ເຜີຍ​ຫຼັກ​ຖານ​ໃດໆ ຈາກຄະ​ດີ​ເອກ​ກະ​ສານ​ລັບ​ໃຫ້​ແກ່​ສື່ມວນ​ຊົນ ​ຫຼື​ສາ​ທາ​ລະ​ນະ​ຊົນ​ຮູ້ ​ອີງ​ຕາມເອກ​ກະ​ສານ​ທີ່​ຍື່ນ​ຕໍ່​ສານ ອົງ​ການ​ຂ່າວ​ຣອຍ​ເຕີ້​ລາຍ​ງານ.

ນອກນັ້ນ​ແລ້ວ ຄຳ​ສັ່ງ​ຈາກ​ຜູ້​ພິ​ພາກ​ສາ ບ​ຣຸ​ສ ຣາຍ​ນ໌​ຮາດ ຍັງ​ໄດ້​ວາງ​ເງື່ອນ​ໄຂ​ຢ່າງ​ເຄັ່ງ​ຄັດ​ຕໍ່​ກາ​ເຂົ້າ​ເຖິງ​ເອກກ​ກະ​ສານ ຂອງ​ທ່ານ​ທ​ຣຳ.

ຄຳ​ສັ່ງ​ທີ່​ຍື່ນ​ຕໍ່​ສານ​ໃນ​ວັນ​ຈັນ​ວານນີ້ ກ່າວ​ວ່າ “ວັດ​ຖຸ​ຕ່າງໆ​ທີ່​ຄົ້ນ​ພົບ ພ້ອມ​ກັບ​ຂໍ້​ມູນ​ໃດໆ​ກໍ​ຕາມ​ທີ່​ມາ​ຈາກ ບໍ່​ຄວນ​ທີ່​ຈະ​ມີ​ການ​ເປີດ​ເຜີຍ​ຕໍ່​ມະ​ຫາ​ຊົນ ​ຫຼື​ສື່ມວ​ນ​ຊົນ ຫຼື​ເຜີຍ​ແຜ່ໃຫ້​ແກ່​ອົງ​ການ​ຂ່າວ ຫຼື​ສື່​ສັງ​ຄົມ ໂດຍ​ປາ​ສະ​ຈາກ​ການ​ແຈ້ງ​ໃຫ້​ຊາບ ​ລ່ວງ​ໜ້າ ຫຼື​ການ​ເຫັນ​ພ້ອມ​ຂອງ​ສະ​ຫະ​ລັດ ຫຼື​ການ​ອະ​ນຸ​ມັດ​ຂອງ​ສານ.”

ນອກນັ້ນ ມັນ​ຍັງ​ໄດ້​ລະ​ບຸ​ວ່າ ທ່ານ​ທ​ຣຳ “ບໍ່​ຄວນ​ມີ​ສຳ​ເນົາ​ໃດໆ” ແລະ​ທ່ານ​ກໍ​ມີ​ພຽງ​ແຕ່​ສາມ​າດ​ທົບ​ທວນຄະ​ດີ​ຂອງເອກ​ກະ​ສານ​ໄດ້​ເທົ່າ​ນັ້ນ” ພາຍ​ໃຕ້​ການກຳ​ກັບ​ໂດຍ​ກົງ​ຂອງ​ທະ​ນາຍ​ຈຳ​ເລີຍ ຫຼື​ສະ​ມາ​ຊິກ​ຂອງ​ພະ​ນັກ​ງານ​ທີ່​ປຶກ​ສາ​ຂອງພະ​ນັກ​ງານ​ຂອງ​ທະ​ນາຍ​ຄວາມ​ຝ່າຍ​ຈຳ​ເລີຍ.”

ຄຳ​ສັ່ງ​ໄດ້​ອະ​ນຸ​ມັດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ທີ່​ຍື່ນ​ໃນ​ອາ​ທິດ​ແລ້ວ ໂດຍ​ໄອ​ຍະ​ການ ທີ່​ໄດ້​ຮ້ອງ​ຂໍ​ຕໍ່​ສານ ໃຫ້​ວາງ​ເງື່ອນ​ໄຂ​ກ່ຽວ​ກັບ​ການ​ເກັບ​ຮັກ​ສາ​ຂອງ​ຝ່າຍ​ຈຳ​ເລີຍ​ແລະ​ການ​ນຳ​ໃຊ້​ເອກ​ກະ​ສານ​ເຫຼົ່າ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG