ຜູ້ພິພາກສາສານລັດຖະບານກາງສະຫະລັດຄົນນຶ່ງ ໄດ້ສັ່ງໃຫ້ລັດຖະບານປະທານາທິ
ບໍດີດໍໂນລ ທຣໍາ ປ່ອຍໂຕພວກຄົນເຂົ້າເມືອງຊາວອີຣັກປະມານ 100 ຄົນ ທີ່ໄດ້ຖືກກັກ
ຂັງເກີນກວ່າຫົກເດືອນ ເພື່ອລໍຖ້າການເນລະເທດ.
ຜູ້ພິພາກສາ ມາຣກ ໂກລສະມິດ ໄດ້ຕ້ອງຕິລັດຖະບານໃນອັນທີ່ທ່ານຮ້ອງວ່າເປັນການ
ປະພຶດທີ່ບໍ່ໃຫ້ຄວາມນັບຖື ແລະໃຫ້ການຜິດພາດຕໍ່ຄະດີນີ້.
ທ່ານໂກລສະມິດກ່າວວ່າ “ບັນດາຄອບຄົວເຫຼົ່ານີ້ໄດ້ຮັບຄວາມແຕກແຍກ” ແລະໄດ້ສັ່ງ
ໃຫ້ພວກເຈົ້າໜ້າທີ່ປ່ອຍໂຕເຂົາເຈົ້າພາຍໃນ 30 ມື້ ນອກຈາກ ພວກເຈົ້າໜ້າຈະສາມາດ
ຊອກຫາເຫດຜົນທີ່ໜັກແໜ້ນເພື່ອຈະຂັງພວກເຂົາເຈົ້າໄວ້ຕໍ່.
ຜູ້ພິພາກສາຍັງກ່າວວ່າ ທ່ານຈະປະກາດການລົງໂທດຕໍ່ລັດຖະບານໃນການຕັດສິນທີ່
ຕ່າງກັນ.
ຍັງບໍ່ທັນມີການໃຫ້ຄວາມເຫັນໃດໆຈາກະຊວງຍຸຕິທຳເທື່ອ.
ແຕ່ວ່າສະຫະພັນອິດສະລະພາບພົນລະເຮືອນອາເມຣິກັນ ທີ່ເປັນຜູ້ຕາງໜ້າຊາວອີຣັກ
ກ່າວວ່າ ລັດຖະບານຕ້ອງເປັນຜູ້ຮັບຜິດຊອບ.
ລັດຖະບານປະທານາທິບໍດີທຣຳ ໃນປີກາຍນີ້ໄດ້ເລີ້ມກວດຕ້ອນເອົາຊາວອີຣັກທີ່ມີປະ
ຫວັດກະທຳຄວາມຜິດ ທີ່ໄດ້ຮັບອະນຸຍາດໃຫ້ຢູ່ໃນສະຫະລັດ ຫຼືຢູ່ເກີນກຳນົດວີຊາ
ເຂົາເຈົ້າ.
ມີຊາວອີຣັກ 8 ຄົນໄດ້ຖືກເນລະເທດ ກ່ອນທີ່ລັດຖະບານແບັກແດດໄດ້ຕັດສິນໃຈວ່າ
ຕົນບໍ່ຕ້ອງການຊາວອີຣັກເຫຼົ່ານີ້ຕື່ມອີກ.
ທັງໆທີ່ບໍ່ໄດ້ປະສົບຄວາມສຳເລັດໃນຊັກຊວນໃຫ້ອີຣັກປ່ຽນໃຈ ຜູ້ພິພາກສາໂກລສະມິດ
ກ່າວວ່າ ເຈົ້າໜ້າທີ່ກວດຄົນເຂົ້າເມືອງສະຫະລັດ ໄດ້ເຊັນເອກກະສານປະກາດວ່າ
ອີຣັກຕົກລົງທີ່ຈະຮັບເອົາຊາວອີຣັກທີ່ຖືກເນລະເທດນັ້ນເພີ້ມຂຶິ້ນ.
ຜູ້ພິພາກສາໄດ້ຂຽນໃນວັນອັງຄານວານນີ້ວ່າ “ປາກົດວ່າຍັງບໍ່ມີທາງທີ່ຈະແຈ້ງໃນຂັ້ນ
ຕໍ່ໄປ ເພື່ອຈັດສົ່ງຊາວອີຣັກກັບຄືນບ້ານໃນເວລານີ້.”
ຊາວອີຣັກຈຳນວນນຶ່ງທີ່ຖືກກັກຂັງໄດ້ກ່າວວ່າ ເຂົາເຈົ້າຢ້ານຈະຖືກປະຫັດປະຫານ
ຖ້າຫາກເຂົາເຈົ້າຖືກບັງຄັບສົ່ງກັບຄືນປະເທດ.