ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ ສະຫະລັດ ແຫ່ງນຶ່ງ ສັ່ງໂຈະ ຄຳສັ່ງ ເນລະເທດ ຊາວອີຣັກ 1,500 ຄົນ


ບັນດາສະມາຊິກຄອບຄົວ ຂອງພວກທີ່ຖືກຄວບຄຸມໂຕ ລຽນແຖວ ເພື່ອເຂົ້າສານລັດຖະບານກາງ ກ່ອນການດຳເນີນຄະດີຊາວອີຣັກ ທີ່ກຳລັງປະເຊີນກັບ ການຖືກເນລະເທດ ອອກສະຫະລັດ, ນະຄອນ Detroit ລັດ Michigan, ວັນທີ 21 ມິຖຸນາ 2017.
ບັນດາສະມາຊິກຄອບຄົວ ຂອງພວກທີ່ຖືກຄວບຄຸມໂຕ ລຽນແຖວ ເພື່ອເຂົ້າສານລັດຖະບານກາງ ກ່ອນການດຳເນີນຄະດີຊາວອີຣັກ ທີ່ກຳລັງປະເຊີນກັບ ການຖືກເນລະເທດ ອອກສະຫະລັດ, ນະຄອນ Detroit ລັດ Michigan, ວັນທີ 21 ມິຖຸນາ 2017.

ຜູ້ພິພາກສາສະຫະລັດ ທ່ານນຶ່ງ ໃນນະຄອນ Detroit ໄດ້ໂຈະການເນລະເທດ
ຊາວອີຣັກ ເກືອບ 1,500 ຄົນ ຊຶ່ງຫຼາຍຄົນ​ໃນ​ຈຳນວນ​ດັ່ງກ່າວ​ນັ້ນ ນັບຖືສາສະໜາ
ຄຣິສຕຽນ ໂດຍຢູ່ລະຫວ່າງການດຳເນີນພິຈາລະນາຢ່າງຄົບຖ້ວນ ກ່ຽວ​ກັບ ຂໍ້ອ້າງ
ການຂໍລີ້ໄພຂອງພວກເຂົາເຈົ້າ.

ຜູ້ພິພາກສາ ທ່ານ Mark Goldsmith ໄດ້ຂຽນເມື່ອຕອນແລງວັນອັງຄານວານນີ້
ວ່າ ຊາວອີຣັກດັ່ງກ່າວ ຈະປະເຊີນກັບ “ພິສູດໄດ້ວ່າ ຈະມີຄວາມສ່ຽງຕໍ່ການເສຍ
ຊີວິດ ການທໍລະມານ ຫຼື ການປະຫັດປະຫານຢ່າງໜັກ ອື່ນໆ”
ຖ້າຖືກສົ່ງກັບຄືນ
ໄປອີຣັກ ກ່ອນທີ່ການຂໍລີ້ໄພ ຂອງພວກເຂົາເຈົ້າ ຈະສາມາດກວດສອບເບິ່ງ ໂດຍ
ທາງການສະຫະລັດ.

ຄະດີໃນເບື້ອງຕົ້ນ ​ແມ່ນ​ພົວພັນກັບ ຊາວ Chaldean ແຄໂທລິກ 100 ຄົນ ຜູ້ທີ່ໄດ້
ຖືກຄວບຄຸມໂຕ ເມື່ອເດືອນແລ້ວນີ້ຈາກບໍລິເວນອ້ອມແອ້ມນະຄອນ Detroit ລັດ
Michigan ຍ້ອນວ່າ ພວກເຂົາເຈົ້າ ມີປະວັດດ້ານອາຊະຍາກຳ ໃນສະຫະ ລັດ.
ຄະດີນີ້ ໄດ້ຂະຫຍາຍວົງອອກ ໄປກວມເອົາພວກຊາວຄຣິສຕຽນ ຊາວເຄີດອີຣັກ
ແລະ ຊາວອີຣັກຜູ້ຂໍລີ້ໄພ ນຳດ້ວຍ ທີ່ໄດ້ກໍ່ອາຊະຍາກຳຕ່າງໆຫຼາຍປະເພດ
ບາງຄົນໄດ້ກໍ່ອາຊະຍາກຳຮ້າຍແຮງ ໃນຂະນະທີ່ອາໄສຢູ່ສະຫະລັດ.

ຄຳສັ່ງໃຫ້ໂຈະການເນລະເທດ ຈົນເຖິງ ວັນທີ 24 ກໍລະກົດ ຂອງຜູ້ພິພາກສາ
Goldsmith ແລະ ຍັງກຳນົດໃຫ້ມີການດຳເນີນຄະດີ ອີກເທື່ອນຶ່ງ ສຳລັບ ວັນພຸດມື້ນີ້
ເພື່ອພິຈາລະນາ ລາຍລະອຽດອື່ນໆ.

ທ່ານ Nora Youkhana ຈາກອົງການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ທາງ​ກົດໝາຍ CODE
ໃນນະຄອນ Detroit ທີ່ປຶກສາຮ່ວມສຳລັບຊາວອີຣັກ ໃນຄະດີນີ້ໄດ້ບອກວີໂອເອ
ໃນຕອນແລງ ວັນອັງຄານວານນີ້ວ່າ ຄຳສັ່ງຂອງທ່ານ Goldsmith ອາດເລື່ອນ​
ເວລາອອກໄປໄດ້ຕື່ມ ກາຍວັນທີ 24 ກໍລະກົດ.

ມາດຕະການເນລະເທດ ແມ່ນບໍ່ກ່ຽວພັນກັບການຫ້າມເດີນທາງຂອງປະທານາທິບໍດີ
ດໍໂນລ ທຣຳ ຊຶ່ງບໍ່ອະນຸຍາດໃຫ້ພວກຄົນຈາກ 6 ປະເທດ ທີ່ນັບຖືສາສະໜາອິສລາມ
ເປັນສ່ວນໃຫຍ່ ເຂົ້າມາສະຫະລັດ ແຕ່ບໍ່ມີປະເທດອີຣັກ. ກະຊວງຍຸຕິທຳ ສະຫະລັດ
ໄດ້ໂຕ້ຖຽງວ່າ ສານລັດຖະບານກາງຂັ້ນເມືອງທັງຫຼາຍບໍ່ມີອຳນາດຕັດສິນ ທີ່ຈະສັ່ງງົດ
ຄຳສັ່ງເນລະເທດພວກຊາວອີຣັກໃນຄະດີນີ້ ແຕ່ຄຳເຫັນ 24 ໜ້າ ຂອງທ່ານ
Goldsmith ໄດ້ຢືນຢັນອຳນາດ​ທາງ​ສານຂອງທ່ານ ໃນຄະດີນີ້.

ການເນລະເທດ ​ແມ່ນ​ມີ​ຂຶ້ນ ສຳລັບ ຊາວອີຣັກ ເກືອບ 1,500 ຄົນ ໃນຄະດີນີ້ ຫຼັງຈາກ
ລັດຖະບານອີຣັກ ໄດ້ຕົກລົງ ໃນເດືອນມີນາ ທີ່ຈະຮັບເອົາພວກທີ່ຖືກເນລະເທດ ຈາກ
ສະຫະລັດ ອັນເປັນສ່ວນນຶ່ງຂອງຂໍ້ຕົກລົງ ທີ່ພາ​ໃຫ້​ລັດ​ຖະບານ ທ່ານ​ທຣຳ ດັດແປງ
​ການ​ຫ້າມ​ເດີນທາງ​ທີ່​ອອກ​ກ່ອນ​ໜ້ານັ້ນ ​ແລະ​ຍົກ​ເວັ້ນອີຣັກຈາກ​ບັນຊີ​ລາຍ​ຊື່​ ຂອງ
​ປະຊາຊົນ ຊຶ່ງ​ໃນ​ຫລາຍໆ​ກໍລະນີ ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າມາໃນ ​ສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG