ຜູ້ພິພາກສາລັດຖະບານກາງຂອງສະຫະລັດ ໄດ້ຍຸຕິຄຳສັ່ງ ຂອງລັດຖະບານທ່ານທຣໍາ ທີ່ຫ້າມໃຊ້ແອປ (app) ວິດີໂອທິກທົກ (TikTok) ທີ່ໄດ້ຮັບຄວາມນິຍົມຈາກຮ້ານຂາຍແອປ (app) ຂອງສະຫະລັດນັ້ນໄວ້ຊົ່ວຄາວ.
ຄຳສັ່ງຫ້າມດັ່ງກ່າວຈະມີຜົນບັງຄັບໃຊ້ໃນຕອນແລງຂອງວັນອາທິດຜ່ານມາໂດຍຄຳສັ່ງຂອງກະຊວງການຄ້າຂອງສະຫະລັດ, ຊຶ່ງເປັນການກະທຳຫຼ້າສຸດທີ່ແນໃສ່ສິ່ງທີ່ເຈົ້າໜ້າທີ່ລັດຖະບານກ່າວວ່າ ຍ້ອນຄວາມກັງວົນດ້ານຄວາມປອດໄພກັບບໍລິສັດຈີນ.
ຜູ້ພິພາກສາໄດ້ໃຫ້ເວລາແກ່ທະນາຍຄວາມຂອງ TikTok ແລະລັດຖະບານຮອດວັນພຸດ ເພື່ອຕອບສະໜອງ ແລະສະເໜີຕາຕະລາງການດຳເນີນຂັ້ນຕອນຕໍ່ໄປໃນຄະດີດັ່ງກ່າວ.
ທະນາຍຄວາມຂອງ TikTok ໄດ້ໂຕ້ຖຽງໃນການໄຕ່ສວນຄະດີໃນວັນອາທິດຜ່ານມາວ່າການຫ້າມບໍ່ໃຫ້ໃຊ້ app ດັ່ງກ່າວຈະເປັນການລະເມີດສິດທິໃນການປາກເວົ້າຂອງຜູ້ຊົມໃຊ້ຂອງຕົນ, ໃນຂະນະທີ່ນຳເອົາຄວາມເສຍຫາຍທີ່ບໍ່ສາມາດແກ້ໄຂໄດ້ຕໍ່ທຸລະກິດຂອງບໍລິສັດອີກດ້ວຍ.
ບໍລິສັດກ່າວຢູ່ໃນຄໍາຖະແຫລງການສະບັບນຶ່ງເພື່ອສະແດງຄວາມຍິນດີຕໍ່ຄໍາຕັດສິນຂອງຜູ້ພິພາກສາດັ່ງກ່າວວ່າ "ພວກເຮົາຈະສືບຕໍ່ປົກປ້ອງສິດທິຂອງພວກເຮົາເພື່ອຜົນປະໂຫຍດຂອງປະຊາຄົມແລະພະນັກງານຂອງພວກເຮົາ,"
ກະຊວງຄ້າກ່າວຫຼັງຈາກການຕັດສິນນັ້ນວ່າ ດໍາລັດຂອງປະທານາທິບໍດີດໍໂນລ ທຣໍາທີ່ວາງອອກໃນເດືອນສິງຫາທີ່ຜ່ານມາໄດ້ກ່າວເຖິງຄວາມເປັນຫ່ວງວ່າ TikTok ເກັບກຳເອົາຂໍ້ມູນຢ່າງຫລວງຫລາຍເຊິ່ງອາດສາມາດຕົກໄປຢູ່ໃນກຳມືຂອງລັດຖະບານຈີນໄດ້ໃນທີ່ສຸດນັ້ນ “ແມ່ນສອດຄ່ອງກັບກົດໝາຍຢ່າງເຕັມສ່ວນ ແລະສົ່ງເສີມຜົນປະໂຫຍດດ້ານຄວາມໝັ້ນຄົງແຫ່ງຊາດທີ່ຖືກຕ້ອງຕາມກົດໝາຍ."
ຖະແຫຼງການນັ້ນກ່າວອີກວ່າ ລັດຖະບານກຳລັງປະຕິບັດຕາມຄຳສັ່ງຫ້າມດັ່ງ ກ່າວ ແຕ່ມີເຈດຕະນາທີ່ຈະ “ປົກປ້ອງຢ່າງແຂງຂັນ” ຕໍ່ດໍາລັດດັ່ງກ່າວແລະ ການຈັດຕັ້ງປະຕິບັດຄໍາສັ່ງນັ້ນ ບໍ່ໃຫ້ສິ່ງທ້າທາຍທາງກົດໝາຍຍຸຕິມັນໄດ້.
ລັດຖະບານທ່ານທຣໍາ ຍັງຊອກຫາວິທີທີ່ຈະປິດບໍ່ໃຫ້ໃຊ້ແອປທີ່ມີຄວາມນິຍົມກັນຫລາຍອີກອັນນຶ່ງຄື ວີແຊັດ (WeChat) ຈາກຮ້ານຂາຍແອປຂອງສະຫະລັດ ກ່ອນທີ່ຜູ້ພິພາກສາຈະອອກຄຳສັ່ງສະບັບນຶ່ງໃນອາທິດຜ່ານມາເພື່ອຍຸຕິການຫ້າມນັ້ນເຊັ່ນກັນ.
ຈີນໄດ້ປະຕິເສດຕໍ່ຂໍ້ກ່າວຫາຂອງສະຫະລັດທີ່ເວົ້າວ່າພວກແອປ (app) ດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ມີຄວາມໜ້າເປັນຫ່ວງກ່ຽວກັບຄວາມປອດໄພ, ໃນຂະນະທີ່ກ່າວຫາສະຫະລັດວ່າຂົ່ມເຫັງບໍລິສັດຈີນ.