ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາສາ ສະຫະລັດ ຕໍ່ອາຍຸ ການຫ້າມ ນຳເອົາ ແຜນແມ່ບົດ ການພິມປືນ ດ້ວຍ ເຄື່ອງພິມ 3 ມິຕິ


ທ້າວ ໂຄດີ ວີລສັນ ຢູ່ທີ່ ບໍລິສັດ Defense Distributed, ຖື ປືນ ພິມອອກມາໂດຍ ເຄື່ອງພິມ 3 ມິຕິ ຫຼື 3D-printed gun ທີ່ເອີ້ນວ່າ Liberator ຢູ່ທີ່ຮ້ານຂອງຜູ້ກ່ຽວ ໃນນະຄອນ ອອສຕິນ ໃນລັດເທັກຊັດ, ວັນທີ 1 ສິງຫາ 2018.
ທ້າວ ໂຄດີ ວີລສັນ ຢູ່ທີ່ ບໍລິສັດ Defense Distributed, ຖື ປືນ ພິມອອກມາໂດຍ ເຄື່ອງພິມ 3 ມິຕິ ຫຼື 3D-printed gun ທີ່ເອີ້ນວ່າ Liberator ຢູ່ທີ່ຮ້ານຂອງຜູ້ກ່ຽວ ໃນນະຄອນ ອອສຕິນ ໃນລັດເທັກຊັດ, ວັນທີ 1 ສິງຫາ 2018.

ຜູ້ພິພາກສາ ຂອງລັດຖະບານກາງສະຫະລັດທ່ານນຶ່ງ ໄດ້ຕໍ່ອາຍຸການຫ້າມບໍ່ໃຫ້ພິມເຜີຍ
ແຜ່ແຜນແມ່ບົດ ເຄື່ອງພິມ 3 ມິຕິ ທີ່ຈະນຳໄປໃຊ້ໃນການພິມປືນ ຊຶ່ງເປັນບັນຫາໂຕ້ແຍ້ງ
ທີ່ເປັນຄຳສັ່ງຫ້າມໃນຂັ້ນຕົ້ນກ່ຽວກັບຄະດີນີ້.

ທ່ານຣໍເບີດ ແລັສນິກ ຜູ້ພິພາກສາປະຈຳເຂດ ຂອງສະຫະລັດ ໄດ້ຕໍ່ອາຍຸຄຳສັ່ງຫ້າມ
ກ່ອນໜ້ານີ້ ເປັນການຊົ່ວຄາວ ຊຶ່ງຈະມີຜົນບັງຄັບໃຊ້ຕໍ່ໄປ ຈົນກວ່າຄະດີນີ້ຈະໄດ້ຮັບ
ການຕັດສິນ ອີງຕາມເອກກະສານຂອງສານທີ່ໄດ້ກ່າວໄວ້.

ທ່ານແລັສນິກ ຂຽນລົງໃນການຕັດສິນວ່າ “ທາງສານເຫັນວ່າ ພາລະໃນການບໍ່ສາມາດ
ແກ້ໄຂໄດ້ ຕໍ່ສິດທິສ່ວນຕົວຂອງຈຳເລີຍ ຕາມລັດຖະທຳມະນູນ ຂໍ້ທີນຶ່ງ ແມ່ນໜ້ອຍ
ເກີນກວ່າ ໄພອັນຕະລາຍທີ່ຈະບໍ່ສາມາດແກ້ໄຂໄດ້ ຊຶ່ງຈະເປັນໄປໄດ້ສູງທີ່ວ່າ ລັດຈະ
ໄດ້ຮັບ ຖ້າຫາກ ການຈຳກັດທີ່ມີຢູ່ແລ້ວນັ້ນ ຖືກຖອນອອກໄປ ແລະ ອັນນັ້ນ ລວມທັງ
ໝົດແລ້ວ ຄວາມສົນໃຈຂອງມະຫາຊົນ ຈະສະໜັບສະໜຸນຢ່າງແຮງກ້າ ທີ່ຈະຮັກສາ
ໄວ້ ຊຶ່ງແນວທາງເດີມທາງດ້ານກົດໝາຍ."

ມີ 19 ລັດ ລວມທັງ ວໍຊິງຕັນ ດີຊີ ນຳ ທີ່ໄດ້ຟ້ອງຮ້ອງ ລັດຖະບານ ຂອງທ່ານທຣຳ ຫຼັງ
ຈາກ ທີ່ໄດ້ຕົກລົງກັບ ບໍລິສັດທີ່ມີຫ້ອງການ ຕັ້ງຢູ່ໃນລັດເທັກຊັດທີ່ວ່າ ວິທີທາງ ທີ່ວ່າ
ວິທີໃດທີ່ຈະພິມປືນພລາສຕິກ ທີ່ບໍ່ສາມາດກວດພົບໄດ້ ນີ້ ເພື່ອບໍ່ໃຫ້ ພວກຜູ້ຮ້າຍ ຫຼື
ພວກກໍ່ການຮ້າຍ ຈຶ່ງຈະບໍ່ສາມາດນຳເອົາອອກມາໃຊ້ໄດ້.

ໃນການຕັດສິນຄັ້ງຫຼ້າສຸດ ທ່ານແລັສນິກ ໄດ້ຊີ້ໃຫ້ເຫັນວ່າ ທ້າວໂຄດີ ວີລສັນ ເຈົ້າຂອງ
ບໍລິສັດ ດີເຟັ້ນສ໌ ດິສທຣີບິວເຕັດ ທີ່ຢາກຈະນຳເອົາແຜນດັ່ງກ່າວລົງໃນອິນເຕີເນັດ ເພື່ອ
ທີ່ພົນລະເມືອງທັງຫຼາຍສາມາດມີປືນປົກປ້ອງພວກເຂົາເຈົ້າເອງ ໂດຍປາດສະຈາກການ
ທີ່ຈະຕ້ອງໄດ້ໄປຂໍໃບອະນຸຍາດເລກລະຫັດປະຈຳປືນແລະການຂຶ້ນທະບຽນຕ່າງໆນາໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG