ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາສະຫະລັດ ເລື່ອນການອອກຄຳຕັດສິນ ກ່ຽວກັບການແຕ່ງຕັ້ງຫົວໜ້າພິເສດ ສຳລັບຄະດີເອກະສານຂອງທ່ານທຣຳ


ແຟ້ມພາບ - ອະດີດປະທານາທິບໍດີ ດໍໂນລ ທຣຳ ກຳລັງອອກໄປຈາກ ຕຶກ Trump Tower ໃນລັດນິວຢອກ, ວັນທີ 10 ສິງຫາ 2022.
ແຟ້ມພາບ - ອະດີດປະທານາທິບໍດີ ດໍໂນລ ທຣຳ ກຳລັງອອກໄປຈາກ ຕຶກ Trump Tower ໃນລັດນິວຢອກ, ວັນທີ 10 ສິງຫາ 2022.

ຜູ້ພິພາກສາລັດຖະບານກາງ ໃນວັນພະຫັດວານນີ້ ໄດ້ເລື່ອນການຕັດສິນອອກໄປ ກ່ຽວກັບຄຳຮ້ອງ ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ເພື່ອຂໍໃຫ້ມີການກວດເບິ່ງຄືນທີ່ເປັນອິດສະຫຼະ ເອກະສານທັງຫຼາຍທີ່ອົງການສັນຕິບານກາງ FBI ຢຶດມາຈາກບ້ານພັກຂອງທ່ານ ຢູ່ລັດຟລໍຣິດາ ໃນລະຫວ່າງການກວດຄົ້ນເມື່ອເດືອນແລ້ວນີ້.

ບັນດາທະນາຍຄວາມຂອງທ່ານທຣຳ ເມື່ອອາທິດແລ້ວນີ້ ໄດ້ຂໍຮ້ອງຜູ້ພິພາກສາ​ຂອງສະຫະລັດ ທ່ານນາງອາຍລີນ ແຄນໜັນ ປະຈຳເມືອງເຂດພາກໃຕ້ ຂອງລັດຟລໍຣິດາ ໃຫ້ແຕ່ງຕັ້ງຫົວໜ້າພິເສດເພື່ອກຳນົດວ່າ ເອກະສານດັ່ງກ່າວ ເປັນເອກະສານທີ່ຢູ່ພາຍໃນສິດທິພິເສດໃດໆຫຼືບໍ່ ທີ່ຄວນຖືກສົ່ງຄືນໃຫ້ແກ່ອະດີດປະ ທານາທິບໍດີ.

ກະຊວງຍຸຕິທຳ ໄດ້ຄັດຄ້ານຕໍ່ຄຳຮ້ອງດັ່ງກ່າວ ໂດຍກ່າວວ່າ ພວກເຂົາໄດ້ທຳການກວດເບິ່ງເອກະສານທັງຫຼາຍເຫຼົ່ານັ້ນດ້ວຍຕົນເອງແລ້ວ ແລະການແຕ່ງຕັ້ງຫົວໜ້າພິເສດ ທີ່ເປັນອິດສະຫຼະຝ່າຍທີສາມ ຜູ້ທີ່ແຕ່ງຕັ້ງໂດຍສານ ໃນຄະດີເອກະສານທີ່ເປັນເລື້ອງລະອຽດອ່ອນ ຊຶ່ງເປັນໄປໄດ້ສູງວ່າ ຄອບຄຸມໂດຍສິດທິພິເສດລະຫວ່າງ ທະນາຍຄວາມແລະລູກຄວາມ ຫຼືສິດທິພິເສດອື່ນ ເພື່ອຮັບປະກັນວ່າ ພວກນັກສືບສວນສອບສວນ ຈະບໍ່ເບິ່ງເອກະສານເຫຼົ່ານັ້ນຢ່າງບໍ່ເໝາະສົມ.

ເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຢູ່ດ້ານນອກຕຶກລັດຖະບານກາງ ແລະຫ້ອງການຂອງສານສະຫະລັດ ຊື່ວ່າ Paul G. Rogers, ໃນເມືອງພາລ ບີຈ ຕາເວັນຕົກ ຂອງລັດຟລໍຣິດາ, ວັນທີ 1 ກັນຍາ 2022. (AP Photo/Wilfredo Lee)
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຢູ່ດ້ານນອກຕຶກລັດຖະບານກາງ ແລະຫ້ອງການຂອງສານສະຫະລັດ ຊື່ວ່າ Paul G. Rogers, ໃນເມືອງພາລ ບີຈ ຕາເວັນຕົກ ຂອງລັດຟລໍຣິດາ, ວັນທີ 1 ກັນຍາ 2022. (AP Photo/Wilfredo Lee)

ທ່ານນາງແຄນໜັນ ເມື່ອທ້າຍອາທິດແລ້ວນີ້ ໄດ້ໃຫ້ຂໍ້ສັງເກດວ່າ ທ່ານນາງເອນອຽງທີ່ຈະອະນຸຍາດຕາມຄຳຮ້ອງຂອງທ່ານທຣຳ ແຕ່ຫຼັງຈາກທີ່ໄດ້ຮັບຟັງການໂຕ້ແຍ້ງໂດຍບັນດາທະນາຍຄວາມຂອງທ່ານທຣຳ ແລະບັນດາໄອຍະການລັດຖະບານແລ້ວ ທ່ານນາງກໍໄດ້ກ່າວວ່າ ທ່ານນາງຈະອອກຄຳຕັດສິນ “ໃນເວລາທີ່
ເໝາະສົມ”.

ປະເດັນຂອງເລື້ອງ ແມ່ນສະຖານະຂອງເອກະສານລັບຫຼາຍກວ່າ 100 ສະບັບທີ່ໄດ້ຖືກພົບເຫັນ ໃນລະຫວ່າງການກວດຄົ້ນຂອງອົງການ FBI ໃນບ້ານພັກຄະລືຫາດ Mar-a-Lago ຂອງທ່ານທຣຳ ອັນເປັນສ່ວນນຶ່ງຂອງການສືບສວນສອບສວນຂອງລັດຖະບານກາງ ກ່ຽວກັບວ່າ ເອກະສານຂອງລັດຖະບານ ໄປຢູ່ແຫ່ງດັ່ງກ່າວນັ້ນ ໄດ້ແນວໃດ.

ພວກສະໜັສະໜຸນອະດີດປະທານາທິບໍດີ ດໍໂນລ ທຣຳ ຢືນຢູ່ດ້ານນອກ ຕຶກລັດຖະບານກາງ ແລະຫ້ອງການຂອງສານສະຫະລັດ ຊື່ວ່າ Paul G. Rogers, ໃນເມືອງພາລ ບີຈ ຕາເວັນຕົກ ຂອງລັດຟລໍຣິດາ, ວັນທີ 1 ກັນຍາ 2022. (AP Photo/Wilfredo Lee)
ພວກສະໜັສະໜຸນອະດີດປະທານາທິບໍດີ ດໍໂນລ ທຣຳ ຢືນຢູ່ດ້ານນອກ ຕຶກລັດຖະບານກາງ ແລະຫ້ອງການຂອງສານສະຫະລັດ ຊື່ວ່າ Paul G. Rogers, ໃນເມືອງພາລ ບີຈ ຕາເວັນຕົກ ຂອງລັດຟລໍຣິດາ, ວັນທີ 1 ກັນຍາ 2022. (AP Photo/Wilfredo Lee)

ພາຍໃຕ້ກົດໝາຍວ່າດ້ວຍ ເອກະສານທີ່ກ່ຽວຂ້ອງກັບປະທານາທິບໍດີ ທ່ານທຣຳ ຕ້ອງມອບເອກະສານທັງໝົດທີ່ພົວພັນກັບຕຳແໜ່ງໃນທຳນຽບຂາວຂອງທ່ານນັ້ນ ໃຫ້ແກ່ກົມເກັບມ້ຽນເອກະສານແຫ່ງຊາດເມື່ອສິ້ນສຸດສະໄໝການດຳລົງຕຳແໜ່ງຂອງທ່ານ ໃນເດືອນມັງກອນ 2021.

ອົງການ FBI ກຳລັງສືບສວນຄະດີອາຊະຍາກຳ ຊຶ່ງອາດເກີດຂຶ້ນທີ່ກ່ຽວຂ້ອງກັບການເກັບໄວ້ເອກະສານດັ່ງກ່າວຂອງທ່ານທຣຳ ລວມທັງການລະເມີດບາງສ່ວນຂອງກົດໝາຍວ່າດ້ວຍການຈະລາກຳ ທີ່ເຮັດໃຫ້ເປັນອາຊະຍາກຳໃນການເກັບກຳ ເຄື່ອນຍ້າຍ ຫຼືເຮັດໃຫ້ສູນຫາຍຂໍ້ມູນການປ້ອງກັນຊາດ.

ການສືບສວນນີ້ ໄດ້ເລີ້ມຂຶ້ນຫຼັງຈາກພວກຜູ້ຕາງໜ້າຂອງທ່ານທຣຳໄດ້ສົ່ງເອກະ ສານ 15 ຫີບ ໄປໃຫ້ກົມເກັບມ້ຽນເອກະສານແຫ່ງຊາດ ໃນເດືອນມັງກອນ 2022 ເກືອບຮອດນຶ່ງປີຫຼັງຈາກທີ່ທ່ານໄດ້ລົງຈາກຕຳແໜ່ງ ແລະອົງການເກັບມ້ຽນເອກະສານຂອງລັດຖະບານ ກໍໄດ້ແຈ້ງເຕືອນກະຊວງຍຸຕິທຳ ວ່າ ພວກເຂົາເຈົ້າ ໄດ້ລະບຸເອກະສານລັບ ຫຼາຍກວ່າ 100 ສະບັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG